ນາຍົກລັດຖະມົນຕີເຄື່ອນໄຫວຊຸກຍູ້ວຽກງານເສດຖະກິດຢູ່ແຂວງອັດຕະປື

ນາຍົກລັດຖະມົນຕີເຄື່ອນໄຫວຊຸກຍູ້ວຽກງານເສດຖະກິດຢູ່ແຂວງອັດຕະປື
ໃນຕອນບ່າຍ ວັນທີ 8 ພະຈິກ 2023, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງ ເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນ ຄ້າ ແລະ ໜີ້ສິນຕ່າງປະເທດ (ຫົວໜ້າຄະນະສະເພາະກິດ 19/ກມສພ) ພ້ອມດ້ວຍຄະນະ ຈາກກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວວຽກງານຢູ່ແຂວງອັດຕະປື ເພື່ອຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແກ້ໄຂບັນຫາຮີບດ່ວນເຄັ່ງຮ້ອນ ໂດຍສະເພາະ ການຜະລິດເປັນສິນຄ້າ ແລະ ການຜະລິດ ຕິດພັນກັບການປຸງແຕ່ງ ເພື່ອຫຼຸດການນຳເຂົ້າສິນຄ້າຈາກຕ່າງປະເທດ, ການເກັບລາຍຮັບເຂົ້າງົບປະມານ, ການຄຸ້ມຄອງ ແລະ ດຶງດູດການລົງທຶນ, ການປະຕິບັດນະໂຍບາຍປະຢັດມັດທະຍັດ ແລະ ອື່ນໆທີ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍມີທ່ານ ພົນຕີ ວັນທອງ ກອງມະນີ, ວ່າການເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງ, ບ້ານ, ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.
ໃນໂອກາດນີ້, ຄະນະຂອງທ່ານ ນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມ ແລະ ພົບປະໂອ້ລົມ ປະຊາຊົນບ້ານອຸດົມໄຊ, ເມືອງສະໜາມໄຊ ຊຶ່ງບ້ານດັ່ງກ່າວ ແມ່ນໜຶ່ງໃນ 31 ບ້ານ ຂອງແຂວງອັດຕະປື ທີ່ຖືກກຳນົດເປັນບ້ານຈຸດສຸມການປູກ-ການລ້ຽງ ພາຍໃຕ້ໂຄງການ “ເສີມສ້າງຄວາມທົນທານກັບສະພາບອາກາດຂອງລະບົບກະສິກຳ ແລະ ຊີວິດການເປັນຢູ່ ທີ່ເປັນມິດຕໍ່ສິ່ງແວດລ້ອມ” ໂດຍສະເພາະ ການປູກເຂົ້າ, ການປູກພືດຜັກ ແລະ ລ້ຽງສັດຈຳນວນໜຶ່ງ ເພື່ອສະໜອງສະບຽງອາຫານຮັບໃຊ້ພາຍໃນແຂວງ ໄລຍະ 2020-2023 ແລະ ຕໍ່ອີກຮອດເດືອນ 6 ປີ 2024, ໃນນັ້ນ ທ່ານ ເສີມທອງ ແກ້ວແສງໂລຍ ນາຍບ້ານໆດັ່ງກ່າວ ໄດ້ລາຍງານ ກ່ຽວກັບສະພາບລວມຂອງບ້ານ, ສະພາບການຜະລິດກະສິກຳ ກໍຄືການປູກ-ການລ້ຽງ ຂອງປະຊາຊົນພາຍໃນບ້ານ ວ່າ: ພາຍໃນບ້ານມີ 322 ຫຼັງຄາເຮືອນ, 341 ຄອບຄົວ, ພົນລະເມືອງ 1.842 ຄົນ, ຍິງ 953 ຄົນ. ສຳລັບກິດຈະກຳຂອງໂຄງການ ປະກອບມີ ການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ ເຊັ່ນ ການປູກເຂົ້າ, ການປູກພືດຜັກ, ການປູກເຫັດ, ການລ້ຽງໄກ່, ການລ້ຽງປາໃນນາເຂົ້າ, ການປູກຕົ້ນໄມ້ກິນໝາກ; ການຜະລິດເປັນສິນຄ້າ ເຊັ່ນ: ການປູກພືດຜັກໃນເຮືອນຮົ່ມ, ການຍົກສະມັດຕະພາບເຂົ້າ, ການລ້ຽງປາເປັນສິນຄ້າ ແລະ ອື່ນໆ. ຜ່ານການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄດ້ເຮັດໃຫ້ໂຄງລ່າງພື້ນຖານການຜະລິດ ໄດ້ຮັບການປັບປຸງດີຂຶ້ນ ເປັນຕົ້ນ ການສະໜອງນໍ້າເພື່ອຮັບໃຊ້ການຜະລິດ, ເຮືອນຮົ່ມສຳລັບການປູກ-ການລ້ຽງ, ເຮັດໃຫ້ຄວາມສາມາດໃນການຜະລິດເຂົ້າ, ພືດຜັກ ແລະ ປາ ຂອງບ້ານດັ່ງກ່າວ ໄດ້ເພີ່ມຂຶ້ນເປັນຈໍານວນຫຼາຍກວ່າເກົ່າ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ.
ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດໂອ້ລົມ ຕໍ່ປະຊາຊົນບ້ານດັ່ງກ່າວ ໂດຍໄດ້ມີຄໍາເຫັນເຈາະຈີ້ມເຖິງສະພາບຊີວິດການເປັນຢູ່ ຂອງປະຊາຊົນ, ລະບົົບການປົກຄອງບ້ານ, ການຄຸ້ມຄອງເງິນກອງທຶນພັດທະນາບ້ານ, ທ່າແຮງ, ຂໍ້ຈຳກັດ ແລະ ສິ່ງທ້າທາຍ ໃນການພັດທະນາບ້ານ, ຕະຫຼອດຮອດ ການໃຫ້ຄວາມກະຈ່າງແຈ້ງ ຕໍ່ຂໍ້ສະເໜີ ແລະ ຄວາມສົນໃຈຕ່າງໆ ຂອງປະຊາຊົນ. ພ້ອມກັນນັ້ນ ກໍໄດ້ຍົກໃຫ້ເຫັນ ຄວາມພະຍາຍາມ ແລະ ເອົາໃຈໃສ່ ຂອງອົງການປົກຄອງທຸກຂັ້ນ ໃນການພັດທະນາເສດຖະກິດ-ສັງຄົມ ກໍຄືການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ແລະ ແກ້ໄຂບັນຫາເຄັ່ງຮ້ອນຕ່າງໆ ໃນໄລຍະຜ່ານມາ. ອັນສຳຄັນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ອົງການປົກຄອງບ້ານ ແລະ ປະຊາຊົນ ເອົາໃຈໃສ່ສຶກສາອົບຮົມລູກຫຼານຂອງຕົນ ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ຕໍ່ແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານ, ມູນເຊື້ອປະຫວັດສາດອັນດີງາມ, ມູນເຊື້ອດຸໝັ່ນ, ອາດຫານ, ສາມັກຄີ ແລະ ມູນເຊື້ອຮັກຊາດ ຂອງປະຊາຊົນຊາວແຂວງອັດຕະປື ທີ່ໄດ້ປະກອບສ່ວນ ແລະ ເສຍສະຫຼະ ໃນພາລະກິດຕໍ່ສູ້ກູ້ຊາດ ຢູ່ເຂດທີ່ໝັ້ນການປະຕິວັດລາວໃຕ້ ໃນເມື່ອກ່ອນ ໂດຍສະເພາະ ຢູ່ເຂດເມືອງສະໜາມໄຊ; ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ ບັນຫາຢາເສບຕິດ, ການກໍ່ຄວາມບໍ່ສະຫງົບ, ການເຊື່ອຖືໃນທາງທີ່ບໍ່ຖືກຕ້ອງ ແລະ ອື່ນໆ; ເອົາໃຈໃສ່ສົ່ງເສີມລູກຫຼານຂອງຕົນ ໃຫ້ໄດ້ເຂົ້າຮຽນ ຕາມເກນອາຍຸ ແລະ ສຳເລັດຕາມຄາດໝາຍທີ່ກຳນົດໄວ້; ນຳໃຊ້ທ່າແຮງຂອງບ້ານ ກໍຄືທ້ອງຖິ່ນຂອງຕົນ ໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະ ການປູກ-ການລ້ຽງ ໃນລະດູແລ້ງ, ການບໍລິການ, ການຄ້າ, ການສົ່ງເສີມວັດທະນະທຳທີ່ກ້າວໜ້າ ແລະ ອື່ນໆ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນ; ເອົາໃຈໃສ່ ຕໍ່ການປົກປັກຮັກສາສິ່ງແວດລ້ອມ ກໍຄືລະບົບນິເວດ ຂອງທ້ອງຖິ່ນ ໃຫ້ມີຄວາມອຸດົມສົມບູນ, ສີຂຽວ, ສະອາດ, ເປັນລະບຽບຮຽບຮ້ອຍ ແລະ ກາຍເປັນທ່າແຮງໃນການພັດທະນາທ້ອງຖິ່ນ ຢ່າງຍືນຍົງ ໂດຍສະເພາະ ການປູກ ແລະ ປົກປັກຮັກສາປ່າໄມ້, ການຮັກສາແຫຼ່ງນໍ້າທຳມະຊາດ, ສັດນໍ້າ-ສັດປ່າ ແລະ ອື່ນໆ.
ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ໄປຢ້ຽມຢາມ ແລະ ຊຸກຍູ້ການພັດທະນາໂຄງການຜະລິດກະສິກຳ ຂອງບໍລິສັດ ຮວງແອງອາກຼີໂກ ຢູ່ເມືອງໄຊເສດຖາ ທີ່ດຳເນີນກິດຈະການຟາມລ້ຽງງົວ, ປູກຕົ້ນໄມ້ອຸດສາຫະກຳ, ໂຮງງານປຸງແຕ່ງຜະລິດຕະພັນກະສິກຳ ແລະ ປູກຕົ້ນໄມ້ກິນໝາກ ເປັນຕົ້ນ ກ້ວຍ, ໝາກນັດ, ໝາກມ່ວງ, ໝາກກ້ຽງໃຫຍ່ ຊຶ່ງສາມາດສ້າງວຽກເຮັດງານທໍາ ໃຫ້ແກ່ປະຊາຊົນພາຍໃນທ້ອງຖິ່ນດັ່ງກ່າວ ແລະ ສ້າງລາຍຮັບປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງອັດຕະປື ກໍຄື ປະເທດ ໃຫ້ນັບມື້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງຂຶ້ນເປັນກ້າວໆ. (ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