ເປີດການທ່ອງທ່ຽວດ້ວຍລົດຖີບ ລະຫວ່າງ ຫວຽດນາມ - ຈີນ

ເປີດການທ່ອງທ່ຽວດ້ວຍລົດຖີບ ລະຫວ່າງ ຫວຽດນາມ - ຈີນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ລາຍການທ່ອງທ່ຽວດ້ວຍລົດຖີບ “ການເດີນທາງລະຫວ່າງ2 ປະເທດ” ໄດ້ຈັດຂຶ້ນຢູ່ດ່ານຊາຍແດນສາກົນ ແທງຖຸຍ (ຮ່າຢາງ, ຫວຽດນາມ) - ທຽນເປົາ (ເຊົາເວິນເຊິນ, ຈີນ). ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ທ່ອງທ່ຽວລະຫວ່າງແຂວງຮ່າຢາງ (ຫວຽດນາມ) ແລະ ແຂວງ ຢຸນໜານ (ຈີນ).
ຂ່າວລະບຸວ່າ: ລາຍການທ່ອງທ່ຽວເລີ່ມຈາກດ່ານຊາຍແດນສາກົນທຽນເປົາ (ຈີນ) ໄປດ່ານຊາຍແດນສາກົນ ແທງຖຸຍ (ຫວຽດນາມ) ໄປເຖິງນະຄອນຮ່າຢາງ. ການເດີນທາງໄດ້ຜ່ານບັນດາສະຖານທີ່ ຄື: ບ້ານວັດທະນະທໍາທ່ອງທ່ຽວຮະແທ່ງ, ບ້ານທາ ຕາແສງເຟືອງໂດ້ນະຄອນຮ່າຢາງ, ຫຼັກ ກມ 0 ນະຄອນຮ່າຢາງ ແລະ ຈຸດສຸດທ້າຍແມ່ນຫຼັກ ກມທີ 11 ຕາແສງທ້ວນຮວ່າເມືອງວິຊວຽນ; ຮັບປະທານອາຫານ ແລະ ຊອກຮູ້ຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນບັນດາເຜົ່າແຂວງຮ່າຢາງ.
ໂດຍມີການເຂົ້າຮ່ວມຂອງແຂກທ່ອງທ່ຽວທີ່ຂຶ້ນກັບສະໂມສອນຖີບລົດຖີບ ທຽນເປົາ (ແຂວງຢຸນໜານ, ຈີນ) ແລະ ບັນດາຜູ້ມັກຮັກໃນການທ່ອງທ່ຽວດ້ວຍລົດຖີບ.

ຄໍາເຫັນ

ຂ່າວຕ່າງປະເທດ

ກອງປະຊຸມປະຈຳປີ 2026 ຂອງເວທີປຶກສາຫາລືຈົ່ງກ່ວນຊຸ່ນ

ກອງປະຊຸມປະຈຳປີ 2026 ຂອງເວທີປຶກສາຫາລືຈົ່ງກ່ວນຊຸ່ນ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 25 ມີ​ນາ​ ຜ່ານມາ, ກ​ອງ​ປະ​ຊຸມ​ປະ​ຈຳ​ປີ 2026 ຂອງ​ເວ​ທີ​ປຶກ​ສາ​ຫາ​ລືຈົ່ງ​ກວ່ນ​ຊຸ່ນ ໄດ້​ຈັດຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ. ໂດຍ​ມີ​ບຸກ​ຄົນ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ຜູ້​ຮັບຜິດ​ຊອບ​ຂອງວິ​ສາ​ຫະ​ກິດ ແລະ ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ​​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ພ້ອມ​ດ້ວຍ​ຜູ້​ຮັ​ບ​ຜິ​ດ​ຊອບ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ​ ອື່ນໆ ​ປະ​ມານ 1,000 ທ່ານ​ເຂົ້າ​ຮ່ວມ. ທ່ານ​ ຕິ່ງ​ເຊ່ວ​​ຂຽງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ດັ່ງ​ກ່າວ.
ກອງປະຊຸມສະໄໝສາມັນເທື່ອທີ 1 ສະພາແຫ່ງຊາດຫວຽດນາມ ຊຸດທີ 16 ຈະເປີດຂຶ້ນໃນເດືອນເມສາ

ກອງປະຊຸມສະໄໝສາມັນເທື່ອທີ 1 ສະພາແຫ່ງຊາດຫວຽດນາມ ຊຸດທີ 16 ຈະເປີດຂຶ້ນໃນເດືອນເມສາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 26 ມີນາ ຜ່ານມາ ຢູ່ຫໍສະພາແຫ່ງຊາດ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະປະຈຳສະພາແຫ່ງຊາດ ກ່ຽວກັບວຽກງານກະກຽມຈັດກອງປະຊຸມສະໄໝສາມັນເທື່ອທີ 1, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16. ຄາດວ່າ, ກອງປະຊຸມຈະດຳເນີນເປັນເວລາ 11 ມື້, ແບ່ງເປັນ 2 ຄັ້ງ, ຈະເປີດໃນວັນທີ 6 ເມສາ ແລະ ຄາດວ່າຈະປິດໃນວັນທີ 24 ເມສາ 2026.
ອົສຕຣາລີ ໃຊ້ຍຸງເປັນໂດຣນຂະໜາດນ້ອຍຕິດຕາມສັດໃກ້ສູນພັນ

ອົສຕຣາລີ ໃຊ້ຍຸງເປັນໂດຣນຂະໜາດນ້ອຍຕິດຕາມສັດໃກ້ສູນພັນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ມະຫາວິທະຍາໄລ Macquarie ຂອງອົສຕຣາລີໄດ້ເປີດເຜີຍວ່າ,ຍຸງສາມາດເຮັດໜ້າທີ່ເປັນນັກສຳຫຼວດສັດປ່າຂະໜາດນ້ອຍ ຊຶ່ງຊ່ວຍຕິດຕາມສັດປ່າທີ່ຫາຍາກ, ໃກ້ຈະສູນພັນ ແລະ ເປັນເຄື່ອງມືທີ່ມີປະສິດທິພາບ ທີ່ບໍ່ຮຸກຮານຄວາມເປັນຢູ່ຂອງສັດເພື່ອການອະນຸລັກ.
ເສດຖະກິດອາຊີ ຈະເຕີບໂຕ 4.5% ໃນປີ 2026

ເສດຖະກິດອາຊີ ຈະເຕີບໂຕ 4.5% ໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ມີນາ ຜ່ານມາວ່າ: ກອງປະຊຸມເວທີປຶກສາຫາລືອາຊີໂປອາວ (BFA) ໄດ້ເຜີຍແຜ່ບົດລາຍງານທ່າອ່ຽງເສດຖະກິດອາຊີ ແລະ ຄວາມຄືບໜ້າຂອງການເຊື່ອມໂຍງ ປະຈຳປີ 2026, ໂດຍລະບຸວ່າອາຊີຍັງຄົງເປັນຕົວຂັບເຄື່ອນການເຕີບໂຕຂອງໂລກ. ໂດຍບົດລາຍງານຄາດຄະເນວ່າເສດຖະກິດຂອງອາຊີຈະເຕີບໂຕ 4.5% ໃນປີ 2026 ແລະ ຄາດວ່າຈະສືບຕໍ່ກວມເອົາສ່ວນໃຫຍ່ຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງໂລກ, ເພີ່ມຂຶ້ນຈາກ 49.2% ໃນປີ 2025 ເປັນ 49.7% ໃນປີ 2026, ໂດຍອີງໃສ່ທິດສະດີຄວາມສະເໝີພາບຂອງອຳນາດການຊື້ (PPP).
ປະ​ທານ​ປະ​ເທດ​ຈີນ ​​ຊີ້​ນຳ​ການ​ສ້າງ​ສາພັດ​ທະ​ນາ​ເຂດ​ໃໝ່​ສົງ​ອ່ານ

