![](nimg/208929776420250213_121724.jpg)
ຂ່າວຕ່າງປະເທດລາຍງານໃນວັນທີ 11 ກຸມພາ ຜ່ານມາ; ທ່ານ ເອັມມານູເອລ ມາຄຣົງປະທານາທິບໍດີຝຣັ່ງກ່າວໃນກອງປະຊຸມສຸດຍອດປັນຍາປະດິດ (AI) ທີ່ນະຄອນຫຼວງປາຣີໃນວັນທີ 10 ກຸມພາ ຜ່ານມາວ່າ: ເອີຣົບພ້ອມທີ່ຈະຫຼຸດກົດລະບຽບທີ່ເປັນອຸປະສັກຕໍ່ການພັດທະນາ AI ເພື່ອໃຫ້ອຸດສາຫະກໍານີ້ສາມາດພັດທະນາໄດ້ຢ່າງເຕັມສ່ວນໃນພາກພື້ນ. ພ້ອມທັງເຊີນຊວນນັກລົງທຶນມາລົງທຶນຢູ່ຝຣັ່ງ ແລະ ສະຫະພາບເອີຣົບ.
ນອກນີ້, ທ່ານ ເຮນນາ ເວຍຄຸເນນ ຫົວໜ້າດ້ານດີຈີຕອນຂອງສະຫະພາບເອີຣົບ (EU) ໄດ້ໃຫ້ຄຳໝັ້ນສັນຍາວ່າ: ກຸ່ມດັ່ງກ່າວຈະປັບກົດລະບຽບໃຫ້ງ່າຍຂຶ້ນ ແລະ ສ້າງຄວາມສະດວກໃຫ້ແກ່ຂະແໜງທຸລະກິດຫຼາຍຂຶ້ນ.
ຂ່າວລະບຸວ່າ: ການເຄື່ອນໄຫວດັ່ງກ່າວມີຂຶ້ນຫຼັງຈາກທ່ານ ໂດນັລ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ຍົກເລີກກົດລະບຽບຄວບຄຸມAI ທີ່ລັດຖະບານຊຸດກ່ອນວາງອອກ. ເພື່ອເພີ່ມຂີດຄວາມສາມາດໃນການແຂ່ງຂັນ, ເຮັດໃຫ້ EU ຕ້ອງດັດປັບໃຫ້ເໝາະສົມເພື່ອປ້ອງກັນບໍ່ໃຫ້ບໍລິສັດໃນເອີຣົບເສຍປຽບໃນການແຂ່ງຂັນດ້ານເຕັກໂນໂລຊີ.
ປະທານາທິບໍດີຝຣັ່ງຍັງໄດ້ຍົກຕົວຢ່າງຄວາມສຳເລັດຈາກການຟື້ນຟູວິຫານ Notre Dame ທີ່ໄດ້ຮັບຄວາມເສຍຫາຍຈາກໄຟໄໝ້ ຊຶ່ງສາມາດເຮັດໄດ້ໄວເພາະວ່າມີການຜ່ອນຄາຍກົດລະບຽບພິເສດ. ໂດຍລະບຸວ່າ ຈະໃຊ້ຮູບແບບດຽວກັນສໍາລັບການພັດທະນາສູນຂໍ້ມູນ, ການອະນຸມັດການເຂົ້າສູ່ຕະຫຼາດ ແລະ ການສົ່ງເສີມ AI.
ກອງປະຊຸມດັ່ງກ່າວດຳເນີນເປັນເວລາສອງວັນ, ໂດຍມີການຮຽກຮ້ອງຈາກຫຼາຍຝ່າຍໃຫ້ EU ຜ່ອນຄາຍລະບຽບການ.