ທ່ານນາງປານິດາເຮືອງແພງອ່ອນໄດ້ສະແດງຄວາມເປັນເອກະພາບສູງຕໍ່ຄະນະຄົ້ນຄວ້າປັບປຸງຮ່າງກົດໝາຍວ່າດ້ວຍລັດຖະບານສະບັບປັບປຸງ. ຊຶ່ງຮ່າງກົດໝາຍສະບັບນີ້ມີຄວາມຈະແຈ້ງແລະສອດຄ່ອງກັບພາລະບົດບາດການບໍລິຫານລັດ. ຂ້າພະເຈົ້າຂໍສະເໜີແລກປ່ຽນຄໍາເຫັນໃນບາງມາດຕາເພື່ອເຮັດໃຫ້ກົດໝາຍມີຄວາມສົມບູນ, ຈະແຈ້ງແລະຮັດກຸມຍິ່ງຂຶ້ນ. ໃນມາດຕາ 5 ຂໍ້ທີ 9,10,11 ແລະມາດຕາ 6 ຂໍ້5 ແລະຂໍ້6 ສິດຂອງລັດຖະບານຕ່າງກັບສິດຂອງນາຍົກລັດຖະມົນຕີໃນມາດຕາ 5 ກໍານົດວ່າລັດຖະບານເປັນຜູ້ຕົກລົງສ້າງຕັ້ງໂຮມເຂົ້າຫຼືຍຸບເລີກກະຊວງ,ອົງການລັດຂຶ້ນກັບລັດຖະບານອົງການລັດທຽບເທົ່າທະບວງ, ກົມ, ອົງການລັດທຽບເທົ່າກົມເຂດເສດຖະກິດ; ແຕ່ໃນມາດຕາ 6 ກໍານົດໃຫ້ນາຍົກລັດຖະມົນຕີມີສິດອອກດໍາລັດຄໍາສັ່ງຂໍ້ຕົກລົງຫຼືແຕ່ງຕັ້ງປົດຕໍາແໜ່ງໃນສອງມາດຕາດັ່ງກ່າວເຫັນວ່າຄວນກຳນົດສິດແລະບົດບາດໃຫ້ຈະແຈ້ງກວ່າເກົ່າ. ການຕົກລົງຂອງລັດຖະບານແມ່ນຕ້ອງຜ່ານກອງປະຊຸມລັດຖະບານແລ້ວມອບໃຫ້ນາຍົກລັດຖະມົນຕີເປັນຜູ້ລົງນາມອອກນິຕິກໍາໃນນາມລັດຖະບານເພື່ອບໍ່ໃຫ້ເກີດຄວາມສັບສົນລະຫວ່າງສິດຂອງໝູ່ຄະນະແລະສິດຂອງບຸກຄົນ; ມາດຕາ 5 ຂໍ້ 14,15,16 ແລະມາດຕາ 6 ຂໍ້ 12,13,14 ເວົ້າເຖິງວຽກງານສັນຊາດ, ລູກລ້ຽງພົນລະເມືອງ,ກິດຕິມະສັກໃນມາດຕາ 5 ບັນຍັດວ່າລັດຖະບານເປັນຜູ້ຕົກລົງແຕ່ມາດຕາ 6 ບັນຍັດວ່ານາຍົກລັດຖະມົນຕີເປັນຜູ້ອອກຂໍ້ຕົກລົງໃນສາມຂໍ້ດັ່ງກ່າວນີ້ສະເໜີຄວນປັບສຳນວນໃນມາດຕາ 5 ໃຫ້ຮັດກຸມກວ່າເກົ່າແລະຕົກລົງເຫັນດີເພື່ອໃຫ້ນາຍົກລັດຖະມົນຕີອອກຂໍ້ຕົກລົງຕາມການຕົກລົງເຫັນດີຂອງລັດຖະບານເພື່ອບໍ່ໃຫ້ເກີດຊ່ອງຫວ່າງແລະຂັ້ນຕອນທາງດ້ານກົດໝາຍໃຫ້ມີຄວາມຈະແຈ້ງສອດຄ່ອງກັນ. ມາດຕາ 19 ຂໍ້9,10 ກໍານົດວ່າລັດຖະມົນນຕີມີສິດກ່ຽວກັບຄຳເຫັນຕໍ່ການສະເໜີຂອງປະທານຄະນະກຳມະການປົກຄອງແຂວງໃນການແຕ່ງຕັ້ງຫຼືໂຍກຍ້າຍຫົວໜ້າ,ຮອງຫົວໜ້າພະແນກຂັ້ນແຂວງ. ຜ່ານມາເຫັນວ່າມີບາງກໍລະນີທີ່ກະຊວງ,ອົງການຫຼືວ່າໃຫ້ຄໍາຕອບຂ້ອນຂ້າງຊັກຊ້າແລະແກ່ຍາວເຮັດໃຫ້ເສຍໂອກາດໃນການບໍລິຫານວຽກງານສະເໜີຄວນກໍານົດເພີ່ມການມີຄໍາເຫັນເປັນລາຍລັກອັກສອນໃຫ້ຈະແຈ້ງອອກພາຍໃນ 