ປະ​ທານ​ປະ​ເທດ​ຈີນ ​​ຊີ້​ນຳ​ການ​ສ້າງ​ສາພັດ​ທະ​ນາ​ເຂດ​ໃໝ່​ສົງ​ອ່ານ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 23 ມີ​ນາ​ ຜ່ານມາ, ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​​ລົງ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ເຂດ​ໃໝ່​ສົງ​ອ່ານ​ແຂວງ​ເຫີ​ເປີຍ​ຂອງ​ຈີນ. ໃນ​ໂອ​ກາດ​ນີ້, ທ່ານ ສີ​ຈິ້ນ​ຜິງ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ລົງ​ເລິກ​ຊຸກ​ຍູ້​ການ​ສ້າງ​ສາ​ພັດ​ທະ​ນາ​ເຂດ​ໃໝ່​ສົງ​ອ່ານ​​ທີ່​ມີຄຸນ​ນະ​ພາບ​ສູງ ໂດຍ​​ເນັ້ນ​ໜັກ​ວ່າ: ຕ້ອງ​ກຳ​ແໜ້ນຖາ​ນະ​ບົດ​ບາດ​ຂອງ​ເຂດ​ໃໝ່​ສົງ​ອ່ານ, ພະ​ຍາ​ຍາມ​ສ້າງ​ເຂດ​ທ່າ​ແຮງ​ແຫ່ງ​ການ​ປະ​ດິດ​ສ້າງ​ໃນ​ຍຸກ​ໃໝ່ ແລະ ແບບ​ຢ່າງ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​​​ທີ່​ມີ​ຄຸນ​ນະ​ພາບ​ສູງ.
EU ລົງ​ທຶນ 560 ລ້ານກວ່າເອີ​ໂຣ ​ໃນ​ຂົ​ງ​ເຂດ​ພະ​ລັງ​ງານ ແລະ ຄົມ​ມະ​ນາ​ຄົມ ຂອງຫວຽດ​ນາມ

EU ລົງ​ທຶນ 560 ລ້ານກວ່າເອີ​ໂຣ ​ໃນ​ຂົ​ງ​ເຂດ​ພະ​ລັງ​ງານ ແລະ ຄົມ​ມະ​ນາ​ຄົມ ຂອງຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນເວທີປາໄສດຳເນີນທຸລະກິດ ແລະ ການລົງທຶນ EU - ຫວຽດນາມ ທີ່ດຳເນີນໃນວັນທີ 24 ມີນາ ຜ່ານມາ
ໂລກປະເຊີນກັບມົນລະພິດທາງອາກາດຮ້າຍແຮງໃນປີ 2025

ໂລກປະເຊີນກັບມົນລະພິດທາງອາກາດຮ້າຍແຮງໃນປີ 2025

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ມີນາ ຜ່ານມາວ່າ: ຄຸນນະພາບອາກາດທົ່ວໂລກຊຸດໂຊມລົງໃນປີ 2025, ຫຼັງຈາກຂໍ້ມູນຈາກເກືອບ 9,500 ເມືອງພົບວ່າມີພຽງແຕ່ 14% ເທົ່ານັ້ນທີ່ຜ່ານມາດຕະຖານຝຸ່ນລະອອງຂະ ໜາດນ້ອຍ (PM2.5) ຂອງອົງການອະນາໄມໂລກ (WHO) ຊຶ່ງຫຼຸດລົງຈາກ 17% ໃນປີກ່ອນ. ໂດຍໄຟໄໝ້ປ່າ ແລະ ມົນລະພິດຈາກອຸດສາຫະກຳ, ພາຫະນະ ແລະ ກະສິກຳ ແມ່ນປັດໄຈຫຼັກທີ່ປະກອບສ່ວນເຮັດໃຫ້ສະພາບອາກາດການຊຸດໂຊມລົງ.
ຣັດເຊຍ ຍິງດາວທຽມ 16 ດວງຂຶ້ນສູ່ວົງໂຄຈອນ

