ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນວັນທີ 7 ຕຸລາຜ່ານມາທີ່ ສະພາແຫ່ງຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ໂອກາດນີ້ ທ່ານ ໄຊຊະນະ ໂຄດພູທອນ ພ້ອມຄະນະ ໄດ້ສະແດງຄວາມຍິນດີ ແລະ ອວຍພອນຕໍ່ທ່ານປະທານສະພາແຫ່ງຊາດ ແລະ ທ່ານນາຍົກລັດຖະມົນຕີຄົນໃໝ່ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ ແລະ ຊີ້ນໍາຂອງບັນດາການນໍາຊຸດໃໝ່ວຽກງານຂອງສະພາແຫ່ງຊາດ ແລະ ລັດຖະບານ ຈະສືບຕໍ່ບັນລຸໝາກຜົນໃໝ່ ແລະ ສາມາດປະຕິບັດບັນດາພາລະໜ້າທີ່ສໍາຄັນ ເພື່ອປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ.
ຂ່າວ : ມະນີວັນ
ຄໍາເຫັນ