ທ່ານ ມະໄລທອງ ກົມມະສິດກ່າວວ່າ:ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮັບຄໍາຊັກຖາມ 5 ຂໍ້ທີ່ປິ່ນອ້ອມ 3 ບັນຫາມີການພົວພັນກັບການຫັນເປັນອຸດສາຫະກຳ, ພະລັງງານ ແລະ ບໍ່ແຮ່,3 ບັນຫາດັ່ງກ່າວ ມີການພົວພັນ ແລະ ສະໜັບສະໜູນກັນໃນການພັດທະນາອຸດສາຫະກຳທີ່ກຳນົດໃນແຜນ 5 ປີ, ກະຊວງ ອຄ ໄດ້ກຳນົດທິດທາງ ແລະ ແຜນພັດທະນາ ຂອງຂະແໜງການ,ໃນນັ້ນໄດ້ກຳນົດ 4 ວຽກງານຈຸດສຸມປິ່ນອ້ອມ (ຫຼື Cross Cutting Sectors),ປະກອບມີ:ການພັດທະນາຊັບພະຍາກອນມະນຸດ ຂອງຂະແໜງການ, ການຫັນເປັນດິຈິຕອນ ໃນຂະແໜງການ, ການຫັນເປັນສີຂຽວ ໃນຂະແໜງການ,ການສົ່ງເສີມ ແລະ ເຊື່ອມສານວຽກງານບົດບາດຍິງ-ຊາຍ, ການມີສ່ວນຮ່ວມ ແລະ ການໃຫ້ໂອກາດແກ່ຄົນພິການໃນຂະແໜງການ,ຕໍ່ທິດທາງການຫັນເປັນອຸດສາຫະກຳໃນຂະແໜງອຸດສາຫະກຳ ແລະ ການຄ້າ ໃນ 5 ປີຕໍ່ໜ້າ ແມ່ນຈະສຸມໃສ່ 3 ຂະແໜງຕົ້ນຕໍຄື:ອຸດສາຫະກຳປຸງແຕ່ງ, ອຸດສາຫະກຳພະລັງງານແລະ ອຸດສາຫະກຳບໍ່ແຮ່.
ທ່ານກ່າວຕື່ມວ່າ:ວຽກຈຸດສຸມຕົ້ນຕໍ ຂອງການພັດທະນາ ທໍລະນີສາດ ແລະ ບໍ່ແຮ່ ຈະສືບຕໍ່ດໍາເນີນການສໍາຫຼວດທໍລະນີສາດ ແລະ ແຮ່ທາດ ເພື່ອດຶງດູດການລົງທຶນ, ສ້າງການຮ່ວມມືຂອງອາຊຽນ ໃນ
ການຄົ້ນຄ້ວາແຮ່ທາດ ແລະ ຍົກສູງຄວາມສາມາດດ້ານເຕັກນິກ ແລະ ທັກສະດ້ານວິຊາການ,ກຳນົດນະໂຍບາຍຄຸ້ມຄອງ ແລະ ພັດທະນາແຮ່ທາດໃຫ້ເກີດຜົນປະໂຫຍດສູງສຸດຢ່າງຍືນຍົງ, ສ້າງກົນໄກຄຸ້ມຄອງ, ບໍລິຫານ, ຕິດຕາມ ກວດກາ ແລະ ປະຕິບັດກົດໝາຍ ຢ່າງເຂັ້ມງວດ, ສົ່ງເສີມການມີສ່ວນຮ່ວມ (ພາກລັດ, ເອກະຊົນ ແລະ ຊຸມຊົນທ້ອງຖິ່ນ) ໃນການຄຸ້ມຄອງ ແລະ ພັດທະນາຊັບພະຍາກອນແຮ່ທາດ,ສ້າງຄວາມເຂັ້ມແຂງໃຫ້ລັດວິສາຫະກິດແຮ່ທາດລາວ ເພື່ອເປັນຕົວແທນຂອງລັດໃນການພັດທະນາແຮ່ທາດດ້ວຍທ່າແຮງທີ່ມີ,ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ, ຄົ້ນຄວ້າ ແລະ ອອກນະໂຍບາຍສະເພາະ ເພື່ອສົ່ງເສີມ “ທຸລະກິດຂະໜາດນ້ອຍ-ກາງ (SME)” ທີ່ເຮັດການຜະລິດ ທົດແທນການນໍາເຂົ້າ,ປັດຈຸບັນລັດຖະບານໄດ້ມອບໃຫ້ ຄະນະສົ່ງເສີມການຜະລິດສິນຄ້າລາວ ຄົ້ນຄວ້າ, ກຳນົດ ແລະ ຢັ້ງຢືນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ເປັນເປົ້າໝາຍ ເພື່ອພິຈາລະນາຈັດສັນທຶນຊ່ວຍສະເພາະ,ຄົ້ນຄວ້ານະໂຍບາຍ ແລະ ການສົ່ງເສີມການຜະລິດພະລັງງານທາງເລືອກ ເຊັ່ນ: ພະລັງງານຈາກ Solar Rooftop, ພະລັງງານຊີວິມວນ ແລະ ພະລັງງານທາງເລືອກອື່ນ ເພື່ອສະໜອງໄຟໃຊ້ເອງ ສໍາລັບການຜະລິດກະສິກຳ, ອຸດສາຫະກຳປຸງແຕ່ງ ແລະ ການຊົມໃຊ້ຄົວເຮືອນ, ສະເພາະການສົ່ງເສີມພາກທຸລະກິດ ຂະໜາດນ້ອຍ-ກາງ (SME), ສືບຕໍ່ຄົ້ນຄວ້າກົນໄກນະໂຍບາຍ ກ່ຽວກັບ ນະໂຍບາຍສົ່ງເສີມໃຫ້ບັນດານິຄົມອຸດສາຫະກຳ, ເຂດເສດຖະກິດ ພິເສດ ຜະລິດພະລັງງານຊົມໃຊ້ເອງ ໃນເຂດທີ່ມີເງື່ອນໄຂ, ໂດຍ ຟຟລ ຈະເປັນພະລັງງານສໍາຮອງ ໃນກໍລະນີການຜະລິດ ຊົມໃຊ້ເອງບໍ່ສາມາດຜະລິດໄດ້ຕາມຄວາມຕ້ອງການ ຫຼື ໃນຊ່ວງສ້ອມແປງ-ບຳລຸງຮັກສາແຫຼ່ງຜະລິດ,ປະສານສົມທົບກັບຂະແໜງການກ່ຽວຂ້ອງ ເປັນຕົ້ນ: ຂະແໜງການເງິນ, ທະນາຄານ, ກະສິກຳ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອຄົ້ນຄວ້ານະໂຍບາຍສົ່ງເສີມສະເພາະດ້ານອື່ນ ນອກເໜືອຈາກພະລັງງານ ເພື່ອສົ່ງເສີມຫຼາຍທາງ ກັບຫົວ ໜ່ວຍການຜະລິດກະສິກຳ ແລະ ອຸດສາຫະກຳປຸງແຕ່ງທີ່ສົ່ງເສີມພິເສດ.
ການຄຸ້ມຄອງ ແລະ ແກ້ໄຂຜົນກະທົບ ໂຄງການຂຸດຄົ້ນແຮ່ທາດ ແລະ ພັດທະນາພະລັງງານ ຕໍ່ສັງຄົມ ແລະ ສິ່ງແວດລ້ອມ,ເພີ່ມທະວີຄວາມເອົາໃຈໃສ່ ແລະ ຄວາມເຂັ້ມງວດໃນການບັງຄັບໃຊ້ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ,ທົບທວນ ແລະ ປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍທີ່ອາດຈະບໍ່ທັນຄົບຖ້ວນສອດຄ່ອງ, ຮັດກຸມ ຫຼື ແທດເໝາະກັບສະພາບຄວາມເປັນຈິງເປັນຕົ້ນດ້ານການແບ່ງຂັ້ນຄຸ້ມຄອງ, ການແບ່ງຄວາມຮັບຜິດຊອບ ແລະ ການປະຕິບັດມາດຕະການ ຕໍ່ຜູ້ລະເມີດ ແລະ ຜູ້ບໍ່ປະຕິບັດຄວາມຮັບຜິດຊອບ,ປັງປຸງກົນໄກປະສານງານ ລະຫວ່າງຂະແໜງການດ້ວຍກັນ ແລະ ລະຫວ່າງຂະແໜງອຸດສາຫະກຳ ແລະ ການຄ້າ ກັບ ອົງການປົກຄອງທ້ອງຖິ່ນ ແລະ ພະແນກສາຍຕັ້ງຕົນ ເພື່ອບໍ່ໃຫ້ເກີດມີຊ່ອງຫວ່າງ, ຄວາມເຂົ້າໃຈກ່ຽວກັບຄວາມຮັບຜິດຊອບ,ເພີ່ມທະວີການຮ່ວມມື ແລະ ປະສານງານລະຫວ່າງຂະແໜງອຸດສາຫະກຳ ແລະ ການຄ້າ, ສະພາແຫ່ງຊາດແລະສະພາປະຊາຊົນແຂວງເພື່ອຕິດຕາມ, ກວດກາ ແລະ ເພີ່ມທະວີຄວາມຮັບຜິດຊອບຂອງຜູ້ຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາຈັດຕັ້ງປະຕິບັດໂຄງການພັດທະນາໃນຂະແໜງອຸດສາຫະກຳ ແລະ ການຄ້າ.
(ຂ່າວ:ສຳນາ,ພາບ:ບຸນຕອມ)
ຄໍາເຫັນ