
ຊຸມປີມໍ່ໆມານີ້, ພາຍໃຕ້ການຊຸກຍູ້ຈາກຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ການຮ່ວມມືລະຫວ່າງຈີນແລະລາວໃນຂົງເຂດກະສິກຳ ໄດ້ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ແລະ ໄດ້ຮັບປະສິດທິຜົນນັບມື້ນັບພົ້ນເດັ່ນ. ໃນວັນທີ 23 ກຸມພາ 2025, ເອກະສານເລກໜຶ່ງຂອງສູນກາງພັກກອມມູນິດຈີນໄດ້ເຜີຍແຜ່ຢ່າງເປັນທາງການໂດຍໄດ້ເນັ້ນໜັກເຖິງການຖືເອົາການປະຕິຮູບ-ເປີດປະຕູສູ່ພາຍນອກແລະການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີເປັນພະລັງຂັບເຄື່ອນທີ່ສໍາຄັນ, ປັບປຸງບູລະນະລະບຽບການເຄື່ອນໄຫວທາງທຸລະກິດພື້ນຖານຢູ່ຊົນນະບົດ, ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຢ່າງຮອບດ້ານ. ສິ່ງນີ້ໄດ້ສະໜອງພື້ນທີ່ອັນກວ້າງຂວາງກວ່າເກົ່າໃຫ້ແກ່ການຮ່ວມມືດ້ານເຕັກໂນໂລຊີກະສິກຳ,ເງິນທຶນແລະການແລກປ່ຽນບົດຮຽນລະຫວ່າງຈີນແລະລາວທັງໄດ້ສ້າງໂອກາດໃໝ່ໃຫ້ແກ່ການພັດທະນາດ້ານກະສິກຳຂອງລາວ.
ເອກະສານເລກໜຶ່ງຂອງສູນກາງພັກກອມມູນິດຈີນໄດ້ສະເໜີນິຍາມໃໝ່, ຄື: ຖືເອົາການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີເປັນຕົວນຳໃນການລວມຕົວຂອງປັດໄຈການຜະລິດທີ່ກ້າວໜ້າ, ພັດທະນາກຳລັງການຜະລິດດ້ວຍຄຸນນະພາບໃໝ່ໃນດ້ານກະສິກຳໂດຍອີງໃສ່ເງື່ອນໄຂທີ່ເອື້ອອຳນວຍຂອງທ້ອງຖິ່ນຕ່າງໆ. ປັດຈຸບັນ, ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີກະສິກຳໂດຍລວມຂອງຈີນໄດ້ກ້າວຂຶ້ນສູ່ລະດັບນຳໜ້າຂອງໂລກ, ອັດຕາການປະກອບສ່ວນຕໍ່ຄວາມຄືບໜ້າຂອງວິທະຍາສາດເຕັກໂນໂລຊີດ້ານກະສິກຳມີເຖິງ 63.2%, ການໃຊ້ແນວພັນພືດຄຸນນະພາບດີກວມຫຼາຍກວ່າ 96%, ອັດຕາການໃຊ້ກົນຈັກໂດຍສັງລວມໃນການໄຖ,ປູກແລະເກັບກ່ຽວກວມຫຼາຍກວ່າ 75%. ປີ2024, ຜົນຜະລິດທັນຍະພືດຂອງຈີນໄດ້ບັນລຸເຖີງ700ລ້ານໂຕນເປັນຄັ້ງທຳອິດແລະກຳລັງການຜະລິດສັງລວມດ້ານກະສິກຳເພີ່ມສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ຈີນມີບົດຮຽນແລະເຕັກໂນໂລຊີທີ່ກ້າວໜ້າໃນຂົງເຂດວິທະຍາສາດເຕັກໂນໂລຊີດ້ານກະສິກຳແລະໄດ້ໃຫ້ການສະໜັບສະໜູນທີ່ສຳຄັນແກ່ການຫັນເປັນທັນສະໄໝດ້ານກະສິກຳຂອງລາວ. ຕົວຢ່າງ:ສະຖາບັນວິທະຍາສາດການກະເສດແຂວງຢຸນນານໄດ້ສ້າງສວນນິຄົມທົດລອງວິທະຍາສາດເຕັກໂນໂລຊີກະສິກຳຢູ່ນະຄອນຫຼວງວຽງຈັນ ແລະ ປະສົບຜົນສໍາເລັດໃນການເຜີຍແຜ່ແນວພັນເຂົ້າທີ່ນໍາໃຊ້ນໍ້າຢ່າງປະຢັດ ແລະທົນທານຕໍ່ຄວາມແຫ້ງແລ້ງທັງໃຫ້ຜົນຜະລິດສູງກວ່າແນວພັນເຂົ້າທຳມະດາຢູ່ນະຄອນຫຼວງວຽງຈັນ; ນັບແຕ່ປີ 2013 ມາຮອດປັດຈຸບັນ, ສະຖານີທົດລອງແນວພັນພືດທີ່ດີຈີນ(ກວາງຊີ)-ລາວໄດ້ທົດລອງປູກພືດ262 ແນວພັນ, ສົ່ງເສີມການປູກພືດຢູ່ນະຄອນຫຼວງວຽງຈັນໃນເນື້ອທີ່ຫຼາຍກວ່າ 3.000 ເຮັກຕາຊຶ່ງໄດ້ເສີມຂະຫຍາຍບົດບາດທີ່ດີໃນການຍົກສູງຄຸນນະພາບດ້ານການຜະລິດກະສິກຳຂອງລາວ.