ຣັດເຊຍ ຍິງດາວທຽມ 16 ດວງຂຶ້ນສູ່ວົງໂຄຈອນ

ຂ່າວຕ່າງປະເທດລາຍງານວ່າ: ບໍລິສັດ Bureau 1440 ຊຶ່ງເປັນບໍລິສັດດ້ານອະວະກາດຂອງຣັດເຊຍ ໄດ້ປະກາດໃນວັນທີ 24 ມີນາ ຜ່ານມາວ່າ: ຣັດເຊຍປະສົບຄວາມສຳເລັດໃນການຍິງດາວທຽມຈຳນວນ 16 ດວງຂຶ້ນສູ່ວົງໂຄຈອນລະດັບຕ່ຳ (LEO) ເພື່ອຮອງຮັບເຄືອຂ່າຍດາວທຽມສື່ສານຂອງປະເທດ.
ຟີ​ລິບ​ປິນ​ ປະ​ກາດ​ເຂົ້າ​ສູ່ພາ​ວະ​ສຸ​ກ​ເສີນ​ດ້ານ​ພະ​ລັງ​ງານລະ​ດັບ​ຊາດ

ຟີ​ລິບ​ປິນ​ ປະ​ກາດ​ເຂົ້າ​ສູ່ພາ​ວະ​ສຸ​ກ​ເສີນ​ດ້ານ​ພະ​ລັງ​ງານລະ​ດັບ​ຊາດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 24 ມີ​ນາ ຜ່ານມາ, ທ່ານ ເຟີດີ​ນານ​ ໂຣມູນ​ເດັດ​ສ ມາຣ​ກອສ ປ​ະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ປະ​ກາດເຂົ້​າ​ສູ່​ພາ​ລະ​ສຸກ​ເສີນ​ດ້ານ​ພະ​ລັງ​ງານ​ລະ​ດັບ​ຊາດ ເພື່ອ​ຮັບ​ມື​ກັບ​ບັນ​ຫາ​ພະ​ລັງ​ງານ​ທີ່​ເກີດ​ຂຶ້ນ​ຍ້ອນ​ການ​ປະ​ທະ​ກັນ​ຢູ່​​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ.
ໂລກ​ພ​ວມ​ຢູ່​ໃນ​ໄລ​ຍະ​ເວ​ລາ​ທີ່​ຮຸນ​ແຮງຫຼາ​ຍ​ທີ່​ສຸດ​ນັບ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ 2

ໂລກ​ພ​ວມ​ຢູ່​ໃນ​ໄລ​ຍະ​ເວ​ລາ​ທີ່​ຮຸນ​ແຮງຫຼາ​ຍ​ທີ່​ສຸດ​ນັບ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ 2

ຂ່າວສານຊີອາໄອລາຍງານໃນວັນທີ 25 ມີນາ ຜ່ານມາວ່າ: ທ່ານ ຈອດ ໂມ​ເຣ​ຣາ ດາ ຊີນ​ວາ ຜູ້​ອຳ​ນວຍ​ການ​ສຳ​ນັກ​ງານ​ບໍ​ລິ​ການໂຄງ​ການ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ: ການ​ປະ​ທະ​ກັນ​ລະ​ຫວ່າງ​ອາ​ເມ​ຣິ​ກາ ແລະ​ ອິ​ສ​ຣາ​ແອນ ກັບ​ອີ​ຣານ ໄດ້​ດຳ​ເນີນ​ເປັນ​ເວ​ລາ​ເກືອບ 1 ເດືອນ​ແລ້ວ, ສະ​ຖາ​ນະ​ການ​ຢູ່​​ພາກ​ພື້ນຕາ​ເວັນ​ອອກ​ກາງ​ໄດ້​​ເພີ່ມ​ທະ​ວີ​ຄວາມຮຸນ​ແຮງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ຜົນ​ກະ​ທົບ​ອັນ​ໜັກ​ໜ່ວງ​ໄດ້​ຂ້າມ​ຜ່ານ​​​​ຊາຍ​ແດນຂອງ​ປະ​ເທດ​ທີ່​ປະ​ທະ​ກັນ, ເຮັດ​ໃຫ້​ລາ​ຄາ​ຂອງ​ນ້ຳ​ມັນ​ເຊື້ອ​ໄຟ, ວັດ​ຖຸ​ເຊື້ອ​ໄຟ ແລະ​ ອາຍ​ແກ໊ສ​ທຳ​ມະ​ຊາດ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ ແລະ​ ກະ​ທົບ​ຕໍ່ເສດ​ຖະ​ກິດ​ໂລກ​.
ເພີ່ມເຕີມ