ງານບຸນຊ່ວງເຮືອ ເມືອງປາກອູ ກົງກັບບຸນຫໍ່ເຂົ້າສະຫຼາກ

ງານບຸນຊ່ວງເຮືອ ເມືອງປາກອູ ກົງກັບບຸນຫໍ່ເຂົ້າສະຫຼາກ

ເມືອງປາກອູ ແຂວງຫຼວງພະບາງ ໄດ້ຈັດພິທີຈັບສະຫຼາກຄາດຄູ່ເຮືອຊ່ວງເຂົ້າແຂ່ງຂັນໃນງານບຸນຊ່ວງເຮືອປະຈໍາປີ 2022 ຊຶ່ງກົງກັບບຸນຫໍ່ເຂົ້າສະຫຼາກ ຂອງຊາວພຸດ ພິທີໄດ້ຈັດຂຶ້ນໃນວັນທີ 7 ກັນຍາ ນີ້ ທີ່ສະໂມສອນໃຫຍ່ເມືອງປາກອູ ໂດຍການເປັນປະທານຂອງ ທ່ານ ໄຊເຍຍ ເຊັງທ່າວ ຮອງເລຂາພັກເມືອງ ປະທານກວດກາພັກລັດເມືອງ, ມີຫົວໜ້າ, ຮອງຫົວໜ້າຄະນະຮັບຜິດຊອບຕັດສິນ, ມີນາຍບ້ານ, ຫົວໜ້າສີພາຍເຮືອຊ່ວງຂົ້າຮ່ວມ.
ທ່ານ ຄໍາກອງ ກິດຕິຄຸນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ທັງເປັນຄະນະກໍາມະການ ງານບຸນຊ່ວງເຮືອ ຜ່ານກົດລະບຽບວ່າດ້ວຍການແຂ່ງຂັນກິລາຊ່ວງເຮືອປະຈໍາປີ 2022 ວ່າ: ໃນວັນບຸນຫໍ່ເຂົ້າສະຫຼາກຂອງຊາວເມືອງປາກອູ ແມ່ນວັນທີ 10 ກັນຍາ ຈະມາເຖິງນີ້ ມີການແຂ່ງຂັນເຮືອຊ່ວງ ຊຶ່ງເປັນປະເພດເຮືອກາບ,ເປັນເຮືອທີ່ມີແຫງມ ຊຶ່ງກໍານົດສີພາຍບໍ່ໃຫ້ເກີນ 30 ສີພາຍ, ສໍາຮອງ 7 ຄົນ, ມີເຮືອຊ່ວງເຂົ້າແຂ່ງຂັນທັງໜົດ 12 ລໍາຄື: ເຮືອຊ່ວງບ້ານຫາດຄໍ້ 2 ລໍາ, ບ້ານສົມສະນຸກ 1 ລໍາ, ບ້ານຫາດຍາ 2 ລໍາ, ບ້ານປາກອູ 1 ລໍາ, ບ້ານຫາດມາດ 2 ລໍາ, ທະນາຄານການຄ້າຕ່າງປະເທດ 1 ລໍາ, ບ້ານດອນແຊັມ 1 ລໍາ ນະຄອນ-ຫຼວງພະບາງ, ບ້ານຊ່າງໄຫ 1 ລໍາ ແລະ ບ້ານຫາດຮ່ຽນ 1 ລໍາ ນະຄອນ-ຫຼວງພະບາງ, ໃນນີ້ໄດ້ແບ່ງອອກເປັນ 2 ສາຍຄື: ສາຍ ກໍ ມີ 6 ລໍາ, ສາຍ ຂໍ ມີ 6 ລໍາ, ຜົນການຈັບສະຫຼາກຄາດຄູ່ເຮືອແຂ່ງຂັນກັນຮອບທີ 1 ສາຍ ກໍ ມີ 2 ຄູ່ແຂ່ງຂັນຄື: ຄູ່ທີ 1 ເຮືອຊ່ວງບ້ານຫາດມາ 2 ແຂ່ງກັບເຮືອຊ່ວງ ບ້ານຫາດຍາ 1, ຄູ່ທີ 2 ເຮືອຊ່ວງບ້ານສົມສະນຸກແຂ່ງຂັນກັບເຮືອຊ່ວງບ້ານຫາດມາດ 1, ໃນນັ້ນມີເຮືອເຢິງ 2 ລໍາຄື: ເຮືອຊ່ວງບ້ານຫາດຄໍ້ 2 ແລະ ເຮືອຊ່ວງບ້ານຫາດຮ່ຽນ, ຮອບທີ 1 ສາຍ ຂໍ ມີ 2 ຄູ່ແຂ່ງຂັນຄື: ຄູ່ທີ 1 ເຮືອຊ່ວງທະນາຄານການຄ້າແຂ່ງຂັນກັບເຮືອຊ່ວງບ້ານຫາດຄໍ້ 1 ຄູ່ທີ 2 ເຮືອຊ່ວງບ້ານຊ່າງໄຫ ແຂ່ງຂັນກັບເຮືອຊ່ວງບ້ານປາກອູ ໃນນັ້ນມີເຮືອເຢິງ 2 ລໍາຄື: ເຮືອຊ່ວງບ້ານດອນແຊັມ ແລະ ເຮືອຊ່ວງບ້ານຫາດຍາ 2.
ໂອກາດນີ້, ທ່ານ ໄຊເຍຍ ເຊັງທ່າວ ກໍໄດ້ຮຽກຮ້ອງມາຍັງບັນດາອະນຸກໍາມະການ ຕ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັດໃຫ້ມີຄວາມຍຸຕິທໍາ ແລະ ມີຄວາມຊື່ຕົງ ເຮັດຕາມພາລະບົດບາດຕາມຂັ້ນເທິງໄດ້ມອບໝາຍ,ຮຽກຮ້ອງມາຍັງນັກສີພາຍຕ້ອງໄດ້ເອົາໃຈໃສ່ປະຕິບັດກົດລະບຽບທີ່ທາງຄະນະກໍາມະການໄດ້ກໍານົດໄວ້ເພື່ອເຮັດໃຫ້ງານແຂ່ງຂັນຊ່ວງເຮືອສໍາເລັດລົງດ້ວຍບັນຍາກາດອັນຈົບງາມ.
ການຈັດງານແຂ່ງຂັນຊ່ວງເຮືອປະຈໍາປີ ທີ່ເມືອງປາກອູ ແມ່ນອີກໜຶ່ງກິດຈະກໍາ ຂອງແຂວງຫຼວງພະບາງ ຊຶ່ງເປັນປະເພນີຂອງຊາວເມືອງປາກອູ ທີ່ສືບທອດກັນມາດົນນານ, ເປັນການສົ່ງເສີມການທ່ອງທ່ຽວ ແລະ ທັງເປັນການດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມ ແຂວງຫຼວງພະບາງ ກໍຄືເມືອງປາກອູໃຫ້ຫຼາຍຂຶ້ນ.
ຂ່າວ-ພາບ: ຄໍາອ້ວນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກາເຟ ທຣູສະເລນ ມີຈຳໜ່າຍຢູ່ເຈມາກໃນນະຄອນຫຼວງວຽງຈັນ

ກາເຟ ທຣູສະເລນ ມີຈຳໜ່າຍຢູ່ເຈມາກໃນນະຄອນຫຼວງວຽງຈັນ

ຕົວແທນບໍລິສັດຮ່ວມພັດທະນາການຢາ ໄດ້ຈັດໂປຣໂມຊັັນ (ແຈກແຖມ) ເພື່ອເປັນການ ຄືນກຳໄລໃຫ້ລູກຄ້າ ຊຶ່ງມີຫຼາກຫຼາຍຜະລິດຕະພັນ ບັນດາລູກຄາທີ່ຊື້ຜະລິດຕະພັນຂອງຕົວແທນ ບໍລິສັດຮ່ວມພັດທະນາການຢາ ຈະໄດ້ຮັບຂອງແຖມຈາກຕົວແທນບໍລິສັດຫຼາກຫຼາຍລາຍການ ໃນຂະນະດຽວກັນສາມາດຊື້ ແລະ ຮ່ວມຊິມກາເຟ ທຣູສະເລນ ກັບຕົວແທນບໍລິສັດໄດ້.
ເພີ່ມເຕີມ