ຈີນເປັນຕະຫຼາດສົ່ງອອກສິນຄ້າໃຫຍ່ທີ່ສຸດຂອງລາວ ແລະ ເປັນປະເທດທີ່ເຂົ້າໄປລົງທຶນຫຼາຍເປັນອັນດັບໜຶ່ງຢູ່ລາວ. ໂຄງການລົງທຶນຂອງວິສາຫະກິດຈີນຢູ່ລາວບໍ່ພຽງແຕ່ໄດ້ຊຸກຍູ້ການພັດທະນາດ້ານກະສິກຳຂອງລາວເທົ່ານັ້ນ, ຫາກຍັງໄດ້ເຮັດໃຫ້ຊາວກະສິກອນຂອງລາວມີລາຍຮັບນັບມື້ເພີ່ມຂຶ້ນ. ກຸ່ມບໍລິສັດການບຸກເບີກການກະເສດຢຸນນານໄດ້ປະຕິບັດໂຄງການທົດລອງປູກພືດທົດແທນການປູກຝິ່ນຢູ່ແຂວງຜົ້ງສາລີ, ດ້ວຍການປູກຢາງພາລາ,ສາລີແລະອື່ນໆ, ບໍ່ພຽງແຕ່ໄດ້ຊຸກຍູ້ການຫັນປ່ຽນຮູບແບບອຸດສາຫະກຳຂອງທ້ອງຖິ່ນເທົ່ານັ້ນ, ຫາກຍັງໄດ້ເຮັດໃຫ້ປະຊາຊົນແຕ່ລະຄອບຄົວມີລາຍຮັບຢ່າງໜ້ອຍ15.000 ຢວນຂຶ້ນໄປຊຶ່ງໄດ້ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນຢ່າງແທ້ຈິງ.
ນອກນີ້, ຄຽງຄູ່ກັບການເປີດນຳໃຊ້ທາງລົດໄຟລາວ-ຈີນແລະການມີຜົນບັງຄັບໃຊ້ຂອງສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫຼື RCEP, ໄດ້ຊຸກຍູ້ການເຊື່ອມໂຍງ-ເຊື່ອມຈອດດ້ານພື້ນຖານໂຄງລ່າງຂອງພາກພື້ນແລະຄວາມໂລ່ງລ່ຽນດ້ານການຄ້າ ແລະ ໄດ້ອຳນວຍຄວາມສະດວກໃຫ້ແກ່ການສົ່ງອອກຜະລິດຕະພັນກະສິກຳຂອງລາວດີຂຶ້ນແບບກ້າວກະໂດດ.
ການລົງເລິກການຮ່ວມມືດ້ານກະສິກຳ ແມ່ນບໍ່ສາມາດປາສະຈາກການສະໜັບສະໜູນຂອງຜູ້ມີຄວາມຮູ້ຄວາມສາມາດ. ຜ່ານການຈັດຊຸດອົບຮົມເຕັກນິກແລະການຮ່ວມມືດ້ານອາຊີວະສຶກສາ,ຈີນໄດ້ອົບຮົມຜູ້ບໍລິຫານແລະນັກວິຊາການກະສິກຳໃຫ້ປະເທດລາວຢ່າງຫຼວງຫຼາຍ. ໃນຊຸມປີມໍ່ໆມານີ້, ກະຊວງກະສິກຳແລະຊົນນະບົດຈີນໄດ້ຈັດຊຸດອົມຮົມເຕັກນິກ 80 ກວ່າຊຸດໃຫ້ພະນັກງານລາວຢູ່ຈີນ ມີພະນັກງານບໍລິຫານແລະນັກວິຊາການກະສິກຳຈາກລາວເຂົ້າຮ່ວມລວມທັງໝົດເກືອບ 2.000 ຄົນ. ນອກນີ້, ກຸ່ມບໍລິສັດການບຸກເບີກການກະເສດຢຸນນານຍັງໄດ້ຮ່ວມມືກັບສະຖາບັນການສຶກສາໂດຍການສ້າງສູນສະໜັບສະໜູນການປະກອບອາຊີບແລະການສ້າງທຸລະກິດສຳລັບຊາວໜຸ່ມລາວ, ສະໜອງການອົບຮົມສີມືແຮງງານແລະເວທີການປະດິດສ້າງທຸລະກິດໃໝ່ໃຫ້ແກ່ຊາວໜຸ່ມລາວຊຶ່ງເປັນການປະກອບສ່ວນທີ່ສໍາຄັນໃນການພັດທະນາດ້ານກະສິກໍາຂອງລາວໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ.
ການຮ່ວມມືດ້ານກະສິກຳລະຫວ່າງຈີນແລະລາວເປັນການປະກອບສ່ວນທີ່ສຳຄັນໃນການເສີມສ້າງຄູ່ຮ່ວມຊາຕາກຳຈີນ-ລາວ, ລາວ-ຈີນ.ກະສິກຳຂອງຈີນແລະລາວຖືເປັນທ່າແຮງສໍາຄັນທີ່ຊ່ວຍຊູຍູ້ໜູນກັນ ແລະມີອະນາຄົດຂອງການຮ່ວມມືຢ່າງກວ້າງຂວາງ. ໃນຕໍ່ໜ້າ, ຈີນຈະສືບຕໍ່ປະຕິບັດຕາມແນວຄິດການເປີດປະຕູສູ່ພາຍນອກແລະ ການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ສືບຕໍ່ສະໜັບສະໜູນການພັດທະນາດ້ານກະສິກຳຂອງລາວ ແລະ ຊຸກຍູ້ໃຫ້ການຮ່ວມມືດ້ານກະສິກຳລະຫວ່າງສອງປະເທດນັບມື້ກ້າວຂຶ້ນສູ່ລະດັບສູງກວ່າເກົ່າ.
ໂດຍ: ຊີອາໄອ