![]() |
ພິທີ ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ ການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 4 ບຸກ ໄລຍະ 3 ປີຜ່ານມາ ວ່າ: ພະແນກຊາວໜຸ່ມ ກອງບັນຊາການທະຫານແຂວງຫຼວງພະບາງ ປະກອບມີ 24 ໜ່ວຍ, ມີຄະະນະບໍລິຫານງານຊາວໜຸ່ມ 3 ກອງພັນນ້ອຍ, 1 ໂຮງຮຽນການທະຫານທ້ອງຖິ່ນ, ລວມມີສະມາຊິກທັງໝົດ 1,347 ຄົນ, ຍິງ 165 ຄົນ, ຜ່ານມາຄະນະໜ່ວຍ ໄດ້ຢຶດໝັ້ນທັດສະນະຂອງພັກ, ຖືເອົາການສຶກາອົບຮົມການເມືອງ-ແນວຄິດ ເປັນສຳຄັນ, ໂດຍສອດຫ້ອຍເຂົ້າທຸກຂົງເຂດວຽກງານ ຕິດພັນກັບການລົງຊຸກຍູ້, ປຸກລະດົມ ແລະສ້າງເງື່ອນໄຂໃຫ້ສະມາຊິກຊາວໜຸ່ມ, ເຍົາວະຊົນ ໄດ້ຮ່ຳຮຽນແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ລະບຽບ ກົດໝາຍ ແລະບັນດານິຕິກຳ ດ້ວຍຫຼາຍຮູບການ, ອັນພົ້ນເດັ່ນ ໄດ້ເຜີຍແຜ່ເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ຢ່າງທົ່ວເຖິງ ເຮັດໃຫ້ສະມາຊິກຊາວໜຸ່ມມີຄວາມເຂົ້າໃຈຕໍ່ແນວທາງຂອງພັກ, ເຄົາລົບກົດໝາຍຂອງລັດ ແລະລະບຽບວິໄນຂອງກອງທັບຢ່າງເຂັ້ມງວດ ພ້ອມກັນຈັດຕັ້ງປະຕິບັດຕໍ່ຂໍ້ແຂ່ງຂັນ ຢ່າງເປັນຂະບວນການຟົດຟື້ນ, ສາມາດຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໄດ້ເຖິງ 95%. ໂອກາດດຽວກັນນີ້ ທ່ານ ສຸບັນຄິດ ເພັດພົງພັນ ຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຂວງຫຼວງພະບາງ ວ່າດ້ວຍການອະນຸມັດ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮາກຖານ ພະແນກຊາວໜຸ່ມກອງບັນຊາການທະຫານ ແຂວງຫຼວງພະບາງ ແລະຜ່ານຂໍ້ຕົກລົງວ່າດ້ວຍການມອບໃບຍ້ອງຍໍ ໃຫ້ບຸກຄົນທີ່ມີຜົນງານດີເດັ່ນ ຈໍານວນ 1,364 ໃບ, ທັງມອບທຸງໄຊ ແລະມອບໃບຍ້ອງຍໍ ຢ່າງສົມກຽດ.
ຂ່າວ: ບຸນເພັງ ວົງແກ້ວມະນີ; ພາບ: ທອງລິດ ແກ້ວທຸມມາ.

ຄໍາເຫັນ