ທ່ານ ນາງ ມີນາສີວິໄລ ໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນໃນການເຄື່ອນໄຫວວຽກງານ 9 ເດືອນຜ່ານມາ, ໃນການລົງຕິດຕາມ,ພົບປະແລະຢ້ຽມຢາມປະຊາຊົນຢູ່ຂັ້ນຮາກຖານບ້ານພ້ອມທັງນຳເອົາມະຕິສຳຄັນຕ່າງໆຂອງພັກ-ລັດໄປໂຄສະນາເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຊາບຢ່າງທົ່ວເຖິງ. ຊຶ່ງໃນໄລຍະ 9 ເດືອນຜ່ານມາ, ສສຊເຂດເລືອກຕັ້ງທີ 15 ແຂວງຈຳປາສັກໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການລົງພົບປະຢ້ຽມຢາມແລະເຜີຍແຜ່ມະຕິຕ່າງໆຂອງສະພາແຫ່ງຊາດໃຫ້ປະຊາຊົນໄດ້ຮັບຮູ້. ຜ່ານການລົງພົບປະດັ່ງກ່າວເຫັນໄດ້ວ່າປະຊາຊົນມີຄວາມຕື່ນຕົວສູງໃນການເຂົ້າຮ່ວມຮັບຟັງແລະແລກປ່ຽນຄຳຄິດຄຳເຫັນຢ່າງຟົດຟື້ນ.ຊຶ່ງທາງຄະນະສສຊໄດ້ເກັບກຳທຸກຄໍາຄິດເຫັນແລະຂໍ້ສະເໜີອັນມີຄຸນຄ່າຂອງປະຊາຊົນເພື່ອນຳສະເໜີຕໍ່ກອງປະຊຸມສະພາແຫ່ງຊາດໃນຄັ້ງຕໍ່ໄປ, ການປັບປຸງກົງຈັກການຈັດຕັ້ງແລະວຽກງານພັດທະນາເສດຖະກິດ-ສັງຄົມ.ຄຽງຄູ່ກັບວຽກງານດັ່ງກ່າວ, ການນຳແຂວງຈຳປາສັກໄດ້ປັບປຸງກົງຈັກການຈັດຕັ້ງຂັ້ນຕ່າງໆໂດຍໄດ້ໂຮມກຳມາທິການໃນຫ້ອງການຈາກ 6 ກຳມາທິການມາເປັນ 3 ກຳມາທິການແລະ 1 ຫ້ອງວ່າການຂອງສະພາແຫ່ງຊາດປະຈຳແຂວງ. ນອກຈາກນີ້,ໄດ້ສຳເລັດການປັບປຸງຫ້ອງການແລະສະຖານທີ່ຕ້ອນຮັບປະຊາຊົນໃນທົ່ວ 10 ເມືອງໄດ້ຮ້ອຍສ່ວນຮ້ອຍເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນໃນການເຂົ້າມາໃຫ້ຄຳເຫັນຫຼືຮ້ອງທຸກຕ່າງໆ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແລະຂໍ້ສະເໜີຂອງປະຊາຊົນ.ສຳລັບແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໄດ້ຜ່ານການຈັດຕັ້ງປະຕິບັດຕາມທິດທາງທີ່ລັດຖະບານວາງໄວ້ໂດຍເນັ້ນໜັກໃສ່ 3 ບັນຫາຫຼັກຕາມຄວາມຮຽກຮ້ອງຕ້ອງການຂອງປະຊາຊົນຄື:ການປັບປຸງເສັ້ນທາງຄົມມະນາຄົມ: ໂດຍສະເພາະການສັນຈອນໄປມາໃນລະດູຝົນແລະການເຊື່ອມຕໍ່ລະຫວ່າງບ້ານຕໍ່ບ້ານໃຫ້ມີຄວາມສະດວກສະບາຍຂຶ້ນ, ການຍົກລະດັບວຽກງານສາທາລະນະສຸກ: ປັບປຸງແລະເພີ່ມຄວາມສະດວກໃຫ້ໂຮງໝໍຊຸມຊົນແລະສຸກສາລາເພື່ອຮັບປະກັນການປິ່ນປົວແລະເບິ່ງແຍງສຸຂະພາບຂັ້ນພື້ນຖານໃຫ້ປະຊາຊົນ, ການພັດທະນາລະບົບການສຶກສາ: ສ້າງເງື່ອນໄຂໃຫ້ລູກຫຼານໄດ້ເຂົ້າເຖິງການສຶກສາຢ່າງເທົ່າທຽມ.
ສຳລັບຜົນການຄົ້ນຄວ້າຮ່າງກົດໝາຍ 2 ສະບັບຄື: ກົດໝາຍວ່າດ້ວຍການຈາລະຈອນທາງບົກ (ສະບັບປັບປຸງ)ບັນດາ ສສຊ ໄດ້ສຸມໃສ່ຄົ້ນຄວ້າແລະປະກອບຄຳເຫັນໂດຍເນັ້ນໜັກເຖິງການເພີ່ມຄວາມເຂັ້ມງວດໃນການກວດກາໃບຂັບຂີ່, ການນຳໃຊ້ລົດຈັກຂອງກຸ່ມໄວໜຸ່ມແລະການກວດກາສະພາບເຕັກນິກຂອງຍານພາຫະນະເພື່ອຫຼຸດຜ່ອນອຸບັດເຫດຕາມທ້ອງຖະໜົນແລະ ກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ)ສສຊໄດ້ມີຄຳເຫັນໃນຫຼາຍມາດຕາເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານບໍລິຫານລັດໃຫ້ມີປະສິດທິຜົນສູງສຸດແລະຮັບໃຊ້ປະຊາຊົນຢ່າງແທ້ຈິງ.
ທ່ານ ນາງ ມີນາສີວິໄລ ກ່າວເນັ້ນຕື່ມອີກວ່າ:ພາຍຫຼັງສຳເລັດກອງປະຊຸມສະພາໃນຄັ້ງນີ້, ທາງສະພາແຂວງຈຳປາສັກຈະໄດ້ຈັດກອງປະຊຸມພົບປະປຶກສາຫາລືແລະເຜີຍແຜ່ຜົນກອງປະຊຸມພ້ອມທັງມະຕິຄຳສັ່ງຕ່າງໆລົງສູ່ 10 ຕົວເມືອງໃນທົ່ວແຂວງຢ່າງວ່ອງໄວແລະທົ່ວເຖິງເພື່ອໃຫ້ປະຊາຊົນໄດ້ຮັບຊາບແລະນຳໄປຈັດຕັ້ງປະຕິບັດຮ່ວມກັນຢ່າງມີປະສິດທິຜົນຊຶ່ງເປົ້າໝາຍຫຼັກຂອງການລົງເຄື່ອນໄຫວເພື່ອສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າແລະຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນເລື້ອຍໆໃນອະນາຄົດ. (ຂ່າວ-ພາບ: ແສງຈັນ+ຍຸພິນທອງ)
ຄໍາເຫັນ