
ໂດຍ: ນົກ ບຸນມາເລີດ
ໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ທີ່ຈະມາເຖິງນີ້, ສະຫາຍ ພັນເອກ ພິມ ວິຈິດວົງສາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ສະແດງທັດສະນະຕໍ່ວັນສໍາຄັນດັ່ງກ່າວ ເມື່ອບໍ່ດົນມານີ້ວ່າ: ພັກປະຊາຊົນ ປະຕິວັດລາວ ແມ່ນອົງການຈັດຕັ້ງເສນາທິການທາງດ້ານການເມືອງ, ເປັນກອງນໍາໜ້າ ແລະ ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ; ພັກປະຊາຊົນ ປະຕິວັດລາວໄດ້ນໍາພາປະຊາຊົນລາວບັນດາເຜົ່າເຮັດສໍາເລັດພາລະກິດປະຕິວັດປົດປ່ອຍຊາດ, ລືບລ້າງລະບອບລ່າເມືອງຂຶ້ນ, ສ້າງສັງກາດໃໝ່ໃຫ້ແກ່ປະເທດຊາດ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ພັກໄດ້ສືບຕໍ່ນໍາພາປະຊາຊົນລາວບັນດາເຜົ່າ ປົກປັກຮັກສາເອກະລາດ ແລະ ກໍ່ສ້າງຊີວິດໃໝ່.
ຕະຫຼອດໄລຍະ 70 ປີຜ່ານມາ, ພັກປະຊາຊົນ ປະຕິວັດລາວ ໄດ້ນໍາພາປວງຊົນລາວທັງຊາດດໍາເນີນພາລະກິດປ່ຽນແປງໃໝ່, ກໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສ້າງປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ, ພັກປະຊາຊົນ ປະຕິວັດລາວຖືເອົາຫຼັກມູນພື້ນຖານຂອງລັດທິມາກ-ເລນິນ ເປັນພື້ນຖານແຫ່ງແນວຄິດທິດສະດີຂອງພັກ, ຖືເອົາຫຼັກການລວມສູນປະຊາທິປະໄຕຂອງພັກ, ນໍາພາເປັນໝູ່ຄະ ນະບຸກຄົນຮັບຜິດຊອບເປັນຫຼັກການຂອງພັກ, ຖືເອົາຄວາມສາມັກຄີອັນໜຶ່ງອັນດຽວເປັນຫຼັກ, ເອົາການຕໍານິຕິຊົມຊຶ່ງກັນ ແລະ ກັນເປັນກົດເກນການເຄື່ອນໄຫວ ແລະ ຖືເອົາມະຫາຊົນເປັນກໍາລັງແຮງໃນການນໍາພາຂອງພັກ.
ສະຫາຍ ພັນເອກ ພິມ ວິຈິດວົງສາ ໃຫ້ຮູ້ຕື່ມອີກວ່າ: ເພື່ອຂໍ່ານັບຮັບຕ້ອນ 70 ປີ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ. ໃນນີ້, ເວົ້າສະເພາະຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບໄດ້ຈັດຕັ້ງຜັນຂະຫຍາຍຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ (ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ). ດັ່ງນັ້ນ, ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບໄດ້ສຸມໃສ່ຊີ້ນໍາບັນດາກົມກອງຮາກຖານ ທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບຈັດຕັ້ງປະຕິບັດບັນດາຂະບວນການຕ່າງໆຄື: ຂະບວນການສຶກສາອົບຮົມການເມືອງ-ນໍາພາແນວຄິດ ດໍາເນີນຊີວິດການ ເມືອງປັບປຸງພາຍໃນພັກ, ຂະບວນການກຽມພ້ອມສູ້ຮົບ, ຂະບວນການສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງກອງ 3 ປອດ, ສ້າງກອງວັດທະນະທໍາ-ນັກຮົບວັດທະນະທໍາ, ຂະບວນການ 7 ເນື້ອໃນຂໍ້ແຂ່ງຂັນ, ແມ່ຍິງ 3 ດີ, ຊາວໜຸ່ມ 4 ບຸກ, ຂະບວນການອົບຮົມ-ຫັດແອບ ແລະ ການປະຕິບັດລະບຽບແບບແຜນຂອງກອງທັບ ແລະ ຂະບວນການອອກແຮງານເພີ່ມພູນຜະລິດຜົນ, ຂະບວນການແຂ່ງຂັນສິລະປະ-ວັນນະຄະດີ ແລະ ຂະບວນການກິລາມວນຊົນຢູ່ກົມກອງຂຶ້ນກັບ ກໍຄືຢູ່ຂັ້ນກົມໃຫຍ່ເສນາທິການກອງທັບຢ່າງເປັນຂະບວນການຟົດຟື້ນ, ຂະ ບວນການທີ່ມີລັກສະນະພົ້ນເດັ່ນ ແມ່ນຂະບວນການສຶກສາອົບຮົມການເມືອງ-ນໍາພາແນວຄິດ ດໍາເນີນຊີວິດການ ເມືອງປົວແປງພາຍໃນພັກ ເຫັນວ່າພະນັກງານ-ສະມາຊິກພັກ ມີການຫັນປ່ຽນຢ່າງຕັ້ງໜ້າ ໂດຍສະເພາະແມ່ນຄວາມເຊື່ອໝັ້ນຕໍ່ການນໍາພາ, ຄວາມບໍລິສຸດສັດຊື່, ຄວາມຈົງຮັກພັກດີ, ຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານ ແລະ ການປະຕິບັດລະບຽບວິໄນຂອງພັກຢ່າງເຂັ້ມງວດ, ຂະບວນການກຽມພ້ອມສູ້ຮົບ ແລະ ປ້ອງກັນເປົ້າໝາຍ ເຫັນວ່າພະນັກງານ-ນັກຮົບທົ່ວກົມໃຫຍ່ເສນາທິການກອງທັບ ໄດ້ພ້ອມກັນຈັດຕັ້ງປະຕິບັດຄໍາສັ່ງຂອງກົມໃຫຍ່ເສນາທິການກອງທັບຢ່າງເຂັ້ມງວດ ສະແດງອອກຕົວຈິງໃນໄລຍະປ້ອງກັນກອງປະຊຸມສຸດຍອດອາຊຽນ ເຫັນວ່າຮັກສາໄດ້ຄວາມສະຫງົບ-ຄວາມປອດໄພໃຫ້ແກ່ການດໍາເນີນກອງປະຊຸມ 100%, ພ້ອມນີ້ຍັງຈະໄດ້ສຸມໃສ່ສືບຕໍ່ປັບປຸງກໍ່ສ້າງພັກ-ພະນັກງານໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ ໂດຍສະເພາະແມ່ນວຽກງານປັບປຸງກໍ່ສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນໃຫ້ໄດ້ຕາມເງື່ອນໄຂ, ສຸມໃສ່ສ້າງຖັນແຖວພະນັກງານ-ສະມາຊິກພັກໃຫ້ມີຄຸນນະພາບ ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງທັບ.