ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 17 ມີນານີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ; ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ບັນດາທ່ານອະດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາທ່ານສະມາຊິກສະພາແຫ່ງຊາດ ພ້ອມດ້ວຍບັນດາທ່ານສະມາຊິກລັດຖະບານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດເປີດກອງປະຊຸມ ມີເນື້ອໃນສຳຄັນວ່າ: ການດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນຄັ້ງນີ້, ດ້ານໜຶ່ງກໍເປັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ວ່າດ້ວຍສະພາແຫ່ງຊາດ, ອີກດ້ານໜຶ່ງ ກໍເປັນຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ຂອງສະພາແຫ່ງຊາດ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ ໃຫ້ເປັນອັນລະອຽດເຂົ້າໃສ່ເນື້ອໃນຂອງລັດຖະທໍາມະນູນ, ກົດໝາຍ ເພື່ອສືບຕໍ່ສ້າງລັດ ທີ່ປົກຄອງດ້ວຍກົດໝາຍ ສູ່ບາດກ້າວໃໝ່ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ມີປະສິດທິພາບ, ປະສິດທິຜົນສູງຂຶ້ນເລື້ອຍໆ.
ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນຫາສໍາຄັນພື້ນຖານຂອງປະເທດຊາດ ດັ່ງນີ້: ພິຈາລະນາ ແລະ ຮັບຮອງເອົາ ລັດຖະທໍາມະນູນ ສະບັບປັບປຸງ ປີ 2025; ພິຈາລະນາ ແລະ ຮັບຮອງເອົາການປັບປຸງກົດໝາຍ ຈໍານວນ 2 ສະບັບ ຄືກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ແລະ ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ; ຄົ້ນຄວ້ານະໂຍບາຍ ໃຫ້ແກ່ຜູ້ລົງທຶນ ໃນນິຄົມອຸດສາຫະກໍາຈໍານວນໜຶ່ງ; ພິຈາລະນາຄໍາສະເໜີຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການປັບປຸງກົງຈັກຂອງລັດຖະບານ.
ວາລະຂອງກອງປະຊຸມສະໄໝວິສາມັນຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງຫຼາຍບັນຫາທີ່ສໍາຄັນ, ຈໍາເປັນ ແລະ ຮີບດ່ວນຂອງປະເທດຊາດ. ສະນັ້ນ, ເພື່ອເຮັດໃຫ້ການພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ທີ່ມີຄວາມສໍາຄັນຄືດັ່ງກ່າວ ໃຫ້ມີຄຸນນະພາບ, ມີປະສິດທິຜົນ ແລະ ບັນລຸຜົນຕາມແຜນການທີ່ວາງໄວ້; ທ່ານ ໄຊສົມພອນ ພົມວິຫານ ກໍໄດ້ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງມີຄວາມສາມັກຄີເປັນປຶກແຜ່ນ, ປະສານສົມທົບ ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ສະໜອງຂໍ້ມູນ ຕໍ່ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້ ແລະ ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນໍາໃຊ້ສິດປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າເນື້ອໃນຢ່າງເລິກເຊິ່ງ, ປະກອບຄໍາເຫັນ ຕໍ່ທຸກບັນຫາຕ່າງໆ ຢ່າງຖີ່ຖ້ວນ, ສ້າງສັນ, ຮັດກຸມ, ພາວະວິໄສ, ມີເຫດມີຜົນ, ແທດຕົວຈິງ ບົນພື້ນຖານແນວທາງປ່ຽນແປງໃໝ່ ຮອບດ້ານ ຢ່າງມີຫຼັກການຂອງພັກ, ຕາມລັດຖະທໍາມະນູນ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາໃນປັດຈຸບັນ ພ້ອມທັງຊອກຫາວິທີການ, ມາດຕະການທີ່ສອດຄ່ອງ ເພື່ອແກ້ໄຂບັນດາບັນຫາຮີບດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມພວກເຮົາໃນປັດຈຸບັນ. ພ້ອມກັນນັ້ນ, ກໍສ້າງຄວາມເປັນເອກະພາບສູງ ຕໍ່ເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ເພື່ອສາມາດຮັບຮອງ ແລະ ນໍາໄປຈັດຕັ້ງປະຕິບັດຢ່າງມີຜົນສັກສິດ.
ໃນນາມປະທານກອງປະຊຸມ, ທ່ານ ໄຊສົມພອນ ພົມວິຫານ ກໍໄດ້ປະກາດເປີດກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຢ່າງເປັນທາງການ; ກອງປະຊຸມຄັ້ງນີ້, ດຳເນີນໃນໄລຍະ 4 ວັນ ນັບແຕ່ວັນທີ 17 – 20 ມີນາ 2025.
(ຂ່າວ: ສຸກສະຫວັນ, ພາບ: ຕຸໄລພັເດ)