ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ
ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ສະເໜປບປງການສາງກດໝາຍ ວາດວຍການປກປອງເງນຝາກ - image 1
 

ທ່ານ ນາງ ບຸນຄໍາ ວໍລະຈິດ ໄດ້ລາຍງານວ່າ: ວຽກງານປົກປ້ອງເງິນຝາກ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນຕໍ່ລະບົບສະຖາບັນການເງິນ ແລະ ການຮັກສາສະຖຽນລະພາບທາງດ້ານການເງິນຂອງຫຼາຍປະເທດໃນໂລກ ລວມທັງ ສປປ ລາວ ຊຶ່ງເປັນສ່ວນໜຶ່ງໃນການສ້າງຄວາມເຂັ້ມແຂງໃຫ້ຕາໜ່າງຄວາມປອດໄພທາງດ້ານການເງິນ. ປັດຈຸບັນສຳນັກງານປົກປ້ອງເງິນຝາກ (ສປງ) ໄດ້ນໍາໃຊ້ເຄື່ອງມືໃນການຄຸ້ມຄອງຕາມລະບຽບຫຼັກການ CAMELS ເປັນບ່ອນອີງໃນການພັດທະນາເຄື່ອງມືຄຸ້ມຄອງຕາມຄວາມສ່ຽງຂອງສະມາຊິກ ທີ່ເປັນທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ຮັບຝາກໃດໜຶ່ງ ຖ້າຫາກມີຄວາມສ່ຽງຕໍ່າ ກໍເກັບເບ້ຍປະກັນເງິນຝາກໃນອັດຕາທີ່ຕໍ່າ ແລະ ຖ້າມີຄວາມສ່ຽງສູງ ກໍເກັບເບ້ຍປະກັນເງິນຝາກໃນອັດຕາທີ່ສູງ ແຕ່ບໍ່ເກີນເພດານໜຶ່ງສ່ວນຮ້ອຍ (1%) ທີ່ກຳນົດໄວ້ໃນມາດຕາ 11 ຂອງຮ່າງກົດໝາຍ, ຂໍ້ມູນອ້າງອີງຈາກດຳລັດ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ກ່ຽວກັບຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ (GDP per Capita) (ປະມານ 2,185 ໂດລາຕໍ່ຄົນ), ກົດໝາຍສະບັບນີ້ ອີງໃສ່ກົດໝາຍວ່າດ້ວຍການຄຸ້ມຄອງປົກປ້ອງເງິນຝາກຂອງປະເທດ ສສ ຫວຽດນາມ ແລະ ສປຈີນ ແມ່ນບໍ່ໄດ້ກຳນົດເພດານການເກັບເບ້ຍປະກັນເງິນຝາກ ຊຶ່ງສາມາດເກັບເບ້ຍປະກັນເງິນຝາກຕາມຄວາມສ່ຽງຂອງສະມາຊິກ ແຕ່ລະໄລຍະອາດຈະສູງກວ່າ 1%. ປັດຈຸບັນ, ສປງ ເກັບເບ້ຍປະກັນເງິນຝາກໃນອັດຕາ 0.1% ຕາມລະບຽບການ ຊຶ່ງບໍ່ແທດ ເໝາະກັບຄວາມສ່ຽງທີ່ເກີດຂຶ້ນຕົວຈິງຂອງສະມາຊິກ ທີ່ມີຄວາມສ່ຽງສູງອາດກ້າວໄປເຖິງສະພາວະລົ້ມລະລາຍ. ສະນັ້ນ, ເພື່ອເປັນການສ້າງຄວາມເຂັ້ມແຂງ ແມ່ນເປັນມາດຕະການໜຶ່ງ ໃນການຄຸ້ມຄອງຄວາມສ່ຽງເພື່ອເຮັດໃຫ້ສະມາຊິກປັບປຸງການບໍລິຫານພາຍໃນໃຫ້ມີຄວາມໝັ້ນຄົງ ບໍ່ສົ່ງຜົນກະທົບຕໍ່ຜູ້ຝາກເງິນ ແລະ ເສດຖະກິດ-ສັງຄົມ; ພ້ອມທັງພັດທະນາເຄື່ອງມືການຈ່າຍເງິນປົກປ້ອງ ຈາກການຈ່າຍເງິນປົກປ້ອງ (Paybox) ທີ່ເຮັດໜ້າທີ່ພຽງແຕ່ຈ່າຍເງິນປົກປ້ອງໃຫ້ຜູ້ຝາກເງິນມາເປັນການຈ່າຍເງິນປົກປ້ອງ ແລະ ເຮັດໜ້າທີ່ໃນການແກ້ໄຂບັນຫາສະມາຊິກ (Paybox Plus) ໂດຍການນໍາໃຊ້ຄັງປົກປ້ອງເງິນຝາກ ເຂົ້າໃນການແກ້ໄຂບັນຫາສະມາຊິກຕາມການມອບໝາຍຂອງ ທຫລ ແລະ ອີງໃສ່ຫຼັກການຂອງສາກົນກໍຄື: ສະມາຄົມປະກັນໄພເງິນຝາກສາກົນໄດ້ກຳນົດໃນຫຼັກການທີ 16 ການນໍາໃຊ້ຄັງປົກປ້ອງເງິນຝາກເຂົ້າໃນການແກ້ໄຂບັນຫາ. ສະນັ້ນ, ການປົກປ້ອງພະນັກງານໃນຂະນະເຄື່ອນໄຫວວຽກງານປົກປ້ອງເງິນຝາກ ຈະຊ່ວຍສ້າງຄວາມໝັ້ນໃຈໃນການປະຕິບັດໜ້າທີ່ຂອງຕົນ ບົນພື້ນຖານຮັບປະກັນຄວາມສອດ ຄ່ອງກັບກົດໝາຍ ແລະ ລະບຽບການກ່ຽວຂ້ອງ ໂດຍປາສະຈາກຄວາມກັງວົນຕໍ່ກັບຄ່າໃຊ້ຈ່າຍໃນການດໍາເນີນຄະດີ ຫຼື ການຖືກຮ້ອງຟ້ອງຈາກບຸກຄົນ ຫຼື ນິຕິບຸກຄົນອື່ນ; ການປົກປ້ອງທາງດ້ານກົດໝາຍນີ້ ບໍ່ໝາຍວ່າ ພະ ນັກງານທີ່ເຮັດວຽກງານປົກປ້ອງເງິນຝາກ ຈະບໍ່ສາມາດຖືກຮ້ອງຟ້ອງ ຫຼື ຖືກດໍາເນີນຄະດີ, ຫາກພະນັກງານດັ່ງກ່າວປະຕິບັດບໍ່ສອດຄ່ອງຕາມທີ່ກົດໝາຍ ແລະ ລະບຽບການກຳນົດ ກໍຕ້ອງຖືກດໍາເນີນຄະດີຕາມກົດໝາຍທີ່ກ່ຽວຂ້ອງ. ປັດຈຸບັນ, ຂະແໜງການການເງິນ ກໍມີການກຳນົດການປົກປ້ອງພະນັກງານ ເປັນຕົ້ນໃນກົດໝາຍວ່າດ້ວຍການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ການກໍ່ການຮ້າຍ (ສະບັບປັບປຸງ ໃນມາດຕາ 6 ການປົກປ້ອງ) ແລະ ກົດໝາຍ ວ່າດ້ວຍຫຼັກຊັບ (ສະບັບປັບປຸງໃນມາດຕາ 6 ການປົກປ້ອງ); ຄວາມປອດໄພທາງດ້ານການເງິນຢູ່ ສປປ ລາວ ເພື່ອເຮັດໃຫ້ວຽກງານປົກປ້ອງເງິນຝາກປະຕິບັດໄດ້ຢ່າງຄ່ອງຕົວ ແລະ ມີປະສິດທິພາບ ແລະ ປະສິດທິຜົນ. ຮ່າງກົດໝາຍສະບັບນີ້ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ.