30 ວັນທາງລັດຖະການແລະໃນຂໍ້ທີ 9 ສະເໜີເພີ່ມຄໍາວ່ານະຄອນຫຼວງຢູ່ຫຼັງຄໍາວ່າຄະນະປະຈໍາສະພາປະຊາຊົນເພາະຮ່າງກົດໝາຍແມ່ນຂຽນໃສ່ແຕ່ວ່າແຕ່ຂັ້ນແຂວງແລະໃນມາດຕາ 6 ຂໍ້ 21; ມາດຕາ 7; ມາດຕາ 13 ຂໍ້ 8 ມາດຕາ 14, ໃນນີ້ມາດຕາ 19 ຂໍ້ 14 ມາດຕາ 20 ການລາອອກຈາກຕໍາແໜ່ງໄດ້ບັນຍັດໄວ້ວ່າເມື່ອເຫັນວ່າຕົນບໍ່ສາມາດປະຕິບັດໜ້າທີ່ໄດ້ຍ້ອນເຫດຜົນທາງດ້ານສຸຂະພາບຫຼືດ້ວຍເຫດຜົນອື່ນຊຶ່ງຄໍາວ່າດ້ວຍເຫດຜົນອື່ນເບິ່ງຄືວ່າເປັນຄວາມໝາຍທີ່ກ້ວາງຫຼາຍ.ສະນັ້ນຂໍເພີ່ມຄໍາວ່າດ້ວຍເຫດຜົນຄວາມຈໍາເປັນອື່ນທີ່ໄດ້ຮັບການອະນຸມັດເຫັນດີຈາກອົງການທີ່ແຕ່ງຕັ້ງ; ມາດຕາ 23 ກອງປະຊຸມລັດຖະບານກໍານົດວ່າກອງປະຊຸມວິສາມັນເປີດຂຶ້ນຕາມການສະເໜີຂອງສະມາຊິກລັດຖະບານຢ່າງໜ້ອຍ 1ສ່ວນ3 ຂອງຈໍານວນສະມາຊິກທັງໝົດແຕ່ໃນວັກທີ 6 ກໍານົດການລົງມະຕິໃຫ້ຖືເອົາສຽງສ່ວນຫຼາຍເຫັນວ່າທາງດ້ານອົງປະກອບຂອງກອງປະຊຸມຍັງບໍ່ທັນຄົບຖ້ວນເພື່ອໃຫ້ກອງປະຊຸມມີຄວາມສົມບູນຕາມກົດໝາຍສະເໜີເພີ່ມຂໍ້ຄວາມຢ່າງໜ້ອຍ 1 ສ່ວນ 3 ຂອງຈໍານວນສະມາຊິກທັງໝົດແລະກອງປະຊຸມລັດຖະບານຈະດໍາເນີນໄດ້ກໍຕໍ່ເມື່ອມີສະມາຊິກລັດຖະບານເຂົ້າຮ່ວມຢ່າງໜ້ອຍ 2 ສ່ວນ 3 ຂອງຈໍານວນສະມາຊິກທັງໝົດ. ຂ່າວ-ພາບ: ຍຸພິນທອງ-ບຸນອູ້ມ
ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ (ຫສພ) ຄັ້ງທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ແລະ ປິດລົງດ້ວຍຜົນສຳເລັດ ໃນວັນທີ 10 ພະຈິກນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ ພາຍໃຕ້ຄໍາຂວັນ “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດ ບາດການນໍາພາທີ່ເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນນະ ພາບວ່ອງໄວ ແລະ ຫັນສະໄໝ” ພາຍໃຕ້ການເປັນ ປະທານ ຂອງ ສະຫາຍ ເພັດ ພົມພິພັກ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍການນໍາ, ອະດີດການນໍາຂັ້ນສູງ, ພະນັກງານອາວຸໂສ-ບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ ຈໍານວນ 172 ສະຫາຍ ຍິງ 67 ສະຫາຍ ທີ່ເປັນຕົວແທນໃຫ້ ສະມາຊິກພັກ ທັງໝົດ 302 ສະຫາຍ.
ຄໍາເຫັນ