![]() |
ໃນພິທີຄັ້ງນີ້, ສະຫາຍ ສຸກສາຄອນ ໂພທິລາດ ກຳມະການພັກແຂວງ ເລຂາພັກເມືອງຊົນນະບຸລີ(ຜູ້ເກົ່າ)ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງຊົນນະບູລີໃນໄລຍະຜ່ານມາ. ຈາກນັ້ນ, ສະຫາຍ ອ່ອນລຳພັນ ບົວສີແກ້ວ ກຳມະການພັກແຂວງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 2898/ຄປພຂ, ລົງວັນທີ 1 ຕຸລາ 2025 ວ່າດ້ວຍການຍົກຍ້າຍສະຫາຍ ສຸກສາຄອນ ໂພທິລາດ ກຳມະການພັກແຂວງ ເລຂາພັກເມືອງຊົນນະບຸລີ ມາປະຈຳການຢູ່ຫ້ອງວ່າການເມືອງວິລະບູລີ, ຜ່ານມະຕິຕົກລົງສະບັບເລກທີ 3093/ຄປພຂ, ລົງວັນທີ 4 ພະຈິກ 2025 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ສະຫາຍ ໄຊຍະເດດ ຜຸຍຍະວົງ ເປັນກຳມະການປະຈຳພັກເມືອງ, ທັງເປັນເລຂາຄະນະບໍລິຫານງານພັກເມືອງຊົນນະບູລີ ຢ່າງເປັນທາງການ, ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານ ສະບັບເລກທີ 22110/ຈຂ, ລົງວັນທີ 16 ຕຸລາ 2025. ໃນນີ້, ເຈົ້າແຂວງຕົກລົງແຕ່ງຕັ້ງທ່ານ ສຸບິນ ຫຼວງດ້ວງ ເປັນປະທານຄະນະກຳມະການປົກຄອງເມືອງ ຊົນນະບູລີ, ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານສະບັບເລກທີ 2111/ຈຂ, ລົງວັນທີ 16ຕຸລາ 2025. ຊຶ່ງໃນນີ້, ເຈົ້າແຂວງສະຫວັນນະເຂດ ຕົກລົງແຕ່ງຕັ້ງ ທ່ານ ປຸນລະນາດ ວັນນະລາດ ເປັນຮອງປະທານຄະນະກຳມະການປົກຄອງເມືອງ ຊົນນະບຸລີ.
ໃນນີ້, ສະຫາຍເລຂາພັກເມືອງ ຊົນນະບູລີຜູ້ເກົ່າ ແລະຜູ້ໃໝ່ ໄດ້ລົງນາມໃນບົດບັນທຶກມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກເມືອງຊົນນະບູລີຢ່າງເປັນທາງການ.
(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