ພາຍຫຼັງກົດໝາຍສະບັບນີ້ຖຶກຮັບຮອງ ແລະ ປະກາດໃຊ້ ຈະມີຜົນດັ່ງນີ້: ວຽກງານປົກປ້ອງເງິນຝາກ ເປັນວຽກງານໜຶ່ງໃນການປະກອບສ່ວນຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ແຜນພັດທະນາລະບົບສະຖາບັນການເງິນ-ເງິນຕາໄລຍະ 5 ປີ (2026-2030) ໃນການສ້າງຄວາມເຊື່ອໝັ້ນໃຫ້ຜູ້ຝາກເງິນ ເພື່ອລະດົມເງິນຝາກເຂົ້າໃນລະບົບສະຖາບັນການເງິນໃຫ້ຫຼາຍຍິ່ງຂຶ້ນ ແນໃສ່ບັນລຸຄາດໝາຍຍອດເງິນຝາກຕໍ່ GDP ຫຼາຍກວ່າ 90% ທັງເປັນການເສີມສ້າງຄວາມເຂັ້ມແຂງຂອງລະບົບຕາໜ່າງຄວາມປອດໄພທາງດ້ານການເງິນ ແລະ ຮັກສາສະຖຽນລະພາບທາງດ້ານການເງິນຂອງ ສປປ ລາວ ແລະ ການເຂົ້າເຖິງການບໍລິການທາງການເງິນຂອງ ສປປ ລາວ; ການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກສະບັບນີ້ ເພື່ອເປັນບ່ອນອີງໃນການຜັນຂະຫຍາຍນິຕິກຳລຸ່ມກົດໝາຍ ເພື່ອຈັດຕັ້ງປະຕິບັດວຽກງານປົກປ້ອງເງິນຝາກ ເຮັດໃຫ້ການເຄື່ອນໄຫວວຽກງານດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ ເພື່ອປັບປຸງ ແລະ ພັດທະນາການຄຸ້ມຄອງຂອງ ສປງ ກໍຄື ທຫລ ມີຄວາມເຂັ້ມແຂງ ເປັນຕົ້ນ ສາມາດນໍາໃຊ້ເຄື່ອງມືໃນການຄຸ້ມຄອງຕາມລະບຽບການ ຫຼັກການ CAMELS ເປັນບ່ອນອີງໃນການພັດທະນາເຄື່ອງມື ຄຸ້ມຄອງຕາມຄວາມສ່ຽງຂອງສະມາຊິກທີ່ເປັນທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ຮັບຝາກໃດໜຶ່ງໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໃນແຕ່ລະໄລຍະ; ສາມາດກຳນົດອັດຕາເບ້ຍປະກັນເງິນຝາກໄດ້ຢຶດຢຸ່ຂຶ້ນ ໂດຍສະເພາະການເກັບເບ້ຍປະກັນເງິນຝາກຕາມປະເພດຄວາມສ່ຽງຂອງສະມາຊິກ ໝາຍວ່າສະມາຊິກໃດທີ່ມີຄວາມສ່ຽງຕໍ່າ ກໍເກັບເບ້ຍປະກັນເງິນຝາກໃນອັດຕາທີ່ຕໍ່າ ແລະ ຖ້າມີຄວາມສ່ຽງສູງ ກໍເກັບເບ້ຍປະກັນເງິນຝາກໃນອັດຕາທີ່ສູງ ແຕ່ບໍ່ເກີນເພດານໜຶ່ງສ່ວນຮ້ອຍ (1%) ທີ່ກຳນົດໄວ້ໃນມາດຕາ 11 ຂອງຮ່າງກົດໝາຍສະບັບນີ້ ພ້ອມທັງເປັນການຊ່ວຍໃຫ້ເຂົາເຈົ້າສາມາດປັບປຸງ ການບໍລິຫານພາຍໃນຕົນເອງໃຫ້ດີຂຶ້ນ ພ້ອມທັງເປັນການສ້າງຄວາມເຂັ້ມແຂງໃຫ້ສະມາຊິກເອງ ແລະ ບໍ່ເປັນການ ເອື້ອຍອີງງົບປະມານຈາກພາກລັດ ທີ່ຕ້ອງຮອງຮັບໃຫ້ການທົດແທນເງິນຝາກທີ່ບໍ່ພຽງພໍ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຝາກເງິນ ເພື່ອຮັບປະກັນໃຫ້ວົງເງິນປົກປ້ອງສູງສຸດບໍ່ໃຫ້ຫຼຸດສາມເທົ່າຂອງລວມ ຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ ແລະ ສາມາດປົກປ້ອງຜູ້ຝາກເງິນບໍ່ຫຼຸດ 90% ຂອງຜູ້ຝາກເງິນທີ່ໄດ້ຮັບການປົກປ້ອງທັງໝົດ; ເພີ່ມຄວາມເຊື່ອໝັ້ນໃຫ້ຜູ້ຝາກເງິນ ແລະ ສັງຄົມຕໍ່ລະບົບສະຖາບັນການເງິນ ເປັນຕົ້ນ ໃນກໍລະນີທີ່ສະຖາບັນການເງິນໃດໜຶ່ງເກີດຫາງສຽງທີ່ສ້າງຜົນກະທົບຕໍ່ຄວາມໝັ້ນຄົງຂອງຕົນຈະຊ່ວຍຫຼຸດຜ່ອນບັນຫາການແຫ່ຖອນເງິນ (Bank run) ອອກຈາກສະຖາບັນການເງິນ. ສະນັ້ນ, ການປັບວົງເງິນໃຫ້ສູງຂຶ້ນຈະຊ່ວຍຫຼຸດຜ່ອນຄວາມກັງວົນຂອງຜູ້ຝາກເງິນໃນລະດັບໜຶ່ງ ຕາມຄວາມຮຽກຮ້ອງຕ້ອງການຂອງຜູ້ຝາກເງິນທີ່ຕ້ອງ ການໃຫ້ເພີ່ມຂຶ້ນ ຖ້າທຽບໃສ່ຍອດເຫຼືອເງິນຝາກຂອງຜູ້ຝາກເງິນທີ່ມີຢູ່ໃນຕົວຈິງ; ສາມາດຈັດຕັ້ງປະຕິບັດໃນການເຂົ້າຮ່ວມ ແລະ ນໍາໃຊ້ຄັງປົກປ້ອງເງິນຝາກ ເພື່ອແກ້ໄຂບັນຫາສະຖາບັນການເງິນ ຫຼື ສະມາຊິກແຕ່ຫົວທີ ເປັນຕົ້ນ ການປ່ອຍກູ້ໃຫ້ສະມາຊິກທີ່ເກີດບັນຫາ, ຄວບຮ່ວມກິດຈະການ... ແລະ ສາມາດຈ່າຍເງິນປົກປ້ອງໃຫ້ຜູ້ຝາກເງິນທີ່ໄດ້ຮັບການປົກປ້ອງ ໃນກໍລະນີສະມາຊິກຕົກຢູ່ໃນສະພາວະລົ້ມລາຍຢ່າງທັນສະພາບການ ແລະ ສອດ ຄ່ອງກັບຫຼັກການສາກົນເທື່ອລະກ້າວ; ຮ່າງກົດໝາຍສະບັບນີ້ໄດ້ກຳນົດເພີ່ມສະມາຊິກຂອງ ສປງ ຊຶ່ງລວມມືທະ ນາຄານທຸລະກິດ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ແລະ ສະຖາບັນການເງິນອື່ນທີ່ຮັບເງິນຝາກ ທີ່ສ້າງຕັ້ງຂຶ້ນຢ່າງຖືກຕ້ອງຕາມກົດໝາຍທີ່ກ່ຽວຂ້ອງ ຈະສາມາດຂະຫຍາຍສະມາຊິກຂອງສຳນັກງານປົກປ້ອງເງິນຝາກໃຫ້ຫຼາຍຍິ່ງຂຶ້ນໃນຂອບເຂດທົ່ວປະເທດຕາມພາລະບົດບາດຂອງ ທຫລ ເພື່ອຮັບປະກັນການປົກປ້ອງເງິນຝາກຂອງຜູ້ຝາກເງິນໃຫ້ກວມເອົາອັດຕາສ່ວນເພີ່ມຂຶ້ນ ພ້ອມທັງສ້າງຄວາມເຊື່ອໝັ້ນໃຫ້ສັງຄົມ ໃນການນໍາເງິນໄປຝາກໄວ້ກັບສະມາຊິກຂອງສຳນັກງານປົກປ້ອງເງິນຝາກນັບມື້ນັບສູງຂຶ້ນ. ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວການເມືອງ

9 ເດືອນຜ່ານມາ ສສຊ ແຂວງຈຳປາສັກ ເອົາໃຈໃສ່ປະຕິບັດພາລະບົດບາດເປັນຢ່າງດີ

9 ເດືອນຜ່ານມາ ສສຊ ແຂວງຈຳປາສັກ ເອົາໃຈໃສ່ປະຕິບັດພາລະບົດບາດເປັນຢ່າງດີ

ທ່ານ ນາງ ມີນາສີວິໄລ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 16 ຕຸລານີ້, ທີ່ສະພາແຫ່ງຊາດໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X.
ສສຊ ແຂວງຫຼວງນໍ້າທາ ປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊ ແຂວງຫຼວງນໍ້າທາ ປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານນາງປານິດາເຮືອງແພງອ່ອນສະມາຊິກສະພາແຫ່ງຊາດ(ສສຊ) ປະຈຳເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ)ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລານີ້,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ກົດໝາຍວ່າດ້ວຍລັດຖະບານເປັນບ່ອນອີງສຳຄັນໃຫ້ລັດໃນການຄຸ້ມຄອງວຽກງານຕາມພາລະບົດບາດ

ກົດໝາຍວ່າດ້ວຍລັດຖະບານເປັນບ່ອນອີງສຳຄັນໃຫ້ລັດໃນການຄຸ້ມຄອງວຽກງານຕາມພາລະບົດບາດ

ກອງປະຊຸມສະໄໝສາມັນເທື່ອທີ2 ຂອງສະພາແຫ່ງຊາດຊຸດທີX ໃນວັນທີ 16 ຕຸລານີ້ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.ທ່ານບົວຄົງນາມມະວົງລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີໄດ້ສະເໜີຄວາມຈໍາເປັນຂອງການປັບປຸງກົດໝາຍວ່າດ້ວຍລັດຖະບານໂດຍອີງໃສ່ມະຕິກອງປະຊຸມໃຫຍ່ຄັ້ງທີ XIIຂອງພັກ, ການປັບປຸງລັດຖະທໍາມະນູນສະບັບປີ 2025, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນສະບັບປີ 2025, ການໂຮມກົງຈັກການຈັດຕັ້ງຂອງລັດຖະບານຕາມມະຕິ 03 ຂອງພັກ, ກົດໝາຍແລະລະບຽບການຂອງລັດຖະບານຊຸດທີ X,ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນໄລຍະ 5ປີ(2026-2030)ຕາມທິດສ້າງບາດກ້າວບຸກທະລຸ;ຫັນກົນໄກການຄຸ້ມຄອງບໍລິຫານລັດໃຫ້ມີຄວາມວ່ອງໄວ, ທັນສະໄໝ, ເປັນລະບົບຄົບຊຸດ, ຖືກຕ້ອງຄົບຖ້ວນແລະທັນກັບສະພາບການ.
ສສຊປະກອບຄໍາເຫັນຕໍ່ກົດໝາຍວ່າດ້ວຍການຈະລາຈອນທາງບົກ

ສສຊປະກອບຄໍາເຫັນຕໍ່ກົດໝາຍວ່າດ້ວຍການຈະລາຈອນທາງບົກ

ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລານີ້,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ການປັບປຸງຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກຈະເຮັດໃຫ້ມີຄວາມສະດວກ  ປອດໄພເປັນລະບຽບຮຽບຮ້ອຍ

ການປັບປຸງຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກຈະເຮັດໃຫ້ມີຄວາມສະດວກ ປອດໄພເປັນລະບຽບຮຽບຮ້ອຍ

ທ່ານເຫຼັກໄຫຼສີວິໄລລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ສສຊ ນວ ປະກອບຄຳເຫັນ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ສສຊ ນວ ປະກອບຄຳເຫັນ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ວັນທີ 15 ຕຸລານີ້,ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.ໃນວາລະການພິຈາລະນາຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ), ທ່ານປອອາດສະພັງທອງສີພັນດອນສະມາຊິກສະພາແຫ່ງຊາດ (ສສຊ)ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ(ນວ) ໄດ້ປະກອບຄຳເຫັນຢ່າງກົງໄປກົງມາແລະມີຈຸດສຸມຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມເພື່ອແນໃສ່ເຮັດໃຫ້ກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນ, ຮັດກຸມແລະສອດຄ່ອງກັບສະພາບການຂະຫຍາຍຕົວຂອງປະເທດ, ໂດຍໄດ້ມີຄໍາເຫັນໃນ 4 ຈຸດສຳຄັນທີ່ຄວນປັບປຸງເຂົ້າໃນຮ່າງກົດໝາຍດັ່ງກ່າວຄື:ຈຸດທີ 1ການກຳນົດເຂດຫ້າມບິນ (ມາດຕາ 68) ສະເໜີໃຫ້ຄົ້ນຄວ້າປັບປຸງຊື່ຂອງມາດຕາໂດຍໃຫ້ມີການອະທິບາຍລາຍລະອຽດກ່ຽວກັບເຂດຫ້າມບິນເພີ່ມຕື່ມ. ພ້ອມກັນນັ້ນໃຫ້ຕິດພັນກັບຄຳນິຍາມໃນມາດຕາ 31 ຂໍ້ທີ 3 ຕື່ມອີກ.
ທ່ານ ສອນໄຊ ສີສົມພັນ ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ 3 ຈຸດ

ທ່ານ ສອນໄຊ ສີສົມພັນ ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ 3 ຈຸດ

ທ່ານ ສອນໄຊ ສີສົມພັນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1ນະຄອນຫຼວງວຽງຈັນ (ນວ)ໄດ້ປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ເກືອບ 1 ປີ ສພຊມີຜົນສຳເລັດການເຄື່ອນໄຫວວຽກງານໃນຫຼາຍດ້ານ

ເກືອບ 1 ປີ ສພຊມີຜົນສຳເລັດການເຄື່ອນໄຫວວຽກງານໃນຫຼາຍດ້ານ

ທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ສພຊ)ຊຸດທີ X ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນສຳເລັດການເຄື່ອນໄຫວວຽກງານປະຈຳປີ 2026 ແລະວາງທິດທາງແຜນການປີີ 2027 ເພື່ອເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຊາບຢ່າງທົ່ວເຖິງໃນວັນທີ 15 ຕຸລານີ້,ທີ່ສະພາແຫ່ງຊາດ.
ທ່ານດາລີວັນພູສະຫວັນມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານດາລີວັນພູສະຫວັນມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ວັນທີ 15 ຕຸລານີ້ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີX ພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ. ທ່ານດາລີວັນພູສະຫວັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວໄດ້ມີຄຳເຫັນແລກປ່ຽນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ).
ສສຊສືບຕໍ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍການບິນພົນລະເຮືອນ

ສສຊສືບຕໍ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍການບິນພົນລະເຮືອນ

ກອງປະຊຸມສະໄໝສາມັນເທື່ອທີ2 ຂອງສະພາແຫ່ງຊາດຊຸດທີX ໃນວັນທີ 15 ຕຸລານີ້ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.ທ່ານຄຳພັນຄຸນສົມບັດສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນເພື່ອໃຫ້ມີເນື້ອໃນຮັດກຸມຖືກຕ້ອງຕາມຫຼັກການ. ໂດຍສະເໜີໃຫ້ມີການປັບປຸງແກ້ໄຂໃນພາກທີVIວ່າດ້ວຍມາດຕາ 83, 84 ແລະ 85 ຊຶ່ງມີລາຍລະອຽດຄື: ການປັບປຸງມາດຕາ 83 (ຫ້ອງການສືບສວນ-ສອບສວນ)ສະເໜີໃຫ້ປ່ຽນຈາກຄຳວ່າ "ຫ້ອງການສືບສວນ-ສອບສວນ" ມາເປັນ "ອົງການສືບສວນ-ສອບສວນ" ເນື່ອງຈາກການກໍານົດວຽກງານດັ່ງກ່າວມີຄວາມສຳຄັນແລະຄວນກຳນົດໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ.
ເພີ່ມເຕີມ