ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ພະຈິກນີ້ວ່າ: ທະນາຄານກາງ ສ ເກົາຫຼີ (BOK) ໄດ້ປັບເພີ່ມການຄາດຄະເນການເຕີບໂຕທາງເສດຖະກິດໃນປີ 2026 ເປັນ 3.9% ຈາກເດີມ 3.3%, ໂດຍໄດ້ຮັບແຮງຂັບເຄື່ອນຈາກການສົ່ງອອກຊິບເຊມິຄອນດັກເຕີດ້ານປັນຍາປະດິດ (AI) ທີ່ເຂັ້ມແຂງ ຊຶ່ງຊ່ວຍຊຸກຍູ້ໃຫ້ເສດຖະກິດເຕີບໂຕໄດ້ດີກວ່າທີ່ຄາດຄະເນໄວ້ກ່ອນໜ້ານີ້.
BOK ລະບຸໃນວັນ 26 ພະຈິກນີ້ວ່າ: ໄດ້ປັບເພີ່ມການຄາດຄະເນເສດຖະກິດປີ 2026 ອີກ 0.6 ຈຸດເປີເຊັນ ຈາກການຄາດຄະເນໄວ້ໃນເດືອນສິງຫາ ແລະ ເປັນການປັບເພີ່ມການຄາດຄະເນເປັນຄັ້ງທີ 3 ໃນປີນີ້. ຫຼັງຈາກການຄາດຄະເນການເຕີບໂຕໄວ້ທີ່ 2% ໃນເດືອນກຸມພາ ກ່ອນຈະປັບເພີ່ມຂຶ້ນເປັນ 2.6% ໃນເດືອນພຶດສະພາ ແລະ 3.3% ໃນເດືອນສິງຫາ.
ປັດໄຈຫຼັກແມ່ນເກີດຈາກການເຕີບໂຕທາງເສດຖະກິດຂອງ ສ ເກົາຫຼີ ທີ່ດີກວ່າທີ່ຄາດໄວ້ຢ່າງຕໍ່ເນື່ອງ. ໂດຍລວມຍອດຜະລິດຕະພັນພາຍໃນ (GDP) ໃນໄຕມາດທີ 1 ເຕີບໂຕ 1.8% ເມື່ອທຽບກັບໄຕມາດກ່ອນໜ້ານີ້ ຊຶ່ງເປັນອັດຕາທີ່ສູງສຸດນັບຕັ້ງແຕ່ໄຕມາດທີ 3 ຂອງປີ 2020 ຊຶ່ງຂະຫຍາຍຕົວ 2.2%.
ໃນໄຕມາດທີ 2, ເສດຖະກິດຂະຫຍາຍຕົວ 0.6%, ສູງກວ່າການຄາດຄະເນຂອງ BOK ໄວ້ທີ່ 0.2%, ໃນຂະນະທີ່ໃນໄຕມາດທີ 3 ເຕີບໂຕ 1%, ຫຼາຍກວ່າການຄາດຄະເນກ່ອນໜ້ານີ້ຂອງ BOK ທີ່ 0.3%.
ນອກຈາກທະນາຄານກາງ ສ ເກົາຫຼີ ແລ້ວ, ສະຖາບັນການເງິນສາກົນ ແລະ ບໍລິສັດຈັດອັນດັບຄວາມໜ້າເຊື່ອຖືຍັງໄດ້ປັບເພີ່ມການຄາດຄະເນທາງເສດຖະກິດຂອງ ສ ເກົາຫຼີ ເຊັ່ນດຽວກັນ. ໂດຍກອງທຶນການເງິນສາກົນ (IMF) ຄາດຄະເນວ່າເສດຖະກິດຂອງ ສ ເກົາຫຼີ ຈະເຕີບໂຕ 3.9% ໃນປີ 2026, ໃນຂະນະທີ່ ບໍລິສັດ Moody's ຄາດຄະເນວ່າ 3.7% ໃນບົດລາຍງານຫຼ້າສຸດ.
ທັງນີ້, ສຳລັບປີ 2027, BOK ຄາດຄະເນວ່າເສດຖະກິດຈະເຕີບໂຕ 4.1% ຊຶ່ງເພີ່ມຂຶ້ນຢ່າງຫຼວງຫຼາຍຈາກການຄາດຄະເນກ່ອນໜ້ານີ້ທີ່ 2.9%.
ຄໍາເຫັນ