![]() |
ທ່ານ ເພັງ ເພີນຈິດ ປະທານກວດການພັກ-ລັດເມືອງປາກກະດິງ ໄດ້ກ່າວເປີດພິທີ ບາງຕອນທ່ານກ່າວວ່າ: ວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ ແມ່ນໄດ້ກຳນົດເອົາ ວັນທີ 11 ພະຈິກ ຂອງທຸກໆປີ. ດັ່ງນັ້ນ, ການຈັດພິທີເປີດສັກວັກຊີນປ້ອງກັນພະຍາດສັດໃນຄັ້ງນີ້ກໍເພື່ອເປັນການປູກຈິດສຳນຶກໃຫ້ພໍ່ແມ່ປະຊາຊົນ ຮູ້ຈັກວິທີການສັກວັກຊີນປ້ອງກັນພະຍາດສັດລ້ຽງຂອງຕົນ ໃຫ້ມີສຸຂະພາບແຂງແຮງ,ເກີດແມ່ແຜ່ລູກຕາມລະດູການ ມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ແນໃສ່ຕອບສະໜອງສະບຽງອາຫານຕໍ່ຜູ້ບໍລິໂພກໃຫ້ພຽງພໍ ໂດຍປາສະຈາກ ພະຍາດ ແລະ ຍັງເປັນການສ້າງລາຍຮັບໃຫ້ພໍ່ແມ່ປະຊາຊົນ.ຈາກນັ້ນ, ກໍໄດ້ມີການສັກວັກຊີນປ້ອງກັນພະຍາດສັດລ້ຽງໃຫ້ພໍ່ແມ່ປະຊາຊົນແບບບໍ່ເສຍຄ່າ, ເປັນການເປີດຂະບວນການສັກວັກຊີນປ້ອງກັນພະຍາດສັດລ້ຽງປະຈຳປີ 2025 ຢູ່ເມືອງປາກກະດິງ ຢ່າງເປັນທາງການ.
(ຂ່າວ: ແສງທອງ)

ຄໍາເຫັນ