![]() |
ທ່ານ ສຸກັນ ວໍລະປັນໄຊ ຮອງຫົວໜ້າພະແນກການເງິນແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດຈັດເກັບລາຍຮັບງົບປະມານແຫ່ງລັດໄລຍະ 10 ເດືອນຕົ້ນປີ ແລະ ຄາດຄະເນ 2 ເດືອນທ້າຍປີ 2025 ຊຶ່ງຜ່ານການຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 378.73 ຕື້ກີບເທົ່າກັບ 61.38% ຂອງແຜນການປີ. ໃນນັ້ນ, ມີລາຍຮັບພູດສູນກາງ ມາປະຕິບັດຢູ່ທ້ອງຖິ່ນ 102.72 ຕື້ກີບ ເທົ່າກັບ 107.79%, ລາຍຮັບພູດແຂວງ 276.01 ຕື້ກີບ ເທົ່າກັບ 52.91%.ໃນນີ້, ລາຍຮັບສ່ວຍສາອາກອນ ປະຕິບັດໄດ້ 148.29 ຕື້ກີບ ເທົ່າກັບ 33.03% ແລະລາຍຮັບຄຸ້ມຄອງຊັບສິນແຫ່ງລັດ ປະຕິບັດໄດ້ 127,72 ຕື້ກີບ ເທົ່າກັບ 175,66%; ສ່ວນການອະນຸມັດລາຍຈ່າຍງົບປະມານຂອງລັດ ໄດ້ທັງໝົດ 544.86 ຕື້ກີບ ເທົ່າກັບ 82.97%; ຄຽງຄູ່ກັນນີ້ ກໍມີລາຍຮັບຈາກຫົວໜ່ວຍວິສະຫາກິດສູນກາງ ມອບໃຫ້ແຂວງຄຸ້ມຄອງ ແຕ່ປີ 2023-2025 ໂດຍແຂວງເຊກອງ ໄດ້ຮັບແຜນຈັດເກັບລາຍຮັບ ຈຳນວນ 709.61 ຕື້ກີບ. ໃນນີ້,ປີ 2023 ເກັບໄດ້ຈຳນວນ 121.06 ຕື້ກີບ. ປີ 2024 ເກັບໄດ້ຈຳນວນ 170,46 ຕື້ກີບແລະ ປີ 2025 ພຽງ 10 ເດືອນ ຈັດເກັບໄດ້418,09 ຕື້ກີບ.ຈາກນັ້ນ, ຄະນະກຳມະການປະເມີນ ໄດ້ພ້ອມກັນມີຄຳເຫັນຕໍ່ການຄຸ້ມຄອງ ແລະການຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອໃຫ້ໄດ້ດີຂຶ້ນກວ່າເກົ່າ.
![]() |
ໂອກາດນີ້, ທ່ານ ຄຳຮູ້ ອ່ອນມະນີ ໄດ້ຮຽກຮ້ອງໃຫ້ຄະນະກຳມະການຮັບຜິດຊອບການປະເມີນ ແລະຂະແໜງກ່ຽວຂ້ອງ ຈົ່ງພ້ອມກັນຕິດຕາມຊຸກຍູ້, ເກັບກຳຂໍ້ມູນຢ່າງລະອຽດບັນດາຫົວໜ່ວຍວິສະຫາກິດພາຍໃນແຂວງ ເພື່ອເຮັດໃຫ້ການຄຸ້ມຄອງ ເຂົ້າສູ່ລະບົບ ສອດຄ່ອງຕາມລະບຽບການ ແລະການເກັບລາຍຮັບບັນລຸໄດ້ຕາມແຜນ.
(ຂ່າວ: ອັດສະວິນ)


ຄໍາເຫັນ