ທ່ານ ສອນໄຊ ສີສົມພັນ ໄດ້ປະກອບຄຳເຫັນແລກປ່ຽນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ3ຈຸດ ດັ່ງນີ້: ຈຸດທີ 1 ມາດຕາ 6 ວັກສາມ ກ່ຽວກັບການກໍານົດຄວາມເຂັ້ມຂຸ້ນຂອງເຄື່ອງດື່ມທີ່ມີທາດເຫຼົ້າ ໂດຍສະເພາະຜູ້ຂັບຂີ່ຍານພາຫະນະ ແລະ ນໍາໃຊ້ກົນຈັກໜັກ ຕ້ອງໃຫ້ມີທາດເຫຼົ້າໃນລົມຫາຍໃຈ, ໃນເລືອດ ແລະ ໃນປັດສະວະເປັນສູນ ໂດຍລວມແມ່ນເຫັນດີເປັນເອກະພາບ ແຕ່ໃຫ້ກໍານົດຄືນຖ້າຂຽນລົງໄປແລ້ວຈະສາມາດປະຕິບັດໄດ້ບໍ ຫຼື ວ່າເຮົາຈະເບິ່ງປະເທດອ້ອມຂ້າງຄືນ ໂດຍສະເພາະແມ່ນປະເທດອາຊຽນຂອງເຮົາ, ຈຸດທີ 2 ໃນມາດຕາ 54 ໂດຍສະເພາະແມ່ນແຫຼ່ງທຶນທີ່ໄດ້ຈາກອາກອນກຳໄລສອງສ່ວນຮ້ອຍ ຊຶ່ງຕາມມາດຕາ 16 ຂໍ້ 1.2 ຂອງກົດໝາຍວ່າດ້ວຍອາກອນລາຍໄດ້ທີ່ກຳນົດໃຫ້ວິສາຫະກິດທີ່ຜະລິດ, ນຳເຂົ້າ ແລະ ຂາຍເຄື່ອງດື່ມທີ່ມີທາດເຫຼົ້າຕ້ອງມອບ 2% ເຂົ້າກອງທຶນສຸຂະພາບແຫ່ງຊາດ ແລະ ເກັບເພີ່ມອີກ 2% ເຂົ້າກອງທຶນເຄື່ອງດື່ມທີ່ມີທາດເຫຼົ້າເພີ່ມອີກ 2% ລວມເປັນ 4% ແມ່ນເຫັນດີ ເພາະພວກເຮົາບໍ່ສົ່ງເສີມຢູ່ແລ້ວ ຖ້າຈະຊອກແຫຼ່ງທຶນອື່ນກໍ່ເຫັນວ່າຫຍຸ້ງຍາກ, ຈຸດທີ 3 ມາດຕາ 72 ຫາ ມາດຕາ 79 ກ່ຽວກັບສິດ ແລະ ໜ້າທີ່ ເຫັນຄວນເພີ່ມອົງການຈັດຕັ້ງມະຫາຊົນເຂົ້າຕື່ມ ເພາະຈໍານວນນີ້ແມ່ນດື່ມຫຼາຍກວ່າໝູ່ ເພາະໃນມາດຕາດັ່ງກ່າວນີ້ແມ່ນໄດ້ກໍານົດແຕ່ຂະແໜງສາທາ, ຂະແໜງການຄ້າ, ຂະແໜງການເງິນ, ຂະແໜງວັດທະນະທໍາ ແລະ ການທ່ອງທ່ຽວ. ຂ່າວ: ພູວັນ
ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ (ຫສພ) ຄັ້ງທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ແລະ ປິດລົງດ້ວຍຜົນສຳເລັດ ໃນວັນທີ 10 ພະຈິກນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ ພາຍໃຕ້ຄໍາຂວັນ “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດ ບາດການນໍາພາທີ່ເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນນະ ພາບວ່ອງໄວ ແລະ ຫັນສະໄໝ” ພາຍໃຕ້ການເປັນ ປະທານ ຂອງ ສະຫາຍ ເພັດ ພົມພິພັກ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍການນໍາ, ອະດີດການນໍາຂັ້ນສູງ, ພະນັກງານອາວຸໂສ-ບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ ຈໍານວນ 172 ສະຫາຍ ຍິງ 67 ສະຫາຍ ທີ່ເປັນຕົວແທນໃຫ້ ສະມາຊິກພັກ ທັງໝົດ 302 ສະຫາຍ.
ຄໍາເຫັນ