ເນື່ອງໃນໂອກາດບຸນປີໃໝ່ຂອງປະຊາຊາດຈີນ ປະຈໍາປີ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ສີ ຈິ້ນຜິງເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນປະທານປະເທດ ແຫ່ງ ສປ ຈີນຊຶ່ງເນື້ອໃນຂອງສານລະບຸວ່າ:
ເນື່ອງໃນໂອກາດບຸນປີໃໝ່ຈີນ ປີມະເສງ 2025, ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນອັນປະເສີດມາຍັງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງ ບັນດາສະຫາຍ ການນຳ ພັກ, ລັດ ແລະ ປະຊາຊົນຈີນ ອ້າຍນ້ອງ ທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ຢ່າງເລິກເຊິ່ງ ລະຫວ່າງ ສອງພັກ ລາວ-ຈີນ ແລະ ຄວາມເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດ ແລະ ເຕັມໄປດ້ວຍຄວາມອົບອຸ່ນ ຂອງສະຫາຍເລຂາທິການໃຫຍ່ປະທານປະເທດ ສີ ຈິ້ນຜິງ, ການພົວພັນຮ່ວມມື ລາວ-ຈີນ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ສະບັບໃໝ່ ສືບຕໍ່ໄດ້ຮັບການເສີມຂະຫຍາຍດ້ວຍທ່ວງທ່າໃໝ່ທີ່ຕັ້ງໜ້າ, ເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ ແລະ ພວມນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ ນັບມື້ນັບຫຼາຍຂຶ້ນ.
ຂ້າພະເຈົ້າ, ຂໍຢືນຢັນຢ່າງໜັກແໜ້ນວ່າ ຈະສືບຕໍ່ຮ່ວມມືກັບສະຫາຍຢ່າງໃກ້ຊິດ ເພື່ອຊີ້ນໍາການເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບທີ່ສູງກວ່າເກົ່າ ເພື່ອປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ.
ໃນໂອກາດດຽວກັນ, ສະຫາຍ ບຸນເຫຼືອ ພັນດານຸວົງຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກໍໄດ້ສົ່ງສານອວຍພອນເຖິງ ສະຫາຍ ຫຼິວ ຈ້ຽນຊາວກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ.