ສສຊປະກອບຄໍາເຫັນຕໍ່ກົດໝາຍວ່າດ້ວຍການຈະລາຈອນທາງບົກ

ສສຊປະກອບຄໍາເຫັນຕໍ່ກົດໝາຍວ່າດ້ວຍການຈະລາຈອນທາງບົກ

ສສຊປະກອບຄໍາເຫັນຕໍ່ກົດໝາຍວ່າດ້ວຍການຈະລາຈອນທາງບົກ
ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລານີ້,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ສສຊປະກອບຄາເຫນຕກດໝາຍວາດວຍການຈະລາຈອນທາງບກ - image 1
 

ທ່ານນາງໄຮມະນີວົງໜໍ່ແກ້ວສສຊເຂດເລືອກຕັ້ງທີ 16 ແຂວງເຊກອງໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບກະກຽມຮ່າງກົດໝາຍດັ່ງກ່າວຂ້າພະເຈົ້າຂໍມີຄໍາເຫັນແລກປ່ຽນບາງຈຸດຢູ່ໃນມາດຕາ 72 ຂໍ້ທີ 3 ຄ່າປັບໄໝບໍ່ຄວນໃຫ້ເປັນລາຍຮັບໂດຍກົງຂອງກອງທຶນເພື່ອຫຼີກລ່ຽງຜົນປະໂຫຍດຄັດກັນຄວນໃຫ້ເຂົ້າງົບປະມານແຫ່ງລັດຈາກນັ້ນລັດຕ້ອງຈັດສັນໃຫ້ກອງທຶນຄືນເປັນເປີເຊັນແລະໃນມາດຕາ73 ສະເໜີໜ່ວຍງານໃດເປັນເຈົ້າພາບຫຼັກໃນການຄຸ້ມຄອງການນໍາໃຊ້ກອງທຶນເພື່ອຮັບປະກັນຄວາມໂປ່ງໃສແລະກວດສອບໄດ້ງ່າຍຄວນໃຫ້ຈະແຈ້ງຊັດເຈນ,ມາດຕາ 16 ຊຶ່ງເປັນມາດຕາໃໝ່ມີຫົວຂໍ້ວ່າ: ລະບຽບການຢຸດແລະຈອດຊົ່ວຄາວຂອງຍານພາຫະນະທາງບົກຕາມເສັ້ນທາງຫຼວງແລະຜູ້ຂັບຂີ່ຍານພາຫະນະທາງບົກສາມາດຈອດຊົ່ວຄາວບໍ່ເກີນ 5 ນາທີຢູ່ບ່ອນທີ່ອະນຸຍາດໃນຈຸດນີ້ຄິດວ່າ 5 ນາທີອາດຈະເປັນເວລາທີ່ໄວຫຼາຍ; ໃນມາດຕາ 2 ຄວນເພີ່ມຄໍາວ່າສັດແລະສະຖານທີ່ສາທາລະນະເພື່ອຄວບຄຸມການຈູງສັດແລະການສັນຈອນຢູ່ບ່ອນຈອດລົດເດີ່ນສາທະລະນະສະເໜີສັບຊ້ອນເນື້ອໃນຄືແນວນີ້ການຈະລາຈອນທາງບົກແມ່ນການສັນຈອນໄປມາຂອງຄົນ, ສັດ, ຍານພາຫະນະທຸກປະເພດຕາມທາງຫຼວງແລະສະຖານທີ່ອື່ນໆທີ່ໃຊ້ສໍາລັບການສັນຈອນທາງບົກ.

ສສຊປະກອບຄາເຫນຕກດໝາຍວາດວຍການຈະລາຈອນທາງບກ - image 2
 

ທ່ານສໍານານສົນທະນີສສຊ ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງໄດ້ສະເໜີບາງເນື້ອໃນເພີ່ມເຂົ້າຕື່ມໃນບາງມາດຕາຢູ່ພາກທີVIIIຄະນະກໍາມະການດ້ານຄວາມປອດໄພທາງຫຼວງຊຶ່ງໃນນັ້ນໄດ້ກໍານົດລະອຽດມີ 3 ຄະນະຄື: ຄະນະກໍາມະການແຫ່ງຊາດ, ຂັ້ນແຂວງ, ຂັ້ນເມືອງມາເບິ່ງໃນນີ້ແມ່ນບໍ່ໄດ້ລົງຮອດຕາແສງເຫັນດີແຕ່ວ່າຢູ່ໃນຄະນະກໍາມະການຂັ້ນເມືອງນັ້ນໃນມາດຕາ 81 ອົງປະກອບຂອງຄະນະກໍາມະການດ້ານຄວາມປອດໄພທາງຫຼວງຂັ້ນເມືອງຊຶ່ງປະກອບມີ 15 ພາກສ່ວນໃນ 15 ພາກສ່ວນນີ້ສະເໜີເພີ່ມໃສ່ຕື່ມໜຶ່ງໃນນັ້ນປະທານຕາແສງພາຍໃນເມືອງຂຶ້ນກັບເປັນຄະນະເພາະເມືອງໜຶ່ງອາດຈະມີສາມສີ່ຕາແສງໃຫ້ເອົາເຂົ້າໃນຄະນະກໍາມະການດັ່ງກ່າວ,ມາດຕາ 11 ໃນນັ້ນໄດ້ຂຽນວ່າບຸກຄົນທຸກຄົນທີ່ມີໜ້າທີ່ຊ່ວຍເຫຼືອເດັກຜູ້ເຖົ້າຄົນພິການທີ່ບໍ່ສາມາດຊ່ວຍເຫຼືອຕົນເອງໄດ້ໃນເວລາຍ່າງຂ້າມທາງສະເໜີເພີ່ມໃສ່ວ່າທຸກຄົນມີໜ້າທີ່ຊ່ວຍເຫຼືອເດັກຜູ້ເຖົ້າຄົນພິການແມ່ຍິງແລະບຸກຄົນທີ່ບໍ່ສາມາດຊ່ວຍເຫຼືອຕົນເອງໄດ້ໃນເວລາຍ່າງຂ້າມທາງ.

