
ໃນທ້າຍອາທິດແລ້ວນີ້, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງນໍ້າໄດ້ຈັດຊຸດຝຶກອົບຮົມການບໍລິການວຽກງານ ໂຮງແຮມ ແລະ ບ້ານພັກ (ການບໍລິການອາຫານ ແລະ ເຄື່ອງດື່ມ) ໃຫ້ຫົວໜ່ວຍທຸລະກິດ ບໍລິການໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ຮ້ານກິນດື່ມ ຢູ່ທີ່ສະໂມສອນຂອງເມືອງວຽງພູຄາ ແຂວງຫຼວງນໍ້າທາ ໂດຍເປັນປະທານຂອງ ທ່ານ ສີສຸພັນ ທໍາປັນຍາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທອງທ່ຽວ ແຂວງ, ມີຜູ້ປະກອບການທຸລະກິດບໍລິການໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ຮ້ານກິນດື່ມອ້ອມຂ້າງເມືອງເຂົ້າຮ່ວມ
ການຝຶກຄັ້ງນີ້, ປະກອບມີພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ບັນດາຜູ້ເຂົ້າຮ່ວມຝືກອົບຮົມໄດ້ຮຽນຮູ້ ວຽກງານບໍລິການໂຮງແຮມ ແລະ ບ້ານພັກທີ່ມີຄຸນນະພາບ, ການບໍລິການ ແລະ ການເອົາໃຈໃສ່ລູກຄ້າ, ຝຶກການບໍລິການເຮືອນພັກ, ຮ້ານອາຫານ, ເຄື່ອງດື່ມ ແລະ ການຍີບໂບ ຂອບໂຕະ, ການຈັດໂຕະ-ຕັງຢູ່ຫ້ອງປະຊູມ, ທັງນີ້ກໍເພື່ອນໍາເອົາບົດຮຽນໃນຄັ້ງນີ້ ໄປນໍາໃຊ້ເຂົ້າໃນການບໍລິການທຸລະກິດຂອງຕົນ ໃຫ້ສາມາດຕອບສະໜອງຄວາມຕ້ອງການ, ສ້າງຄວາມປະທັບໃຈ ແລະ ຄວາມເພິ່ງພໍໃຈໃຫ້ແກ່ລູກຄ້າ ແລະ ນັກທ່ອງທ່ຽວ.
ໂອກາດດັ່ງກ່າວທ່ານ ສີສຸພັນ ທໍາປັນຍາ ກໍາມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງຫຼວງນໍ້າທາໄດ້ມີຄໍາເຫັນໂອ້ລົມ ຍົກໃຫ້ຮູ້ຄວາມໝາຍ, ຄວາມສໍາຄັນຂອງການຝຶກອົບຮົມຄັ້ງນີ້ ກໍ່ເພື່ອເປັນການປັບປຸງ ແລະ ພັດທະນາການບໍລິການດ້ານຕ່າງໆ ໂດຍສະເພາະແມ່ນການພັດທະນາບຸກຄະລາກອນ ກໍຄື ຜູ້ປະກອບການທຸລະກິດໃນຂະແໜງທຸລະກິດການທ່ອງທ່ຽວພາຍໃນແຂວງຫຼວງນໍ້າທາ ກໍຄືເມືອງວຽງພູຄາໄດ້ມີການພັດທະນາທັງດ້ານປະລິມານ ແລະ ມີຄຸນນະພາບໂດຍສະເພາະແມ່ນການບໍລິການທີ່ດີ, ການຮັບແຂກທີ່ດີ, ການເປັນແມ່ບ້ານທີ່ດີ ກໍຄື ການເປັນເຈົ້າພາບທີ່ດີໃນການຕ້ອນຮັບແຂກທັງພາຍໃນ ແລະ ຕ່າງປະເທດໃຫ້ມີທ່າຂະຫຍາຍຕົວດີຂຶ້ນກວ່າເກົ່າ. ຈາກນັ້ນ, ກໍໄດ້ມອບໃບຢັ້ງຢືນໃຫ້ກັບນັກສໍາມະນາກອນ.
(ຂ່າວ: ຄໍາປິງ)