ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ
ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານໃຫ້ຮູ້ວ່າ: ການດໍາເນີນງານຕິດຕາມ-ກວດກາ 6 ເປົ້າໝາຍສໍາຄັນໃນຂອບເຂດທົ່ວປະເທດ ຄື: 1. ກວດກາການນໍາໃຊ້ບ້ວງເງິນກອງທຶນທາງຢູ່ 2 ແຂວງຄື: ແຂວງວຽງຈັນ ແລະ ແຂວງໄຊສົມບູນ: ຜ່ານການກວດກາໂຄງການນໍາໃຊ້ບ້ວງເງິນກອງທຶນທາງ ຮອດປີ 2025 ທັງໝົດ 178 ໂຄງການ (219 ສັນຍາ) ມູນຄ່າເຂົ້າແຜນ 850.98 ຕື້ກີບ ແລະ ມູນຄ່າຕາມສັນ ຍາ 926.21 ຕື້ກີບ ພົບເຫັນບັນຫາຄື: ມີການນໍາໃຊ້ງົບປະມານປີ 2024-2025 ໄປຊໍາລະໃຫ້ໂຄງການທີ່ຄ້າງຊໍາລະມາແຕ່ປີ 2017. ພົບ 44 ໂຄງການເຊັນສັນຍາເກີນມູນຄ່າທີ່ສະພາແຫ່ງຊາດຮັບຮອງ. ພົບ 7 ໂຄງການ ທີ່ມີການກໍ່ສ້າງທັບຊ້ອນກັນ (ໂຄງການເກົ່າຍັງຢູ່ໃນໄລຍະຄໍ້າປະກັນ ແຕ່ມີໂຄງການໃໝ່ສ້າງທັບ). ພົບ 4 ໂຄງການ ບໍ່ໄດ້ປະຕິບັດຕາມບົດບັນທຶກກວດກາວຽກ 100% ເປັນມູນຄ່າ 340.57 ລ້ານກີບ. ສ່ວນຫຼາຍບໍ່ໄດ້ຈົດທະບຽນສານ, ບໍ່ມີການວາງເງິນຄໍ້າປະກັນສັນຍາ, ບາງໂຄງການເຊັນສັນຍາກ່ອນສະເໜີເຂົ້າແຜນ ແລະ ນໍາໃຊ້ເງິນບໍ່ຖືກເປົ້າໝາຍ; 2. ກວດກາການລັກລອບຂຸດຄົ້ນຊັບພະຍາກອນແຮ່ທາດ ແລະ ປ່າໄມ້: ປະກົດການລັກລອບຂຸດຄົ້ນແຮ່ທາດ, ການຂຸດຄົ້ນໄມ້ ແລະ ການເຄື່ອນຍ້າຍໄມ້ອອກຕ່າງປະເທດ ຍັງເປັນບັນຫາທ້າທາຍ ແລະ ແຜ່ລາມຢູ່ຫຼາຍແຂວງ. ເຖິງວ່າລັດຖະບານ ແລະ ຄະນະເລຂາທິການສູນກາງພັກ ໄດ້ອອກຄໍາສັ່ງ (ຄໍາສັ່ງເລກທີ 46/ນຍ, ຄໍາສັ່ງ ເລກທີ 11/ຄລສພ) ແລະ ແຕ່ງຕັ້ງຄະນະສະເພາະກິດ (ຂໍ້ຕົກລົງເລກທີ 78/ນຍ) ແລ້ວກໍຕາມ, ແຕ່ການແກ້ໄຂຍັງບໍ່ທັນຂາດໂຕ ເນື່ອງຈາກການຈັດຕັ້ງປະຕິບັດບໍ່ທັນເຂັ້ມງວດ, ເຖິງຖອງ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພະນັກງານການນໍາຂັ້ນສູງ ແລະ ທ້ອງຖິ່ນບາງສ່ວນຍັງບໍ່ທັນດີ; 3. ກວດກາບ້ວງເງິນຝາກກູ້ຂອງລັດຖະ ບານຢູ່ລັດວິສາຫະກິດໄຟຟ້າລາວ: ກວດກາ 17 ໂຄງການ ມູນຄ່າກູ້ຢືມທັງໝົດ 4.59 ຕື້ໂດລາ. ໃນນີ້ກໍາລັງລົງເລິກກວດກາບ້ວງເງິນຝາກກູ້ 237.60 ລ້ານໂດລາ, ຊຶ່ງພົບວ່າ: ຜູ້ໃຫ້ກູ້ຢຸດການສະໜອງທຶນ 7 ສັນຍາ ມູນຄ່າ 98.91 ລ້ານໂດລາ. ໄຟຟ້າລາວໄດ້ໂອນໃຫ້ກະຊວງການເງິນ 53.68 ລ້ານໂດລາ, ນໍາໃຊ້ເອງເພື່ອແກ້ສະພາບຄ່ອງ 43.53 ລ້ານໂດລາ. ເງິນຄ້າງຢູ່ບໍລິສັດທີ 3 (ຜູ້ໃຫ້ທຶນໂອນໃຫ້ບໍລິສັດທີ 3 ແຕ່ບໍລິສັດບໍ່ໂອນຕໍ່ໃຫ້ໄຟຟ້າລາວ) ຈໍານວນ 41.47 ລ້ານໂດລາ. ມີຫຼາຍໂຄງການຈັດຕັ້ງປະຕິບັດແລ້ວ ແຕ່ບໍ່ມີປະສິດທິຜົນ ຫຼື ປະສິດທິຜົນຕໍ່າ; 4. ກວດກາ 5 ຂົງເຂດ ຢູ່ກະຊວງອຸດສາຫະກໍາ ແລະ ການຄ້າ, ຜ່ານການກວດກາເຫັນວ່າ ການປະຕິບັດນະໂຍບາຍເງິນເດືອນ ແລະ ເງິນອຸດໜູນໃຫ້ພະນັກງານຢູ່ບັນດາລັດວິສາຫະກິດມີລາຍຈ່າຍສູງ ແຕ່ລັດວິສາຫະກິດກັບບໍ່ມີຜົນກໍາໄລ. ປັດຈຸບັນເຈົ້າໜ້າທີ່ກໍາລັງລົງເລິກກວດກາ 2 ຂົງເຂດ ຄື: ຂົງເຂດພະລັງງານ ແລະ ບໍ່ແຮ່; 5. ກວດກາໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (BRT): ໂຄງການມູນຄ່າ 99.70 ລ້ານໂດລາ (ທຶນກູ້ຢືມ) ເລີ່ມມາແຕ່ປີ 2018 ຮອດປີ 2025 ມີ 33 ສັນຍາ ມູນຄ່າ 58.71 ລ້ານໂດລາ. ຜ່ານການກວດກາພົບຂໍ້ຜິດພາດຫຼາຍປະການ ຄື: ໂຄງການ ມີການຕໍ່ອາຍຸສັນຍາຫຼາຍຄັ້ງ ແຕ່ວຽກຍັງບໍ່ເຮັດ, ແບບແຕ້ມບໍ່ທັນໄດ້ຮັບຮອງ, ບາງສະຖານີສ້າງແລ້ວກໍຖືກທຸບມ້າງ ແລະ ຮື້ຖອນ, ສັນຍາທັງໝົດ 33 ສະບັບ ບໍ່ມີສະບັບພາສາລາວ, ນໍາໃຊ້ບ້ວງເງິນ BRT ໄປປັບປຸງ 9 ເສັ້ນທາງທີ່ບໍ່ນອນໃນໂຄງການ ມູນຄ່າ 1.52 ລ້ານໂດລາ (ໃນນີ້ມີ 1 ເສັ້ນທາງ ມູນຄ່າ 584,508 ໂດລາບໍ່ໄດ້ຮັບການຕົກລົງ ແຕ່ໄດ້ກໍ່ສ້າງແລ້ວ). ຈັດຊື້ລົດສາມລໍ້ໄຟຟ້າ 150 ຄັນ (ລາຄາ 3,040 ໂດລາ/ຄັນ) ເພື່ອຮັບໃຊ້ໂຄງການ ແຕ່ຕົວຈິງບໍ່ທັນໄດ້ນໍາໃຊ້ ເພາະບໍ່ມີເດີ່ນຈອດລົດ; 6. ການຕິດຕາມ-ກວດກາ ໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ (24 ໂຄງການ): ກວດກາ 24 ໂຄງການ ມູນຄ່າ 171,813.71 ຕື້ກີບ ພົບວ່າ: ເຈົ້າຂອງໂຄງການ ແລະ ບໍລິສັດ ແກ້ໄຂຜົນການກວດກາຊັກຊ້າເອກະສານກ່ອນສະເໜີເຂົ້າແຜນບໍ່ຄົບຖ້ວນ, ບໍລິສັດຕໍ່ສັນຍາຫຼາຍຄັ້ງເກີນລະບຽບ, ເນື້ອໃນສັນຍາບໍ່ລະອຽດ (ບໍ່ກໍານົດເງິນຄໍ້າປະກັນ 10% ແລະ ບໍ່ມີມາດຕະການປັບໄໝ). ບໍລິສັດປະຕິບັດໄປໄລຍະໜຶ່ງແລ້ວ ສະເໜີຂໍດັດແກ້ເພີ່ມມູນຄ່າ ຫຼື ຢຸດດໍາເນີນໂຄງການ. ລາຄາກາງ-ລາຄາຫົວໜ່ວຍ ບໍ່ສາມາດນໍາໃຊ້ໄດ້ຕົວຈິງ ຍ້ອນການເໜັງຕີງຂອງລາຄາວັດສະດຸ ແລະ ອັດຕາເງິນເຟີ້, ລວມທັງຄວາມສາມາດຊໍາລະສະສາງຂອງລັດແກ່ຍາວຫຼາຍປີ. ຕໍ່ ບັນຫາທັງໝົດທີ່ພົບເຫັນ, ອົງການກວດກາແຫ່ງລັດໄດ້ສະເໜີວິທີແກ້ໄຂໃຫ້ເຈົ້າຂອງໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຮີບຮ້ອນປັບປຸງແກ້ໄຂໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

ຂ່າວ-ພາບ: ບຸນຕອມ

ຄໍາເຫັນ

ຂ່າວເດັ່ນ

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້, ທີ່ເດີ່ນພະທາດຫຼວງ ໂດຍການເປັນກຽດເຂົ້າຮ່ວມເປີດງານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອາດສະພັງທອງ ສີພັນດອນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ພ້ອມພັນລະຍາ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີພະເຖຣາ-ນຸເຖຣະ, ບັນດາການນໍາພັກ-ລັດຈາກສູນກາງ-ນວ, ອະດີດການນໍາພັກ-ລັດຂັ້ນສູນກາງ-ນວ, ບັນດາທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ຜູ້ໃຫ້ການສະໜັບສະໜູນ, ມວນຊົນ ເຂົ້າຮ່ວມ.
ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບພະນະທ່ານ ອິກນາຊິໂອ ກາສຊິດ (Ignazio Cassis) ຮອງປະທານາທິບໍດີແຫ່ງສະມາພັນທະລັດສະວິດ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ໃນວັນທີ 17ພະຈິກຜ່ານມາ,ທີ່ ນະຄອນຫຼວງມະນີລາ ປະເທດ ຟີລິບປິນ,ທ່ານ ສະເຫຼີມໄຊ ກົມມະສິດ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (Mekong-Japan Cooperation ຫລື MJC)ຄັ້ງທີ 13 ໂດຍການເປັນປະທານຮ່ວມຂອງ ທ່ານLê Minh Hưngນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມແລະ ທ່ານ ນາງTAKAICHI Sanae,ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນໆ.
ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ໃນວັນທີ 17 ພະຈິກຜ່ານມາ ທີ່ ມະນິລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 29, ກອງປະຊຸມຜູ້ນໍາປະຊາຄົມອາຊີເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ ຄັ້ງທີ 4, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 29, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 23, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 21ແລະ ກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ສ. ອາເມຣິກາ.
