ສານອວຍພອນວັນຊາດຝຣັ່ງ

ສານອວຍພອນວັນຊາດຝຣັ່ງ

ວັນທີ 14 ກໍລະກົດນີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານອວຍພອນ ເຖິງ ພະນະທ່ານ ເອັມມານຸຍແອນ ມາຄຣົງ ປະທານາທິບໍດີ ແຫ່ງ ສາທາລະນະລັດຝຣັ່ງທີ່ປາຣີ ຊຶ່ງມີເນື້ອໃນວ່າ: ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນຝຣັ່ງ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ຝຣັ່ງ ຄົບຮອບ 237 ປີ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດຝຣັ່ັງ ຈະສືບຕໍ່ໄດ້ຮັບການຮັດແໜ້ນ, ເສີມຂະຫຍາຍໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງພະນະທ່ານ ແລະ ປະຊາຊົນຝຣັ່ງ ເພື່ອນມິດ ສືບຕໍ່ມີຄວາມສົມບູນພູນສຸກ ແລະ ຄວາມຈະເລີນຮຸ່ງເຮືອງຕະຫຼອດໄປ,
ໃນໂອກາດດຽວກັນ, ພະນະທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ສົ່ງສານອວຍພອນເຖິງຄູ່ຮ່ວມຕຳແໜ່ງ ແຫ່ງ ສາທາລະນະຝຣັ່ງ ເຊັ່ນດຽວກັນ.

ຄໍາເຫັນ

ແຈ້ງການ

ສານອວຍພອນ

ສານອວຍພອນ

ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ສົ່ງສານອວຍພອນເຖິງ ຄະນະກໍາມະການສູນກາງພັກກອມມູນິດຈີນ ທີ່ ນະຄອນຫຼວງປັກກິ່ງ ຊຶ່ງມີເນື້ອໃນວ່າ:
ແຈ້ງການ ຂອງກະຊວງການຕ່າງປະເທດ

ແຈ້ງການ ຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ມິນອອງລາຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງມາຢ້ຽມຢາມລັດຖະກິດຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
ສານເສົ້າສະຫຼົດໃຈ

ສານເສົ້າສະຫຼົດໃຈ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງ ພະນະທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ທີ່ ດີລີ ຊຶ່ງມີເນື້ອໃນວ່າ: ຂ້າພະ​ເຈົ້າ​ ຮູ້ສຶກເສົ້າໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວການເສຍຊີວິດຂອງ ​ພະນະທ່ານ ຟຣານຊິດໂກ ກູເຕີແຣັດ ລູ ອໍໂລ ອະດີດປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ໃນ​ວັນ​ທີ 21 ມິຖຸນາ ​ຜ່ານ​ມາ.
ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ  ຕໍ່ການບັນລຸບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສາທາລະນະລັດ ອິດສະລາມ ອີຣານແລະ ສະຫະລັດ ອາເມຣິກາ

ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ການບັນລຸບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສາທາລະນະລັດ ອິດສະລາມ ອີຣານແລະ ສະຫະລັດ ອາເມຣິກາ

ສປປ ລາວ ສະແດງຄວາມຍິນດີ ຕໍ່ການບັນລຸການຕົກລົງ ກ່ຽວກັບ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສາທາລະນະລັດ ອິດສະລາມ ອີຣານ ແລະ ສະຫະລັດ ອາເມຣິກາ ເພື່ອຢຸດຕິຂໍ້ຂັດແຍ່ງ ຢູ່ ຕາເວັນອອກກາງໃນວັນທີ 15 ມິຖຸນາ 2026 ຜ່ານມາ.
ສານສະແດງຄວາມເສົ້າສະຫຼົດໃຈ

