![](nimg/52118304720250213_142428.jpg)
ຄະນະພັກຮາກຖານພະແນກການເງິນ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມດໍາເນີນຊີວິດການເມືອງ, ທາບທາມບຸກຄະລາກອນ ທີ່ຈະລົງສະໝັກເລືອກຕັ້ງເຂົ້າເປັນຄະນະພັກຮາກຖານຊຸດໃໝ່ ຂຶ້ນຫວ່າງບໍ່ດົນມານີ້, ໃຫ້ກຽດເປັນປະທານໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກນະຄອນຫຼວງວຽງຈັນ, ມີ ສະຫາຍ ວຽງສາລີ ອິນທະພົມ ເລຂາຄະນະພັກຮາກຖານພະແນກການເງິນ ນະຄອນຫຼວງວຽງຈັນ, ມີຄະນະຈັດຕັ້ງນະຄອນຫຼວງ, ເລຂາ-ຮອງເລຂາຄະນະພັກຮາກຖານ ແລະ ສະມາຊິກພັກ-ພະນັກງານອ້ອມຂ້າງພະແນກການເງິນ ທັງ 11 ໜ່ວຍພັກເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ອາດສະພັງທອງ ສີພັນດອນ ໄດ້ມີຄຳເຫັນຊີ້ນຳຕໍ່ບັ້ນດຳເນີນຊີວິດການເມືອງ ແລະ ການທາບທາມບຸກຄະລາກອນ ໂດຍໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຈົ່ງເອົາໃຈໃສ່ຄົ້ນຄວ້າເນື້ອໃນ ແລະ ຍົກສູງຄວາມຮັບຜິດຊອບໃນການປ່ອນບັດທາບທາມຄັດເລືອກບຸກຄະລາກອນ ໂດຍສະເພາະຄວາມເປັນເຈົ້າການເອົາໃຈໃສ່ປະກອບຄໍາເຫັນໃສ່ເອກະສານສໍາຄັນທີ່ກ່ຽວຂ້ອງ
ອື່ນໆໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ຕີລາຄາຄືນໃຫ້ໝາກຜົນແຫ່ງການນໍາພາລວມຂອງຄະນະພັກຮາກຖານໄລຍະຜ່ານມາຢ່າງຈະແຈ້ງ ກໍຄືການປະຕິບັດໜ້າທີ່ການເມືອງຂອງຜູ້ທີ່ຈະລົງສະໝັກ ໃຫ້ຖືກຕ້ອງຕາມລະບຽບ ຫຼັກການ ແລະ ຂັ້ນຕອນ ພ້ອມທັງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ທັງສາມາດຖອດຖອນບົດຮຽນໃນການເຄື່ອນໄຫວນໍາພາ-ຊີ້ນໍາວຽກງານລວມໝູ່ໃນຕໍ່ໜ້າໃຫ້ມີຜົນສໍາເລັດເປັນກ້າວໆ.
ຈາກນັ້ນ, ໃນກອງປະຊຸມຍັງຜ່ານຮ່າງບົດລາຍງານການເມືອງ ແລະ ແຜນພັດທະນາວຽກງານ 5 ປີ (2025-2029) ຂອງພະແນກການເງິນ ນວ ພ້ອມທັງຕີລາຄາລວມການຈັດຕັ້ງປະຕິບັດວຽການໄລຍະ 5 ປີຜ່ານມາ ຊຶ່ງຄະນະພັກຮາກຖານພະແນກການເງິນ ນວ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນສຳຄັນ ໃຫ້ສະມາຊິກພັກພະນັກງານ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ມີຄຸນທາດການເມືອງຢ່າງໜັກແໜ້ນ ມີຄຸນສົມບັດສິນທໍາປະຕິວັດ ເຊື່ອໝັ້ນຕໍ່ການນຳພາຂອງພັກ ໂດຍການຫັນເອົາບັນດາມະຕິ ຄໍາສັ່ງຕ່າງໆຂອງພັກ ລະບຽບການຂອງລັດ ມາເຜີຍແຜ່ເຊື່ອມຊຶມ ໃຫ້ສະມາຊິກພັກ-ພະນັກງານ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ພ້ອມທັງນຳພາປັບປຸງກົງຈັກການຈັດຕັ້ງສະມາຊິກພັກ -ພະນັກງານມີຄວາມບຸກບືນຫ້າວຫັນໃນການພັດທະນາຕົນເອງຢ່າງແຂງແຮງ ພ້ອມກັນຕັ້ງໜ້າປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນຢ່າງເຕັມສ່ວນ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕ່າງໆຂອງພະແນກການເງິນມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ນອກນີ້, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດເຫັນໃສ່ ຮ່າງບົດລາຍງານດັ່ງກ່າວ ເພື່ອໃຫ້ມີເນື້ອຄົບຖ້ວນສົມບູນ ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ໄດ້ຮັບຟັງການຜ່ານມາດຖານເງື່ອນໄຂ ຜູ້ທີ່ສະໝັກເລືອກຕັ້ງເຂົ້າເປັນຄະນະພັກຮາກຖານຊຸດໃໝ່ ຈາກຄະນະຈັດຕັ້ງ ນວ ແລະ ດຳເນີນການປ່ອນບັດທາບທາມ ເອົາເປົ້າໝາຍບຸກຄະລາກອນ ຈະລົງສະໝັກເປັນຄະນະພັກຮາກຖານພະແນກການເງິນໃຫ້ຄົບຖ້ວນຕາມລະດັບຄາດໝາຍທີ່ວາງໄວ້.
(ຂ່າວ:ກະຊວງການເງິນ)