![]() |
ທ່ານ ພົຕ ຄອນສະຫວັນ ສົມພາໄຊ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ວັນປະກາດເອກະ ລາດຕະຫຼອດ 81 ປີຜ່ານມາ, ຊຶ່ງເປັນເຫດການທີ່ມີຄວາມໝາຍ, ຄວາມສຳຄັນທາງປະຫວັດສາດ, ເປັນວັນແຫ່ງຄວາມເອກອ້າງທະນົງໃຈຂອງຊາດລາວເຮົາ. ພ້ອມກັນນັ້ນ, ກໍໄດ້ອອກຖະແຫຼງການກ່ຽວກັບການປ່ຽນແປງການປົກຄອງ, ລຶບລ້າງທຸກໆສັນຍາທີ່ລາວໄດ້ເຊັນກັບຝຣັ່ງ, ປະກາດໃຊ້ທຸງຊາດ, ເພງຊາດລາວ, ພາສາລາວ, ຂອບເຂດດິນແດນຂອງລາວ ແລະ ປະກາດແຕ່ງຕັ້ງຄະນະລັດຖະບານຊົ່ວຄາວ ຊຶ່ງມີທ່ານ ສຸພານຸວົງ ເປັນລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ແລະ ຕໍ່ມາໄດ້ດໍາລົງຕໍາແໜ່ງເປັນຜູ້ບັນຊາການທະຫານສູງສຸດ. ການປະກາດເອກະລາດວັນທີ 12 ຕຸລາ 1945 ໄດ້ເຮັດໃຫ້ຊາວໂລກໄດ້ຮັບຮູ້ກ່ຽວກັບຄວາມເປັນຊາດລາວ, ຮັບຮູ້ອະທິປະໄຕ ແລະ ເຂດນໍ້າແດນດິນຂອງລາວ, ຍ້ອນແນວນັ້ນ, ພັກ-ລັດ ຈຶ່ງຖືເອົາວັນປະກາດເອກະລາດ 12 ຕຸລາ 1945 ເປັນວັນປະຫວັດສາດທີ່ສໍາຄັນຂອງຊາດ, ເປັນວັນແຫ່ງຄວາມເອກອ້າງທະນົງໃຈ ຕໍ່ຄວາມອາດຫານຊານໄຊໃນການຕໍ່ສູ້ບົນຈິດໃຈ "ຍອມຕາຍດີກວ່າເປັນຂ້ອຍຂ້າ; ຕາຍເພື່ອເອກະລາດດີກວ່າຢູ່ ພາຍໃຕ້ແອກປົກຄອງຂອງຕ່າງຊາດ".
ໃນພິທີ, ທ່ານ ພົຈວ ຫຸມພັນ ຜິວເຂັມພອນ ຍັງໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສຳຄັນຂອງວັນສ້າງຕັ້ງການທູດລາວ ຕະຫຼອດໄລຍະ 81 ປີ ໃນການປະຕິບັດນະໂນບາຍແນວທາງການຕ່າງປະເທດຂອງ ສປປ ລາວ, ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ ແລະ ປະຕິບັດນະໂຍບາຍເປີດກວ້າງການພົວພັນຮ່ວມມືແບບຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍຮູບແບບຕາມທິດນໍາ "ເພີ່ມມິດຫຼຸດຜ່ອນສັດຕູ" ແລະ" ການທູດປ້ອງກັນເຫດ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ” ໄດ້ເຮັດໃຫ້ ສປປ ລາວ ມີການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີຢ່າງເລິກເຊິ່ງ ແລະ ແໜ້ນແຟ້ນກວ່າເກົ່າ ກັບບັນດາປະເທດເພື່ອນມິດຍຸດທະສາດ. ປັດຈຸບັນ ສປປ ລາວ ມີສາຍພົວພັນການທູດກັບ 151 ປະເທດ, ມີສຳນັກງານຜູ້ຕາງໜ້າການທູດຂອງ ສປປ ລາວ ຢູ່ຕ່າງປະເທດ 41 ແຫ່ງ, ມີສະຖານເອກອັກຄະລັດຖະທູດ 27 ແຫ່ງ ໄດ້ສ້າງເງື່ອນໄຂເອື້ອອຳນວຍ ໃຫ້ການພົວພັນຮ່ວມມືວຽກງານຕ່າງໆ ຂອງ ສປປ ລາວ ກັບຕ່າງປະເທດນັບມື້ດີຂຶ້ນ.
![]() |
ການປາຖະກະຖາໃນຄັ້ງນີ້, ເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ນາຍ ແລະ ພົນຕຳຫຼວດ, ໄດ້ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງຕໍ່ມູນເຊື້ອຮັກຊາດ, ນໍ້າໃຈພິລະອາດຫານຂອງບັນດາທ່ານຜູ້ນໍາ, ບັນດານັກຮົບປະຕິວັດ, ວິລະຊົນ ແລະ ປະຊາຊົນບັນດາເຜົ່າ, ຮັບຮູ້-ເຂົ້າໃຈແນວທາງການຕ່າງປະເທດຂອງພັກ ໃນແຕ່ລະໄລຍະພ້ອມກັນເປັນເຈົ້າການເສີມຂະຫຍາຍມູນເຊື້ອຮັກຊາດ, ນໍ້າໃຈເສຍສະຫຼະອັນສູງສົ່ງ ຄວາມສາມັກຄີປອງດອງກັບບັນດາປະເທດ ໂດຍສະເພາະເພື່ອນມິດຍຸດທະສາດ, ຍົກສູງສະຕິລະວັງຕົວ ຕໍ່ກົນອຸບາຍມ້າງເພທຳລາຍຂອງອິດທິກຳລັງປໍລະປັກ ແລະ ພວກບໍ່ຫວັງດີ; ທັງເປັນການປຸກລະດົມໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດຮໍ່າຮຽນເອົາຄຸນງາມ ຄວາມດີ ຄຸນສົມບັດສິນທຳປະຕິວັດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວ, ເຂົ້າໃນການຝຶກຝົນຫຼໍ່ຫຼອມຕົນເອງ ແລະ ຈັດຕັ້ງຜັນຂະຫຍາຍ ເຂົ້າໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ສຳເລັດຜົນເປັນກ້າວໆ.
ຂ່າວ-ພາບ: ສັນຕິສຸກ


ຄໍາເຫັນ