ວັນທີ 8 ມັງກອນນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ທີ່ ນະຄອນຫຼວງປັກກິ່ງ ຊຶ່ງມີເນື້ອໃນວ່າ:
ສະຫາຍທີ່ນັບຖື, ຂ້າພະເຈົ້າໄດ້ຮັບຂ່າວດ້ວຍຄວາມເສົ້າສະຫຼົດໃຈວ່າ ໃນຕອນເຊົ້າຂອງວັນທີ 7 ມັງກອນ 2025 ເວລາ 09:05 ໂມງ ໄດ້ເກີດເຫດແຜ່ນດິນໄຫວຂະໜາດ 6.8 ຣິກເຕີ້ ຢູ່ເຂດຕີ້ງຢື້ (Dingri) ເຂດປົກຄອງຕົນເອງທິເບດ ສປ ຈີນ ຊຶ່ງໄດ້ສ້າງຄວາມເສຍຫາຍອັນໃຫຍ່ຫຼວງ ອັນເປັນເຫດໃຫ້ມີຄົນເສຍຊີວິດ, ຫາຍສາບສູນ ແລະ ໄດ້ຮັບບາດເຈັບເປັນຈໍານວນຫຼາຍ ແລະ ສ້າງຄວາມເສຍຫາຍໃຫ້ແກ່ຕຶກອາຄານ, ເຮືອນຊານບ້ານຊ່ອງ ແລະ ຊັບສິນຂອງປະຊາຊົນ ລວມທັງພື້ນຖານໂຄງລ່າງຢ່າງຫຼວງຫຼາຍໃນເຂດດັ່ງກ່າວ.
ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ເຫັນໃຈຢ່າງສຸດຊຶ້ງ ຕໍ່ເຫດການໄພພິບັດທາງທໍາມະຊາດໃນຄັ້ງນີ້ ມາຍັງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງພັກ, ລັດຖະບານ ແລະ ປະຊາຊົນຈີນ, ໂດຍສະເພາະ ຕໍ່ຄອບຄົວຜູ້ໄດ້ຮັບເຄາະຮ້າຍໃນຄັ້ງນີ້.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ-ນໍາພາຂອງ ສະຫາຍ ພ້ອມດ້ວຍການນຳຂອງພັກ ແລະ ລັດຖະບານ ຂອງສູນກາງ ແລະ ທ້ອງຖິ່ນຂອງ ສປ ຈີນ ລວມທັງຄອບຄົວຜູ້ໄດ້ຮັບເຄາະຮ້າຍຈະສາມາດຜ່ານຜ່າເວລາທີ່ໂສກເສົ້ານີ້ໄດ້ ແລະ ຟື້ນຟູເຂດທີ່ໄດ້ຮັບຜົນກະທົບ ແລະ ສະພາບຈິດໃຈຂອງຄອບຄົວຜູ້ເສຍຊີວິດໃຫ້ກັບຄືນສູ່ປົກກະຕິ.
ສານສະແດງຄວາມເຫັນໃຈ