![]() |
ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າວຽກ ການກະກຽມດ້ານເນື້ອໃນ, ກໍາລັງພົນເຂົ້າຮ່ວມ, ເຄື່ອງອຸປະກອນການປະກອບ, ວິທີການ, ວາລະດໍາເນີນການຈັດຕັ້ງ ງານໂຮມຊຸມນຸມ ແລະ ການຈັດຕັ້ງຫັດແອບສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ເປັນເອກະພາບ, ມີເນື້ອໃນ, ມີຄວາມໝາຍເລິກເຊິ່ງ ແລະ ສົມກຽດ. ກົມໃຫຍ່ເສນາທິການກອງທັບ ໃນນາມຄະນະຊີ້ນໍາກ້ອນສວນສະໜາມ ໄດ້ປະສານສົມທົບກັບບັນດາອົງການກະຊວງ, ກະຊວງປ້ອງກັນຄວາມສະຫງົບ, ກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ສ້າງແຜນການ ຈັດຕັ້ງສະແດງທົດລອງ ການສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ເພື່ອລະນຶກເຖິງວັນສໍາຄັນທາງປະຫວັດສາດຂອງຊາດ, ເອກອ້າງຜົນງານໃນການສ້າງສາ ແລະ ພັດທະນາປະເທດຊາດ ຕະຫຼອດໄລຍະ 50 ປີ ຕໍ່ແຂກພາຍໃນ ແລະ ຕ່າງປະເທດ ພ້ອມທັງ ຖືເອົາໂອກາດນີ້ ເຕົ້າໂຮມຄວາມສາມັກຄີປອງດອງຊາດ, ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໂດຍພາຍໃຕ້ການນຳພາ ຂອງພັກ ປະຊາຊົນ ປະຕິວັດລາວ ໃຫ້ເປັນປຶກແຜ່ນ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດຊີ້ນໍາ ຂອງພັກວາງອອກ ໃຫ້ບັນລຸຕາມຈຸດປະສົງຄາດໝາຍ.
![]() |
ຫຼັງຈາກສໍາເລັດການສະແດງ, ບັນດາການນຳ ໄດ້ສະແດງຄວາມຊົມເຊີຍ ເຖິງຄວາມອົດທົນພະຍາຍາມຂອງທຸກສະຫາຍ ທີ່ພະຍາຍາມປັບປຸງບ່ອນທີ່ຍັງຄົງຄ້າງ, ພ້ອມທັງເນັ້ນໜັກໃຫ້ບັນດາຄະນະຮັບຜິດຊອບແຕ່ລະກ້ອນກໍາລັງ ສືບຕໍ່ເອົາໃຈໃສ່ຫຼາຍຢ່າງ ໂດຍສະເພາະ ແມ່ນຈັງວະທ່າທີຕ່າງໆ, ໄລຍະຫ່າງແຕ່ລະກ້ອນ, ລະດັບການຍົກແຂນຂາ ຕ້ອງສູງຕໍ່າສະເໝີກັນ, ສຽງເສບກັບສຽງພາກ ຕ້ອງໃຫ້ເຂົ້າກັນ, ກໍານົດຈຸດແຕ່ລະໜ້າວຽກ ໃຫ້ລະອຽດຊັດເຈນ ເພື່ອໃຫ້ມີຄວາມເປັນເອກະພາບ ແລະ ງົດງາມ ພ້ອມທັງຮັບປະກັນບໍ່ໃຫ້ມີຄວາມຜິດພາດ, ສາມາດສະແດງອອກມາໄດ້ສົມບູນທີ່ສຸດ ໃນມື້ສະເຫຼີມສະຫຼອງແທ້.
![]() |
ຂ່າວ: ສຸກສາຄອນ



ຄໍາເຫັນ