​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ໃນ​ວັນ​ທີ 17 ພະຈິກ ຜ່ານມານີ້, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ໄດ້​ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ເຊຣເກລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້ ທີ່ ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ.
ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ  ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

17 ພະຈິກ ຜ່ານມາວ່າ: ກົມອຸຕຸນິຍົມວິທະຍາຂອງສິງກະໂປລາຍງານວ່າ, ສິງກະໂປມີທ່າອ່ຽງທີ່ຈະປະສົບກັບອິດທິພົນຂອງລົມມໍລະສຸມຕາເວັນອອກສ່ຽງເໜືອໃນໄລຍະເຄິ່ງຫຼັງຂອງເດືອນພະຈິກ ຊຶ່ງຈະເຮັດໃຫ້ລົມແຮງຂຶ້ນ ແລະ ປ່ຽນທິດທາງພັດມາຈາກທາງທິດຕາເວັນອອກສ່ຽງເໜືອ ຫຼື ທິດຕາເວັນຕົກສ່ຽງເໜືອ. ໂດຍບາງພື້ນທີ່ຂອງເກາະຈະມີພາຍຸຝົນຟ້າຄະນອງໄລຍະສັ້ນໆ, ສ່ວນຫຼາຍແມ່ນໃນຕອນບ່າຍ ແລະ ອາດຈະສືບຕໍ່ໄປຈົນຮອດກາງຄືນໃນບາງມື້.
ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກ ຜ່ານມາ ທີ່ ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນຫຼວງມະນີລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ລໍເຣນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້.
ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກຜ່ານມາ ທີ່ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນ ຫຼວງ ມະນີລາ ສ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະແບບບໍ່ເປັນທາງການ (Pull-aside) ກັບ ພະນະທ່ານ ອັນວາ ອິບຣາຮິມ ນາຍົກລັດຖະ ມົນຕີ ແຫ່ງ ມາເລເຊຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສູດຍອດອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ 2026.
ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 29, ບັນດາຜູ້ນໍາ ໄດ້ສະແດງຄວາມຊົມເຊີຍ ການຈັດຕັ້ງປະຕິບັດບັນດາກິດຈະກໍາ ຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນໃນປີ 2026. ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ອາຊຽນ ແລະ ສປ ຈີນ ສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການເຊື່ອມໂຍງ-ເຊື່ອມຈອດ, ປັນຍາປະດິດ, ການຄ້າ ແລະ ການລົງທຶນ ໂດຍສະເພາະການຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ຈີນ ສະບັບປັບປຸງ 3.0 ໃຫ້ມີປະສິດທິພາບ, ພ້ອມທັງ ໄດ້ເນັ້ນຢໍ້າຄວາມສໍາຄັນຂອງການຮ່ວມມືຫຼາຍຝ່າຍ ໂດຍອີງຕາມຫຼັກການເປີດກວ້າງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໃນການຮັດແໜ້ນການຮ່ວມມືດ້ານເສດຖະກິດ.
ປະທານປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

ໃນລະຫວ່າງວັນທີ 15-16 ພະຈິກນີ້, ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ຊຶ່ງຈັດຂຶ້ນພາຍໃຕ້ຫົວຂໍ້ “ການລົງທຶນຄືນໃໝ່ໃນສັນຕິພາບ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະ ສະຖຽນລະພາບທີ່ຍືນຍົງ ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາປະເທດສະມາຊິກສົມບູນ, ປະເທດສະມາຊິກສົມທົບ ແລະ ປະເທດສະມາຊິກສັງເກດການຂອງອົງການຝຣັງໂກໂຟນີສາກົນ (OIF) ເຂົ້າຮ່ວມ. ພ້ອມນີ້, ຍັງມີການປຶກສາຫາລືໃນຫົວຂໍ້ສະເພາະຄື: “ການເສີມສ້າງສັນຕິພາບ: ໂຄງການລວມໝູ່ລວມເອົາຈຸດແຂງ ແລະ ຂໍ້ໄດ້ປຽບທີ່ຫຼາກຫຼາຍຂອງພວກເຮົາ” ຂອງບັນດາປະເທດສະມາຊິກ.
ເພີ່ມເຕີມ