ສະຫາຍທີ່ຮັກແພງ; ຂ້າພະເຈົ້າ ຮູ້ສຶກເສົ້າສະຫຼົດໃຈ ແລະ ສະເທືອນໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວວ່າ ໃນຕອນເຊົ້າຂອງວັນທີ 26 ສິງຫາ ຜ່ານມາ ໄດ້ເກີດເຫດໄພພິບັດຮ້າຍແຮງ, ນໍ້າໄຫຼຊຸ ຢູ່ເຂດຈີລົງ ເມືອງຊືກາເຊ ເຂດປົກຄອງຕົນເອງຊີຈ້າງ ຂອງ ສປ ຈີນ ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງ ຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນໃນເຂດດັ່ງກ່າວ.
ໃນນາມ ຄະນະບໍລິຫານງານສູນກາງພັກ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງ ຕໍ່ຜູ້ໄດ້ຮັບເຄາະ ຮ້າຍ ກໍຄື ຜົນກະທົບທີ່ເກີດຂືຶ້ນກັບປະຊາຊົນຈີນອ້າຍນ້ອງ ແລະ ຂໍແບ່ງປັນຄວາມໂສກເສົ້າເສຍໃຈ ມາຍັງ ສະຫາຍ, ຄະນະກໍາມະການສູນກາງພັກກອມມູນິດຈີນ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ໂດຍສະເພາະ ຕໍ່ຄອບຄົວ ແລະ ຍາດຕິພີ່ນ້ອງ ຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກໄພພິບັດໃນຄັ້ງນີ້ດ້ວຍ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ, ພາຍໃຕ້ການນໍາພາຊີ້ນໍາ ຂອງ ສະຫາຍ, ລັດຖະບານຈີນ ກໍຄື ອໍານາດການປົກຄອງທ້ອງຖິ່ນ, ປະຊາຊົນທີ່ໄດ້ຮັບຜົນກະທົບ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກຄັ້ງນີ້ໄດ້ ແລະ ຟື້ນຟູຊີວິດການເປັນຢູ່ ຂອງ ປະຊາຊົນໃນເຂດດັ່ງກ່າວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ; ດ້ວຍຄວາມນັບຖືຢ່າງສູງ.
ຄໍາເຫັນ