ກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍການຕິດຕາມກວດກາຂອງ ສພຊ ແລະ ສພຂ (ສະບັບປັບປຸງ)

ກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍການຕິດຕາມກວດກາຂອງ ສພຊ ແລະ ສພຂ (ສະບັບປັບປຸງ)
ໃນວັນທີ 25-26 ກັນຍາ ນີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມກວດກາເນື້ອໃນຮ່າງກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ (ສພຊ) ແລະ ສະພາປະຊາຊົນຊັ້ນແຂວງ (ສພຂ) (ສະບັບປັບປຸງ) ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານປະທານ, ຮອງປະທານກຳມາທິການສະພາແຫ່ງຊາດ, ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານຮອງຫົວໜ້າຫ້ອງວ່າການປະທານປະເທດ, ຄະນະທີ່ປຶກສາດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພະນັກ ງານ-ລັດຖະກອນ ຈາກສະພາແຫ່ງຊາດ ແລະ ກະຊວງ, ອົງການກ່ຽວຂ້ອງ.
ໃນກອງປະຊຸມຄັ້ງນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຍັງໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໄດ້ປັບປຸງມາແລ້ວ 1 ຄັ້ງ ໃນປີ 2016 ເປັນເວລາ 7 ປີ ຊຶ່ງໄດ້ເປັນບ່ອນອີງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງຕົນດີຂຶ້ນ, ການປັບປຸງໄລຍະຜ່ານມາ ກໍມີອັນບໍ່ທັນສອດຄ່ອງກັບຂັ້ນຕອນຂອງກົດໝາຍວ່າດ້ວຍການສ້າງນິຕິກຳ ໂດຍສະເພາະຂັ້ນຕອນການປະເມີນການຈັດຕັ້ງປະຕິບັດ ແລະ ທາບທາມກົດໝາຍ ບໍ່ທັນເຮັດຢ່າງກວ້າງຂວາງ ແລະ ເລິກເຊິ່ງ ຕາມຂັ້ນຕອນທີ່ກໍານົດໃນກົດໝາຍ ຈຶ່ງຍັງມີບາງເນື້ອໃນບໍ່ທັນຮັດກຸມ, ຊັດເຈນ, ຄົບຖ້ວນ ແລະ ຈະແຈ້ງເຮັດໃຫ້ການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນບາງດ້ານບໍ່ທັນມີຄຸນນະພາບສູງເທົ່າທີ່ຄວນ.
ໃນວາລະກອງປະຊຸມ, ທ່ານ ຄຳແພງ ວິລະພັນ ປະທານກຳມາທິການຍຸຕິທຳ ສະພາແຫ່ງຊາດ ໄດ້ຂຶ້ນຜ່ານບົດສະເໜີການປັບປຸງກ່ຽວກັບກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ) ໂດຍໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດໄລຍະຜ່ານມາ, ເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງກົດໝາຍ, ຂະບວນການຄົ້ນຄວ້າປັບປຸງກົດໝາຍ, ໂຄງປະກອບ ແລະ ເນື້ອໃນສຳຄັນຂອງຮ່າງກົດໝາຍ ແລະ ອື່ນໆ; ຈາກນັ້ນ, ຄະນະຮັບຜິດຊອບປັບປຸງກົດ ໝາຍ ແລະ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນ ແລະ ເປັນເອກະພາບກັນໃສ່ຮ່າງກົດໝາຍວ່າດ້ວຍການຕິດຕາມກວດກາສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ) ຢ່າງກົງໄປກົງມາ ຊຶ່ງປະກອບມີ VIII ພາກ, 10 ໝວດ ແລະ 108 ມາດຕາ (ເພີ່ມ 7 ມາດຕາ, ປັບປຸງ 23 ມາດຕາ, ຕັດອອກ 5 ມາດຕາ ແລະ ຍັງຮັກສາຄືເກົ່າ 78 ມາດຕາ) ເພື່ອເຮັດໃຫ້ເນື້ອໃນຂອງກົດໝາຍດັ່ງກ່າວ ຄົບຖ້ວນ ແລະ ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍອື່ນທີ່ປະກາດໃຊ້ແລ້ວ, ສົນທິສັນຍາ, ສັນຍາສາກົນທີ່ກ່ຽວຂ້ອງ ແລະ ການຈັດຕັ້ງປະຕິບັດຕົວຈິງ.
(ຂ່າວ: ສພຂ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກະຊວງ ປກສ ປາຖະກະຖາວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ

ກະຊວງ ປກສ ປາຖະກະຖາວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ

ວັນທີ 22 ຕຸລານີ້, ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີປາຖະກະຖາວັນປະກາດເອກະ ລາດ 12 ຕຸລາ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12 ຕຸລາ 1945-12 ຕຸລາ 2026), ໂດຍການເປັນປະທານ ແລະ ປາຖະກະຖາຂອງທ່ານ ພົຕ ຄອນສະຫວັນ ສົມພາໄຊ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປກສ ແລະ ທ່ານ ພົຈວ ຫຸມພັນ ຜິວເຂັມພອນ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກກະຊວງ, ຄະນະພັກ-ຄະນະບັນຊາກ່ຽວຂ້ອງເຂົ້າຮ່ວມ.
ເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນກຳມະບານທົ່ວປະເທດ ຄັ້ງທີ IX

ເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນກຳມະບານທົ່ວປະເທດ ຄັ້ງທີ IX

ອົງການກວດສອບແຫ່ງລັດ ໄດ້ຈັດພິທີເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນກຳມະບານທົ່ວປະເທດ ຄັ້ງທີ IX ຂຶ້ນໃນວັນທີ 22 ຕຸລານີ້ ທີ່ຫ້ອງປະຊຸມໃຫຍ່ຂອງອົງການກວດສອບແຫ່ງລັດ, ໂດຍການເປັນປະທານຂອງ ສະຫາຍ ວິໄລ ວົງຂະເສີມ ຮອງເລຂາຄະນະພັກ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ເຂົ້າຮ່ວມຮັບຟັງມີຄະນະບໍລິຫານງານສະຫະພັນກຳມະບານ, ຄະນະກຳມະບານຮາກຖານ ແລະ ສະມາຊິກກຳມະບານ ອົງການກວດສອບແຫ່ງລັດ ເຂົ້າຮ່ວມຢ່າງພ້ອມພຽງ.
ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ

ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ປະຈຳປີ 2026 ໄດ້ຈັດຂຶ້ນໃນວັນທີ 21 ຕຸລານີ້, ທີ່ວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ສາຍສະໝອນ ງາມສີ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ ແລະ ທ່ານ ທະນະວັດ ສິຣິພອນພັນ ຜູ້ຈັດການບໍລິສັດ ຄູໂບຕ້າລາວ, ມີຄະນະອໍານວຍການຈາກວິທະຍາໄລເຕັກນິກວິຊາຊີບແຂວງບໍລິຄໍາໄຊແຂວງວຽງຈັນ, ແຂວງຄໍາມ່ວນ ແລະ ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ, ຫົວໜ້າ-ຮອງຫົວໜ້າພະແນກ, ຜູ້ຈັດການ, ຕາງໜ້າຕົວແທນຈໍາໜ່າຍ, ຄະນະກໍາມະການ, ນັກແຂ່ງຂັນ, ພະນັກງານ ແລະ ນັກສຶກສາເຂົ້າຮ່ວມ.
ແຂວງວຽງຈັນ ເປີດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ແຂວງວຽງຈັນ ເປີດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ໃນວັນທີ 22 ຕຸລານີ້, ແຂວງວຽງຈັນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທີ່ສະໂມສອນແຂວງໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ປະທານ - ຮອງປະທານຄະນະກວດກາພັກແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຈໍານວນ 175 ສະຫາຍ ຍິງ 33 ສະຫາຍ.
ກຸ່ມບໍລິສັດລາວໂທລະຄົມ ຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ

ກຸ່ມບໍລິສັດລາວໂທລະຄົມ ຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ

ກຸ່ມບໍລິສັດລາວໂທລະຄົມ ໄດ້ເຂົ້າຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ ໃນງານສັບປະດາດີຈີຕອນລາວ ປະຈຳປີ 2026 (Lao Digital Week 2026) ງານ Lao Digital Week 2026 ເປັນເວທີສຳຄັນໃນການສະແດງຄວາມກ້າວໜ້າດ້ານເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງເປີດໂອກາດໃຫ້ພາກສ່ວນຕ່າງໆ ໄດ້ສຶກສາ ແລະ ສຳຜັດກັບການນຳໃຊ້ເຕັກໂນໂລຊີດີຈີຕອນ. ເນື້ອໃນຂອງງານສະທ້ອນເຖິງຄວາມສຳຄັນຂອງການພັດທະນາລັດຖະບານດີຈີຕອນ, ການສ້າງບຸກຄະລາກອນທີ່ມີທັກສະດີຈີຕອນ ແລະ ການສົ່ງເສີມນະວັດຕະກຳ ເພື່ອຮອງຮັບການກ້າວເຂົ້າສູ່ຍຸກປັນຍາປະດິດ.
ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ

ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ

ພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ພ້ອມທັງມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາຜ່ານມາ, ທີ່ພະແນກສາທາລະນະສຸກແຂວງ ໂດຍການເປັນປະທານຂອງທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ວຽກພັກ-ພະນັກງານ, ມີຄະນະພະແນກ, ອະດີດຄະນະນໍາ, ພະນັກງານຫຼັກແຫຼ່ງ, ແຂກຖືກເຊີນ ແລະ ພະນັກ ງານກ່ຽວຂ້ອງເຂົ້າຮ່ວມ.
ເມືອງຈອມເພັດ ເປີດແຂ່ງຂັນຊ່ວງເຮືອ ປະຈຳປີ 2026

ເມືອງຈອມເພັດ ເປີດແຂ່ງຂັນຊ່ວງເຮືອ ປະຈຳປີ 2026

ໃນວັນທີ 22 ຕຸລານີ້, ທີ່ໜ້າຝາຍ ບ້ານໂພລາດ ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດພິທີເປີດງານບຸນຊ່ວງເຮືອ ເນື່ອງໃນໂອກາດບຸນອອກພັນສາ-ປະວໍລະນາ ປະຈຳປີ 2026 ໂດຍມີທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ ທັງເປັນຜູ້ຊີ້ນຳຮອບດ້ານເມືອງຈອມເພັດ, ມີທ່ານ ສອນເພັດ ພົງສຸທິ ປະທານຄະນະກຳມະການປົກຄອງເມືອງຈອມເພັດ ພ້ອມດ້ວຍການນຳແຂວງ, ການນຳເມືອງ ແຂກຖືກເຊີນ ແລະ ມວນຊົນຈາກເມືອງຈອມເພັດ ແລະ ເມືອງອ້ອມຂ້າງເຂົ້າຮ່ວມຢ່າງຄຶກຄື້ນ.
ລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI

ລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI ປະຈຳປີ 2026 ຂຶ້ນໃນວັນທີ 22 ຕຸລານີ້ ທີ່ ສນຊ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ, ມີພະເຖລາ-ນຸເຖລະ, ຮອງປະທານ ສນຊ ພ້ອມດ້ວຍອະນຸກໍາມະການຮັບຜິດຊອບຈັດກອງປະຊຸມ ເຂົ້າຮ່ວມ.
ການນຳ ຫສນຍ ເນັ້ນ ໃຫ້ປະຕິບັດຄຳສັ່ງ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢ່າງເຂັ້ມງວດ

ການນຳ ຫສນຍ ເນັ້ນ ໃຫ້ປະຕິບັດຄຳສັ່ງ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢ່າງເຂັ້ມງວດ

ຄະນະປ້ອງກັນພາຍໃນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກ່ຽວກັບການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາທີ່ ຫ​ສນຍໂດຍໃຫ້ກຽດເປັນປະທານຂອງທ່ານ ຄຳຜາ ພິມມະສອນຮອງລັດຖະມົນຕີຮອງຫົວໜ້າ ຫສນຍ; ມີບັນດາຜູ້ຕາງໜ້າຄະນະກຳມະການເກັບກູ້ອາວຸດເສີກຂັ້ນສູນກາງ ຈາກກະຊວງປ້ອງກັນຄວາມສະຫງົບ, ບັນດາ ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກເຂົ້າຮ່ວມ.
ໄຊບົວທອງ ເສຍຫາຍຈາກນໍ້າຖ້ວມ 16 ຕື້ກີບ ພ້ອມສະເໜີຂໍທຶນຟື້ນຟູສ້ອມແປງ

ໄຊບົວທອງ ເສຍຫາຍຈາກນໍ້າຖ້ວມ 16 ຕື້ກີບ ພ້ອມສະເໜີຂໍທຶນຟື້ນຟູສ້ອມແປງ

ເມືອງໄຊບົວທອງ ແຂວງຄໍາມ່ວນ ປະເມີນມູນຄ່າຄວາມເສຍຫາຍຈາກພະຍຸ 4 ຄັ້ງ ໃນຊ່ວງເດືອນກໍລະກົດ ຫາເດືອນກັນຍາ 2026 ລວມມູນຄ່າຄວາມເສຍຫາຍກວ່າ 16.59 ຕື້ກີບ ໂດຍມີ 27 ບ້ານ ແລະ 925 ຄອບຄົວໄດ້ຮັບຜົນກະທົບ. ຄວາມເສຍຫາຍມີທັງເສັ້ນທາງ, ຂົວ, ພື້ນທີ່ກະສິກຳ, ຊົນລະປະທານ, ໂຮງຮຽນ ແລະ ຊັບສິນຂອງປະຊາຊົນ. ຂະນະນີ້ ທາງເມືອງ ກຳລັງສະເໜີຂໍງົບປະມານຈາກຂັ້ນແຂວງ ເພື່ອຟື້ນຟູ ແລະ ປັບປຸງເສັ້ນທາງທີ່ຈຳເປັນຮີບດ່ວນ.
ເພີ່ມເຕີມ