ສານສະແດງຄວາມເສົ້າສະຫຼົດໃຈ

ວັນທີ 12 ມິຖຸນາຜ່ານມານີ້, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະ ມົນຕີ ແຫ່ງຣາຊະອານາຈັກໄທ ທີ່ ບາງກອກ ຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າ ຮູ້ສຶກເສົ້າສະຫຼົດໃຈຢ່າງສຸດຊຶ້ງ ທີ່ໄດ້ຊາບຂ່າວກ່ຽວກັບການສິ້ນພະຊົນ ຂອງ ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ ນະເຣນທິ ຣາເທບພະຍະວະດີ ກົມມະຫຼວງຣາຊະສາຣິນີສິຣິພັດ ມະຫາວັດຊະຣະຣາຊະທິດາ ແຫ່ງ ຣາຊະອານາຈັກໄທໃນວັນທີ 11 ມິຖຸນາ 2026.
ສານຊົມເຊີຍໃນໂອກາດ 70 ປີ ສາຍພົວພັນການທູດ ລາວ-ກຳປູເຈຍ

ສານຊົມເຊີຍໃນໂອກາດ 70 ປີ ສາຍພົວພັນການທູດ ລາວ-ກຳປູເຈຍ

ເນື່ອງໃນໂອກາດ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ຄົບຮອບ 70 ປີ (15 /6/1956-15/6/2026) ສົມເດັດ ໂນໂຣດົມສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ສົ່ງສານຊົມເຊີຍ ເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ພະນະທ່ານປະທານປະເທດ; ເນື່ອງໃນໂອກາດອັນສະຫງ່າລາສີ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ຣາຊະອານາຈັກກຳປູເຈຍ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ), ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນແຫ່ງ ສປປ ລາວ ທຸກຖ້ວນໜ້າ.
ສານເສົ້າສະຫຼົດໃຈຈາກພະນະທ່ານປະທານປະເທດ ແຫ່ງ ສປປ ລາວ

ສານເສົ້າສະຫຼົດໃຈຈາກພະນະທ່ານປະທານປະເທດ ແຫ່ງ ສປປ ລາວ

ວັນທີ 12 ມິຖຸນາ ນີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມ ເສົ້າສະຫຼົດໃຈ ເຖິງ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ທີ່ ບາງກອກ ຊຶ່ງມີເນື້ອໃນວ່າ: ພະບາດສົມເດັດ, ຂ້າພະເຈົ້າ ຮູ້ສຶກສະເທືອນໃຈຢ່າງເລິກເຊິ່ງ ແລະ ມີຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ເມື່ອໄດ້ຮັບຊາບຂ່າວອັນໂສກເສົ້າ ກ່ຽວກັບການສິ້ນພະຊົນ ຂອງ ສົມເດັດພະເຈົ້າລູກເທີ ເຈົ້າ ຟ້າພັດຊະຣະກິຕິຍາພາ ນະເຣນທິຣາເທບພະຍະວະດີ ກົມມະຫຼວງຣາຊະສາຣິນີສິຣິພັດ ມະຫາວັດຊະຣະຣາຊະທິດາ ໃນວັນທີ 11 ມິຖຸນາ 2026 ທີ່ຜ່ານມາ.
ແຈ້ງການ ຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ແຈ້ງການ ຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ມີຄາອິນ ມີຊູສະຕິນ ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ຣັດເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະນໍາພາຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງຢ້ຽມຢາມ ສະຫະພັນຣັດເຊຍ ໃນວັນທີ 14-17 ມິຖຸນາ 2026
ຈົດໝາຍຂອບໃຈຂອງນາຍົກລັດຖະມົນຕີ

ຈົດໝາຍຂອບໃຈຂອງນາຍົກລັດຖະມົນຕີ

ວັນທີ 7 ມິຖຸນາ ຜ່ານມານີ້, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງຈົດໝາຍສະແດງຄວາມຂອບໃຈ ເຖິງ ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ທີ່ ບາງກອກ ຊຶ່ງມີເນື້ອໃນວ່າ: ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ພະນະທ່ານ ຕິນ ມອງ ສະເວ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ, ພະນະທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງຢ້ຽມຢາມ ສາທາລະນະລັດ ສະຫະພາບ ມຽນມາ ຢ່າງເປັນທາງການ,
ເພີ່ມເຕີມ