ທ່ານດາລີວັນພູສະຫວັນໄດ້ມີຄໍາເຫັນໂດຍພື້ນຖານສ່ວນໃຫຍ່ແມ່ນເຫັນດີເປັນເອກະພາບຕໍ່ຮ່າງກົດໝາຍອີງຕາມຄໍາຖາມເຈາະຈີ້ມຂ້າພະເຈົ້າຂໍມີບາງຄໍາເຫັນປະກອບເຊັ່ນ: ໃນມາດຕາ 68 ເຂດຫ້າມບິນຊຶ່ງໃນຮ່າງກົດໝາຍໄດ້ຂຽນວ່າເຂດຫ້າມບິນປະກອບດ້ວຍເຂດເກີອດຫ້າມ, ເຂດຈໍາກັດການບິນແລະເຂດອັນຕະລາຍສັງເກດເຫັນວ່າເຂດເກີອດຫ້າມເບິ່ງຫົວຂໍ້ກັບເນື້ອໃນຍັງບໍ່ທັນສອດຄ່ອງກົມກຽວເຂັ້ມງວດເທົ່າທີ່ຄວນ. ສະເໜີພິຈາລະນາເຂດເກີອດຫ້າມຄວນເປັນເຂດຫວງຫ້າມເດັດຂາດແລະອາດຈະຂຽນໃສ່ວ່າເຂດຫວງຫ້າມເດັດຂາດແມ່ນເຂດນ່ານຟ້າບໍລິເວນທີ່ຖືກກໍານົດໄວ້້ເປັນທາງການຫ້າມບໍ່ໃຫ້ເຮືອບິນບິນຜ່ານເດັດຂາດ; ຕໍ່ມາດຕາ 79 ການຊອກຄົ້ນແລະກູ້ໄພເຮືອບິນສະເໜີປັບປຸງບາງເນື້ອໃນກ່ຽວກັບການຊອກຄົ້ນແລະກູ້ໄພກັບການສືບສວນອຸບັດເຫດທາງການບິນຄວນແຍກເປັນແຕ່ລະຄະນະແຕ່ມີເປົ້າໝາຍດຽວກັນຍ້ອນວ່າການຄົ້ນຫາແລະກູ້ໄພກັບການສືບສວນ-ສອບສວນເຄື່ອງບິນຕົກມີຄວາມແຕກຕ່າງກັນໃນດ້ານການດໍາເນີນງານແລະໄລຍະເວລາຂອງການປະຕິບັດງານຄ່າໃຊ້ຈ່າຍກໍແຕກຕ່າງກັນເມື່ອມີອຸບັດເຫດເກີດຂຶ້ນການຊອກຄົ້ນແລະກູ້ໄພແມ່ນເປັນວຽກທໍາອິດທີ່ຮີບດ່ວນທີ່ຕ້ອງໄດ້ເຮັດກ່ອນເພື່ອສາມາດເຂົ້າເຖິງພື້ນທີ່ເກີດເຫດຢ່າງວ່ອງໄວທັນການຈາກນັ້ນ, ຈຶ່ງແມ່ນຂະບວນການຂັ້ນຕອນສືບສວນ-ສອບສວນຊຶ່ງການສືບສວນ-ສອບສວນຫຼາຍກໍລະນີຕ້ອງໄດ້ລໍຖ້າຊ່ຽວຊານຈາກຕ່າງປະເທດເຂົ້າມາພ້ອມນັ້ນກໍຕ້ອງໄດ້ສົ່ງຂໍ້ມູນໄປວິເຄາະວິໄຈຢູ່ຕ່າງປະເທດແລະບັນຫາອື່ນໆຊຶ່ງອາດຈະຕ້ອງໃຊ້ເວລາຫຼາຍເດືອນທັງນີ້ເພື່ອບໍ່ໃຫ້ຄະນະຊອກຄົ້ນກູ້ໄພລໍຖ້າຄະນະສືບສວນ-ສອບສວນອຸບັດເຫດແຕ່ກໍຕ້ອງມີກົນໄກປະສານງານກັນແຕ່ຫົວທີ. ສຳລັບມາດຕາ 85 ເງິນແຮສໍາລັບວຽກສືບສວນ-ສອບສວນເຫດຕິດຄັດອຸບັດເຫດທາງການບິນເພື່ອຮັບປະກັນໃຫ້ການຊອກຄົ້ນແລະກູ້ໄພອຸບັດເຫດທາງການບິນສາມາດປະຕິບັດໄດ້ທ່ວງທັນເຫດການລັດວິສາຫະກິດ, ກົມກອງ, ຂະແໜງທີ່ກ່ຽວຂ້ອງຕ້ອງມີເງິນແຮສໍາຮອງຂອງອົງກອນຕົນເປັນຫຼັກ. ຖ້າຈະລໍຖ້າການແບ່ງງົບປະມານຈາກພາກລັດການຊ່ວຍເຫຼືອສະໜັບສະໜູນການປະກອບສ່ວນຈາກບຸກຄົນນິຕິບຸກຄົນແລະການຈັດຕັ້ງພາຍໃນແລະຕ່າງປະເທດຕາມເນື້ອໃນມາດຕາ 85 ອາດຈະເຮັດໃຫ້ການສືບສວນ-ສອບສວນບໍ່ທັນກັບສະພາບ,ເຖິງແນວໃດກໍຕາມສໍາລັບງົບປະມານທີ່ຈະເພີ່ມຕື່ມຈາກພາກລັດອາດຈະໃຊ້ໃນກໍລະນີອຸບັດເຫດຂະໜາດໃຫຍ່ຫຼືການສືບສວນ-ສອບສວນທີ່ມີຄ່າໃຊ້ຈ່າຍເກີນກວ່າເງິນແຮທີ່ມີ; ຕໍ່ມາດຕາ 55 ການວາງແຜນພັດທະນາແລະການກໍ່ສ້າງສະໜາມບິນໃຫ້ລະບຸແຈ້ງຕື່ມການຄົ້ນຄວ້າສ້າງແຜນພັດທະນາສະໜາມບິນຢູ່ພາຍໃນປະເທດລວມເຖິງສະໜາມບິນນອກອາຄານສະຖານທີ່ສິ່ງອໍານວຍຄວາມສະດວກດ້ານການບໍລິການລະບົບຄວາມປອດໄພການຫັນເປັນດີຈີຕອນການນໍາໃຊ້ເຕັກໂນໂລຊີໃໝ່ໂດຍສະເພາະການຕິດຕັ້ງເຄື່ອງຊ່ວຍນໍາເຮືອບິນສາມາດຂຶ້ນ-ລົງສະໜາມບິນໃນເວລາກາງຄືນບາງສະໜາມບິນລວມທັງການພັດທະນາບຸກຄະລາກອນແລະອື່ນໆກໍເຫັນວ່າຍັງບໍ່ທັນກໍານົດໄວ້ຢູ່ໃນຮ່າງກົດໝາຍສະບັບນີ້ພ້ອມນີ້ຢູ່ໃນຮ່າງກົດໝາຍຍັງບໍ່ທັນສັງເກດເຫັນການຄຸ້ມຄອງນັກບິນໂດຍສະເພາະນັກບິນທີ່ລັດວິສາຫະກິດຫຼືວ່າລັດເປັນຜູ້ສ້າງຊຶ່ງໄດ້ນໍາໃຊ້ງົບປະມານເປັນໄລຍະເວລາຫຼາຍສົມຄວນໃນກໍລະນີນັກບິນເຫຼົ່ານັ້ນຫາກໄປຮັບໃຊ້ຫຼືເຄື່ອນໄຫວຢູ່ສາຍການບິນອື່ນທັງພາຍໃນແລະຕ່າງປະເທດບັນຫານີ້ຈະມີວິທີການແລະມາດຕະການຄືແນວໃດແລະຄວນຈັດເຂົ້າໃນໝວດມາດຕາໃດ.ນອກຈາກນັ້ນ,ສັງເກດເຫັນວ່າຮ່າງກົດໝາຍສະບັບດັ່ງກ່າວນີ້ມີຫຼາຍໝວດຫຼາຍມາດຕາຊຶ່ງມີເຖິງ 189 ມາດຕາ 54 ໜ້າຖ້າສົມທຽບໃສ່ບັນດາກົດໝາຍທີ່ໄດ້ນໍາເຂົ້າມາສະເໜີໃນກອງປະຊຸມຄັ້ງນີ້ເຫັນວ່າມີຫຼາຍກວ່າໝູ່.ສະນັ້ນ,ສະເໜີເບິ່ງຄືນເອົາບາງໝວດບາງມາດຕາທີ່ຄ້າຍຄືກັນໂຮມເຂົ້າກັນຊັບຊ້ອນເນື້ອໃນໃຫ້ມີລັກສະນະສັງລວມກະທັດຮັດເຂົ້າໃຈງ່າຍແຕ່ໃຫ້ໄດ້ຄວາມໝາຍຄົບຖ້ວນສົມບູນ.ຂ່າວ-ພາບ: ຍຸພິນທອງ+ບຸນອູ້ມ
ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ (ຫສພ) ຄັ້ງທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ແລະ ປິດລົງດ້ວຍຜົນສຳເລັດ ໃນວັນທີ 10 ພະຈິກນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ ພາຍໃຕ້ຄໍາຂວັນ “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດ ບາດການນໍາພາທີ່ເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນນະ ພາບວ່ອງໄວ ແລະ ຫັນສະໄໝ” ພາຍໃຕ້ການເປັນ ປະທານ ຂອງ ສະຫາຍ ເພັດ ພົມພິພັກ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍການນໍາ, ອະດີດການນໍາຂັ້ນສູງ, ພະນັກງານອາວຸໂສ-ບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ ຈໍານວນ 172 ສະຫາຍ ຍິງ 67 ສະຫາຍ ທີ່ເປັນຕົວແທນໃຫ້ ສະມາຊິກພັກ ທັງໝົດ 302 ສະຫາຍ.
ຄໍາເຫັນ