ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ
ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ; ລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.

ທ່ານ ຄໍາພັນ ພົມມະທັດ ກ່າວວ່າ: ແຜນເຄື່ອນໄຫວປີ 2026ອົງການກວດກາແຫ່ງລັດ ຈະສືບຕໍ່ຮ່າງບົດແນະນໍາວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບຂອງພັກ ສະໄໝທີ XII; ຮ່າງບົດວິພາກການ ສ້າງຕັ້ງສະຖາບັນຄົ້ນຄວ້າວຽກງານກວດກາ; ຮ່າງຂໍ້ກໍານົດວ່າດ້ວຍການກວດກາຂ້າມຂັ້ນ; ຮ່າງລັດຖະບັນຍັດວ່າດ້ວຍການແຈ້ງຊັບສິນ; ຮ່າງລະບຽບວ່າດ້ວຍການເປີດເຜີຍຜົນຂອງການກວດກາ ແລະ ການແກ້ໄຂຜົນຂອງການກວດກາ; ປັບປຸງບົດສອນຕາມໂຄງການຫຼັກສູດຝຶກອົບຮົມວຽກງານກວດກາໄລຍະ 3 ເດືອນ ແລະ ອື່ນໆ; ສືບຕໍ່ຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ ຈໍານວນ 56 ສະບັບ ໃຫ້ສໍາເລັດພ້ອມທັງເອົາໃຈໃສ່ຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີຂອງສະມາຊິກພັກ-ພະນັກງານ ລວມທັງປະຊາຊົນ ເພື່ອໃຫ້ພາກສ່ວນກ່ຽວຂ້ອງນໍາໄປແກ້ໄຂໂດຍໄວ; ໂຄສະນາເຜີຍແຜ່ເອກະສານການແຈ້ງຊັບສິນ, ເອກະສານຕ້ານການສໍ້ລາດບັງຫຼວງ, ຂຶ້ນຫ້ອງບັນຍາຍ ແລະ ຈັດກິດຈະກຳຕ່າງໆ.

ສືບຕໍ່ດໍາເນີນການສືບສວນ-ສອບສວນ 4 ເປົ້າໝາຍ ໃຫ້ໄດ້ສະຫຼຸບສົ່ງໄອຍະການ; ສືບຕໍ່ດໍາເນີນການກວດກາ 6 ວຽກ ໃຫ້ສໍາເລັດຄື: 1). ສືບຕໍ່ກວດກາໂຄງການລົງທຶນຂອງລັດ ຢູ່ນະຄອນຫຼວງວຽງຈັນ ຈໍານວນ 58 ໂຄງການ (ສໍາລັບໂຄງການທີ່ບໍ່ທັນໄດ້ກວດກາ ຈໍານວນ 106 ໂຄງການ ແມ່ນຈະບໍ່ສືບຕໍ່ ກວດກາ);2). ສືບຕໍ່ກວດກາເຂດເສດຖະກິດພິເສດທີ່ຍັງບໍ່ສໍາເລັດ 5 ເຂດ; 3). ສືບຕໍ່ກວດກາການນຳເຂົ້າພາຫະນະຊົ່ວຄາວ, ຍົກເວັ້ນພາສີ-ອາກອນ ແລະ ການເສຍພາສີອາກອນ 1% ຕາມນະໂຍບາຍສົ່ງເສີມການລົງທຶນ; 4). ສືບຕໍ່ກວດກາຖານລາຍຮັບຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ ແລະ ຖານລາຍຮັບຫົວໜ່ວຍວິຊາການຂອງອົງການບໍລິຫານລັດ; 5). ສືບຕໍ່ກວດກາການອອກໃບຕາດິນ ແລະ ການເສຍພາສີທີ່ດິນ; 6). ກວດກາກອງສະໜາມບິນລາວ ແລະ ກອງຈາລະຈອນທາງອາກາດລາວ. ພ້ອມກັນນັ້ນ, ກໍສືບຕໍ່ດໍາເນີນກວດກາຄື: 1). ສືບຕໍ່ກວດກາການຄຸ້ມຄອງ ແລະ ນໍາໃຊ້ເງິນກູ້ຢືມຂອງລັດຖະບານມາຈັດຕັ້ງປະຕິບັດໂຄງການ ໃນຮູບແບບ EPC ໃນຂອບເຂດທົ່ວປະເທດລວມທັງບ້ວງເພື່ອປັບປຸງກໍ່ສ້າງລະບົບນໍ້າປະປາ ດົງໝາກຄາຍ 2; 2). ສືບຕໍ່ກວດກາການນໍາເຂົ້າ ແລະ ຄຸ້ມຄອງສານເຄມີ; 3). ສືບຕໍ່ກວດກາການຄຸ້ມຄອງຊັບສິນຂອງລັດ, ການເຊົ່າສໍາປະທານຊັບສິນ ແລະ ທີ່ດິນຂອງລັດ; 4). ສືບຕໍ່ຕິດຕາມ, ຊຸກຍູ້ການຈ່າຍເງິນຊົດເຊີຍໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ວຽກອື່ນໆ ຕາມພາລະບົດບາດ ແລະ ຕາມການມອບໝາຍ ແລະ ວຽກງານອື່ນໆ.

ພ້ອມນັ້ນ,ຕິດຕາມ, ຊຸກຍູ້ການແກ້ໄຂຜົນຂອງການກວດກາ ບັນດາເປົ້າໝາຍທີ່ຍັງຈັດຕັ້ງແກ້ໄຂບໍ່ທັນສໍາເລັດ ເປັນຕົ້ນ1). ການຫັກລົບມູນຄ່າໂຄງການທີ່ບໍ່ຖືກຕ້ອງຕາມລະບຽບການຕ່າງໆ; 2). ການປ່ອຍເງິນກູ້ຂອງລັດຖະບານ ຜ່ານ 2 ທະນາຄານ; 3). ໂຄງການນອກແຜນ ທີ່ສະພາແຫ່ງຊາດເຫັນດີຮັບຮອງສະເໜີຄົ້ນຄວ້າພິຈາລະນາເຂົ້າແຜນ ແລະ ອື່ນໆ ດັ່ງທີ່ໄດ້ລາຍງານມາຂ້າງເທິງນັ້ນ;ລາຍງານ ຫາລັດຖະບານ ເພື່ອຊີ້ນໍາ ບັນດາກະຊວງ-ອົງການ, ອົງການປົກຄອງທ້ອງຖິ່ນແກ້ໄຂໃຫ້ຂາດໂຕ. ສໍາລັບ9 ເປົ້າໝາຍ ທີ່ການແກ້ໄຂບໍ່ມີຄວາມຄືບໜ້າ ແລະ ແກ່ຍາວເວລາ 1). ການແກ້ໄຂ 4 ກົມ ຂອງກະຊວງການເງິນ; 2). ການຂາຍໄມ້ບໍ່ຜ່ານການປະມູນ ແລະ ຂາຍຫຼຸດລາຄາກາງ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຈໍານວນ 9 ພາກສ່ວນ; 3). ໜີ້ຕ້ອງຮັບ ປີ 2018 ຂອງ 8 ກະຊວງ; 4). ໂຄງການທີ່ມີມູນຄ່າສູງກວ່າ 20%; 5). ໂຄງການກໍ່ສ້າງທາງ 7 ເສັ້ນ ເທດສະບານເມືອງທ່າແຂກ; 6). ການເກັບກູ້ຄືນໜີ້ສິນນໍາບໍລິສັດຈໍານວນໜຶ່ງ ທີ່ພາກລັດເອງກໍເປັນໜີ້ກັບບັນດາບໍລິສັດດັ່ງກ່າວ; ປັບປຸງແບບແຜນ, ວິທີເຮັດວຽກໃຫ້ດີຂຶ້ນອີກ ໂດຍນໍາໃຊ້ເຕັກໂນໂລຊີ, ອຸປະກອນເຄື່ອງມືທີ່ທັນສະໄໝເຂົ້າຊ່ວຍໃນວຽກງານກວດກາຫຼາຍຂຶ້ນ.

(ຂ່າວ: ວັນເພັງ, ພາບ: ອ່າຍຄໍາ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