ວັນທີ 27 ສິງຫານີ້, ພະນະທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ສົ່ງສານສະແດງຄວາມເຫັນໃຈເຖິງພະນະທ່ານ ຊີຊີ ຄານານລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ເນປານທີ່ ກັດມານດູຊຶ່ງມີເນື້ອໃນວ່າ: ພະນະທ່ານ; ຂ້າພະເຈົ້າຮູ້ສຶກໂສກເສົ້າເປັນຢ່າງຍິ່ງທີ່ໄດ້ຮັບຊາບ ກ່ຽວກັບຄວາມເສຍຫາຍ ທີ່ເກີດຂຶ້ນຈາກເຫດການໄພພິບັດທາງທຳມະຊາດ ຢູ່ ເມືອງຣາຊູວາ ແລະ ເມືອງນູວາກົດ, ສາທາລະນະລັດ ປະຊາທິປະໄຕ ສະຫະພັນ ເນປານ ໃນວັນທີ 26 ສິງຫາ 2026 ທີ່ຜ່ານມາ, ຊຶ່ງໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນເນປານ ເປັນຈໍານວນຫຼວງຫຼາຍ ທີ່ດໍາລົງຊີວິດຢູ່ໃນຂົງເຂດດັ່ງກ່າວ.
ຕາງໜ້າລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈເປັນຢ່າງຍິ່ງ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ສະຫະພັນ ເນປານ, ໂດຍສະເພາະຄອບຄົວຜູ້ເຄາະຮ້າຍ ແລະ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນຄັ້ງນີ້.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາແລະ ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງ ລັດຖະບານ, ປະຊາຊົນ ເນປານ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຟື້ນຟູເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.
ຄໍາເຫັນ