ສສຊປະກອບຄາເຫນຕກດໝາຍວາດວຍການຈະລາຈອນທາງບກ - image 3
 

ທ່ານ ນາງ ມະໄລທອງ ທໍາມະຕິກາ ສສຊ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ປະກອບຄໍາເຫັນແລກປ່ຽນໃນມາດຕາ 11 ຂໍ້ທີ 2 ການຍ່າງຂ້າມທາງບ່ອນທີ່ບໍ່ມີທາງມ້າລາຍ ບໍ່ມີໄຟສັນຍານ ຂົວຂ້າມ, ທາງອຸມົງ ຫຼືບ່ອນກໍານົດໄວ້ ຖ້າບໍ່ມີບ່ອນຂ້າມທີ່ກໍານົດໄວ້ນີ້ ໃຫ້ຍ່າງຂ້າມທາງໃນບ່ອນທີ່ເຫັນວ່າມີຄວາມປອດໄພ ໃນຈຸດນີ້ ສະເໜີໃຫ້ເວົ້າຈະແຈ້ງຕື່ມ ກ່ຽວກັບຄໍາວ່າ: ບ່ອນທີ່ປອດໄພ ຢູ່ໃນຕົວເມືອງເປັນບ່ອນແນວໃດ ເປັນຕົ້ນຢູ່ໜ້າສໍານັກງານ, ອົງການ,ໂຮງໝໍ,ໂຮງຮຽນ ແລະອື່ນໆ ສ່ວນຢູ່ນອກເມືອງ ຫຼືເຂດນອກ ຄວນເປັນເຂດແນວໃດ ເພາະທຸກຄົນຂ້າມທາງ ກໍຄິດວ່າຕົນເອງຂ້າມຢູ່ໃນບ່ອນທີ່ປອດໄພແລ້ວ ເຂດດັ່ງກ່າວນີ້ ຍານພາຫະນະທີ່ສັນຈອນເທິງເສັ້ນທາງຕ້ອງຜ່ອນຄວາມໄວ; ມາດຕາ 15 ສະເໜີເພີ່ມຕື່ມບາງຄໍາສັບເພື່ອໃຫ້ຊັດເຈນແລະເຂົ້າໃຈງ່າຍ ເພາະໃນນັ້ນ ໄດ້ກໍານົດໄວ້ວ່າ: ກ່ອນຈະແຊງຂຶ້ນໜ້າຕ້ອງເປີດສັນຍານໄຟລ້ຽວຊ້າຍ ສະແດງວ່າອະນຸຍາດໃຫ້ແຊງຂຶ້ນເບື້ອງຊ້າຍເທົ່ານັ້ນ ຂໍໃຫ້ເພີ່ມຄໍາສັບວ່າ: ໂດຍອະນຸຍາດໃຫ້ແຊງຂຶ້ນໜ້າທາງກໍ້າຊ້າຍເທົ່ານັ້ນ ຢູ່ທາງເບື້ອງຫຼັງຄໍາວ່າ ເຕືອນດ້ວຍສັນຍານແກ ພ້ອມນີ້ ກໍຄວນກໍານົດຈະແຈ້ງຫຼັກການໃນການແຊງຂຶ້ນໜ້າ ສໍາລັບເສັ້ນທາງທີ່ມີ 4 ຊ່ອງທາງຂຶ້ນໄປ ພາຫະນະທີ່ໃຊ້ຄວາມໄວຕໍ່າ ເຊັ່ນ: ລົດບັນທຸກ ຄວນແລ່ນໃນຊ່ອງທາງເບື້ອງໃນ ຫຼືຊ່ອງທາງເບື້ອງຂວາສະເໝີ ແລະ ໃນມາດຕາ 24 ສະເໜີປັບປຸງຄໍາສັບຕື່ມ ກ່ຽວກັບຄວາມແຮງຂອງເຄື່ອງຈັກບໍ່ເກີນເທົ່າໃດຊີຊີ ຫຼືຄວາມແຮງຂອງມໍເຕີໄຟຟ້າ ບໍ່ເກີນກິໂລວັດ ເພາະຈະແຍກໃຫ້ເຫັນວ່າ ລົດທີ່ນໍາໃຊ້ຄວາມແຮງດ້ວຍກົນຈັກ ແລະຄວາມແຮງດ້ວຍໄຟຟ້າ ນອກຈາກນີ້ ກໍໃຫ້ກໍານົດກ່ຽວກັບລົດຂົນສົ່ງໂດຍສານ, ປັດຈຸບັນມີທັງລົດປະເພດທີ່ແລ່ນດ້ວຍເຄື່ອງຈັກແລະແລ່ນດ້ວຍໄຟຟ້າ; ສໍາລັບມາດຕາທີ 28 ສະເໜີໃຫ້ກໍານົດຈະແຈ້ງຕື່ມທັງສາມລໍ້ຕິດເຄື່ອງຈັກແລະແລ່ນດ້ວຍໄຟຟ້າ ໃນປັດຈຸບັນແມ່ນມີສາມລໍ້ທີ່ແລ່ນໃຫ້ບໍລິການປະຊາຊົນຢ່າງຫຼວງຫຼາຍເຊັ່ນ: ຢູ່ນະຄອນຫຼວງວຽງຈັນ ກໍມີລົດສາມລໍ້ກັອກໆ ຈະອະນຸຍາດໃຫ້ບັນທຸກຜູ້ໂດຍສານຈັກຄົນ; ໃນມາດຕາ 74 ຂໍ້ຫ້າມທົ່ວໄປ ສະເໜີເພີ່ມເນື້ອໃນເຂົ້າຕື່ມ ຄໍາວ່າຫ້າມຈອດໃນເຂດຫ້າມຈອດ ໂດຍການເປີດໄຟຂໍທາງ ເຫດການຕົວຈິງແມ່ນມີຫຼາຍໂດຍສະເພາະໃນເຂດຕົວເມືອງ ແລະ ການຄຸ້ມຄອງກ່ຽວກັບການສ້າງກອງທຶນຄວາມປອດໄພການຈໍລະຈອນທາງບົກ ສະເໜີກໍານົດຈະແຈ້ງຈຸດປະສົງເປົ້າໝາຍໃນການນໍາໃຊ້ກອງທຶນດັ່ງກ່າວ ເພື່ອບໍ່ໃຫ້ເກີດມີຫາງສຽງທາງສັງຄົມ.

