ໃນວັນທີ 17 ຜ່ານມານີ້,ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ ພະນະທ່ານ ໂຈເຊັບ ໄບເດັນປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ທີ່ວໍຊິງຕັນດີຊີຊຶ່ງມີເນື້ອໃນວ່າ:
ໃນນາມລັດຖະບານ ແລະ ປະ​ຊາ​ຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ເຫັນອົກເຫັນໃຈຢ່າງສຸດຊຶ້ງ ມາຍັງ ​ລັດ​ຖະ​ບານ ແລະ ຜູ້ປະສົບເຄາະຮ້າຍ ທີ່ໄດ້ຮັບຜົນກະທົບຈາກໄຟໄໝ້ປ່າຢ່າງຮ້າຍແຮງ ທີ່ແຜ່​ລາມທົ່ວ​ພາກ​ພື້ນ​ທາງ​ຕອນ​ໃຕ້​ຂອງ ລັດຄາ​ລິ​ໂຟ​ເນຍ ໃນ​ ສະ​ຫະ​ລັດ​ ອາ​ເມ​ຣິກາ.
ໄຟ​ໄໝ້​ປ່າຄັ້ງ​ນີ້ ​ຖືເປັນ​ໄ​ຟ​ໄໝ້​ທີ່​ຮ້າຍ​ແຮງ​ທີ່​ສຸດທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ຊຶ່ງ​ໄດ້​ສ້າງ​ຄວາມ​ສູນ​ເສຍ​ທາງ​ດ້ານ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຈຳ​ນວນບໍ່​ໜ້ອຍ, ທັງທຳ​ລາຍ​ທີ່​ພັກ​ອາ​ໄສຂອງ​ປະ​ຊາ​ຊົນຢ່າງ​ຫຼວງ​ຫຼາຍ ແລະ ເຮັດ​ໃຫ້​ປະ​ຊາ​ຊົນ​ຫຼາຍ​ພັນ​ຄົນ​​ຂາດ​ທີ່​ພັກ​ອາ​ໄສ ໃນຂົງ​ເຂດ​ດັ່ງ​ກ່າວ. ຂ້າພະເຈົ້າ ຂໍ​ຊົມເຊີຍເຈົ້າໜ້າທີ່ກູ້ໄພທີ່ເຮັດວຽກຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພື່ອຄວບຄຸມສະຖານະການ ແລະ ຊ່ວຍເຫຼືອຜູ້ທີ່ຕ້ອງການ ການ​ຊ່ວຍ​ເຫຼືອ.
ຂ້າພະເຈົ້າ ກໍ​ຄື​ປະ​ຊາ​ຊົນ​ລາວ ຂໍຢືນຄຽງຂ້າງ ລັດຖະບານ ແລະ ​ປະ​ຊາ​ຊົນ ສະຫະລັດ ອາເມຣິກາ ແລະ ເຊື່ອໝັ້ນວ່າ ພາຍ​ໃຕ້​ການ​ນຳ​ພາຂອງພະນະທ່ານ, ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກ, ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ແລະ ພື້ນທີ່ໄດ້ຮັບຜົນກະທົບໃຫ້ກັບຄືນສູ່ສະພາບປົກກະຕິ.