ທ່ານ ສີວຽງທອງ ສໍຜາບມີໄຊ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ປະກອບຄໍາເຫັນຕໍ່ກັບຮ່າງກົດໝາຍຈະລາຈອນທາງບົກ (ສະບັບປັບປຸງ) ຊຶ່ງມີຄໍາເຫັນຕໍ່ມາດຕາ 29 ກ່ຽວກັບຄວາມເຂັ້ມຂຸ້ນຂອງທາດເຫຼົ້າໃນຮ່າງກາຍໃນເວລາຂັບຂີ່ຄວາມເຂັ້ມຂຸ້ນຂອງທາດເຫຼົ້າເປັນສູນນັ້ນເໝາະສົມແລ້ວບໍ ຫຼືຄວນກໍານົດອັດຕາເທົ່າໃດຈຶ່ງຈະປະຕິບັດໄດ້ ເພາະອີງໃສ່ຮີດຄອງປະເພນີແມ່ນມີຫຼາຍງານບຸນ. ສະນັ້ນ ໃນຂອດການຈັດຕັ້ງປະຕິບັດ ຖ້າຫາກວ່າຂຽນອອກໄປແລ້ວປະຕິບັດບໍ່ໄດ້ເທົ່າທີ່ຄວນ ຄວາມສັກສິດທາງດ້ານກົດໝາຍ ຊຶ່ງເຈົ້າໜ້າທີ່ຈະຕ້ອງໄດ້ມີຄວາມຮັບຜິດຊອບສູງຂຶ້ນ ແຕ່ການກໍານົດຂອບເຂດປະລິມານກໍເຫັນດີ ເຫັນບົດຮຽນບາງປະເທດ 0,03;0,05 ຢາກໃຫ້ກໍານົດອັດຕາລະອຽດວ່າ 0,05 ສໍາລັບເຄື່ອງດື່ມທີ່ມີທາດເຫຼົ້າເພາະເຄື່ອງດື່ມແຕ່ລະປະເພດເປີເຊັນຂອງເອວກໍຮໍແມ່ນຕ່າງກັນ ຕົວຢ່າງເບຍ ແມ່ນຈະຖືກຈັກແກ້ວ ຫຼືຈັກລິດ ໃຫ້ກໍານົດລະອຽດເປັນມາດຖານໃນຂອດຈັດຕັ້ງປະຕິບັດ ແລະມາດຕາ 13 ລະບຽບສໍາລັບຜູ້ຂັບຂີ່ ສໍາຄັນທີ່ສຸດ ຕ້ອງມີໃບອະນຸຍາດຂັບຂີ່ເທົ່ານັ້ນ ມາເບິ່ງຜູ້ຂັບຂີ່ໃຊ້ລົດໃຊ້ຖະໜົນຢູ່ທ້ອງຖະໜົນໃນບ້ານເຮົາເກືອບບໍ່ຮອດ 50% ທີ່ບໍ່ມີໃບຂັບຂີ່ ໂດຍສະເພາະນັກຮຽນມໍຕົ້ນ ມໍປາຍ ທີ່ຜູ້ປົກຄອງອະນຸຍາດໃຫ້ນໍາໃຊ້ລົດຈັກ ອັນນີ້ມີຄວາມສ່ຽງຫຼາຍ ແລະກໍເປັນການລະເມີດກົດໝາຍ, ອຸບັດເຫດທີ່ເກີດຈາກນັກຮຽນແມ່ນມີຫຼາຍ ສາເຫດກໍຍ້ອນວ່າບໍ່ຮູ້ກົດລະບຽບຈະລາຈອນ ສິ່ງນີ້ແມ່ນການສ້າງສະຕິໃນການປະຕິບັດເຄົາລົບລະບຽບກົດໝາຍໃນສັງຄົມ ໂດຍເລີ່ມຈາກຄອບຄົວ ຖ້າປະຕິບັດໄດ້ເປັນການດີທີ່ສຸດ.

ຂ່າວ-ພາບ: ຍຸພິນທອງ+ບຸນອູ້ມ

ຄໍາເຫັນ

ຂ່າວການເມືອງ

ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII

ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ (ຫສພ) ຄັ້ງທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ແລະ ປິດລົງດ້ວຍຜົນສຳເລັດ ໃນວັນທີ 10 ພະຈິກນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ ພາຍໃຕ້ຄໍາຂວັນ “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດ ບາດການນໍາພາທີ່ເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນນະ ພາບວ່ອງໄວ ແລະ ຫັນສະໄໝ” ພາຍໃຕ້ການເປັນ ປະທານ ຂອງ ສະຫາຍ ເພັດ ພົມພິພັກ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍການນໍາ, ອະດີດການນໍາຂັ້ນສູງ, ພະນັກງານອາວຸໂສ-ບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ ຈໍານວນ 172 ສະຫາຍ ຍິງ 67 ສະຫາຍ ທີ່ເປັນຕົວແທນໃຫ້ ສະມາຊິກພັກ ທັງໝົດ 302 ສະຫາຍ.
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສພ ຄັ້ງທີ VIII ຢ່າງເປັນທາງການ

ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສພ ຄັ້ງທີ VIII ຢ່າງເປັນທາງການ

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ (ຫສພ) ຄັ້ງທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 10 ພະຈິກນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ ພາຍໃຕ້ຄໍາຂວັນ “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນະພາບ ວ່ອງໄວ ແລະ ຫັນສະ ໄໝ” ພາຍໃຕ້ການເປັນ ປະທານ ຂອງ ສະຫາຍ ເພັດ ພົມພິພັກ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍການນໍາ, ອະດີດການນໍາຂັ້ນສູງ, ພະນັກງານອາວຸໂສ-ບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ ຈໍານວນ 172 ສະຫາຍ ຍິງ 67 ສະຫາຍ ທີ່ເປັນຕົວແທນໃຫ້ ສະມາຊິກພັກ ທັງໝົດ 302 ສະຫາຍ.
ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