ສານຊົມເຊີຍ

ສານຊົມເຊີຍ

ພະ​ນະ​ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງ ພະ​ນະ​ທ່ານ ຕິນ ມອງສະເວ ລັດ​ຖະ​ມົນ​ຕີ​ກະ​ຊວງການ ຕ່າງປະເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບມຽນ​ມາ ທີ່ນະ​ຄອນ​ຫຼວງ​ເນ​ປິ​ດໍ ຊຶ່ງມີເນື້ອໃນວ່າ:

 

ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານເນື່ອງໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດແຫ່ງສາທາລະນະລັດ ສະຫະພາບ ມຽນມາ.

ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນໃກ້ຊິດຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດກໍຄືລະຫວ່າງສອງກະ ຊວງການຕ່າງປະເທດລາວ ແລະ ມຽນມາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນໃນອະນາຄົດ. ຂ້າພະເຈົ້າຫວັງວ່າຈະໄດ້ເຮັດວຽກຢ່າງໃກ້ຊິດຮ່ວມກັບພະນະທ່ານໃນການສົ່ງເສີມການພົວພັນສອງຝ່າຍທີ່ດີງາມ ຂອງພວກເຮົາໃນປັດຈຸບັນກໍຄືການຮ່ວມມືໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນຂອບອາຊຽນ, CLMV, ACMECS ແລະ ອື່ນໆ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດກໍຄືຄອບຄົວອາຊຽນ.

ຂ້າພະເຈົ້າຂໍຖືໂອກາດນີ້ອວຍພອນໄຊໃຫ້ພະນະທ່ານມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ; ດ້ວຍຄວາມນັບຖືຢ່າງສູງ.

ຄໍາເຫັນ

ແຈ້ງການ

ການນໍາຂັ້ນສູງ ສປປ ລາວ ສົ່ງສານອວຍພອນເຖິງຄູ່ຮ່ວມຕໍາແໜ່ງຝ່າຍ ສປ ຈີນ

ການນໍາຂັ້ນສູງ ສປປ ລາວ ສົ່ງສານອວຍພອນເຖິງຄູ່ຮ່ວມຕໍາແໜ່ງຝ່າຍ ສປ ຈີນ

ເນື່ອງໃນໂອກາດ ວັນສ້າງຕັ້ງສາຍພົວພັນການທູດ ລາວ - ຈີນ ຄົບຮອບ 65 ປີ; ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ສີ ຈິິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ທີີ່ ນະຄອນຫຼວງປັກກິ່ງ ຊຶ່ງມີເນື້ອໃນວ່າ:
ສະຫາຍ ໂຕ ເລິມສົ່ງຈົດໝາຍອວຍພອນປີໃໝ່ລາວ

ສະຫາຍ ໂຕ ເລິມສົ່ງຈົດໝາຍອວຍພອນປີໃໝ່ລາວ

ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນປີໃໝ່ລາວ ພ.ສ 2569 ເຖິງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍເນື້ອໃນຂອງຈົດໝາຍອວຍພອນ ມີດັ່ງນີ້:
ສານຊົມເຊີຍຮອງປະທານປະເທດຫວຽດນາມ

ສານຊົມເຊີຍຮອງປະທານປະເທດຫວຽດນາມ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ນາງ ຫວໍ ທິ ແອັງ ຊວນ ເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ຊຶ່ງມີເນື້ອໃນວ່າ: ສະຫາຍ ຫວໍ ທິ ແອັງ ຊວນ ທີ່ນັບຖື ແລະ ຮັກແພງ; ຂ້າພະ ເຈົ້າມີຄວາມຮູ້ສຶກປິຕິຍິນດີເປັນຢ່າງຍິ່ງເມື່ອຊາບຂ່າວວ່າ ໃນກອງປະຊຸມຄັ້ງປະຖົມມະລືກຂອງ ສະພາ ແຫ່ງຊາດ ແຫ່ງ ສສ ຫວຽດນາມ ຊຸດທີ XVI, ສະຫາຍໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງ ໃຫ້ສືບຕໍ່ດໍາ ລົງຕໍາແໜ່ງ ເປັນຮອງປະທານປະເທດ ແຫ່ງ ສສ ຫວຽດນາມ.
ສານຊົມເຊີຍ ຈາກສະຫາຍ ກິມ ເຈິງອຸນ

ສານຊົມເຊີຍ ຈາກສະຫາຍ ກິມ ເຈິງອຸນ

ສະຫາຍ ກິມ ເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານຄະນະກຳມະການກິດຈະການແຫ່ງລັດແຫ່ງ ສາທາລະນະລັດປະຊາຊົນ ປະຊາທິປະໄຕ ເກົາຫຼີ ໄດ້ສົ່ງສານຊົມເຊີຍເຖິງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ
ສານຊົມເຊີຍຈາກຜູ້ນຳ ເບລາຣຸດຊີ

ສານຊົມເຊີຍຈາກຜູ້ນຳ ເບລາຣຸດຊີ

ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ ປະທານາທິບໍດີແຫ່ງ ສາທາລະນະລັດ ເບລາຣຸດຊີ ໄດ້ສົ່ງສານ ຊົມເຊີຍເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ:
ສານຊົມເຊີຍ ສະຫາຍ ເຈິນແທັງເໝີີ້ນ

ສານຊົມເຊີຍ ສະຫາຍ ເຈິນແທັງເໝີີ້ນ

ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ເຈິນແທັງເໝີີ້ນ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຊຶ່ງມີເນື້ອໃນວ່າ:
ສານຊົມເຊີຍ ສະຫາຍ ໂຕເລິມ

ສານຊົມເຊີຍ ສະຫາຍ ໂຕເລິມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍ ເຖິງ ສະຫາຍ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຊຶ່ງມີເນື້ອໃນວ່າ: ສະຫາຍ ໂຕເລິມ ທີ່ນັບຖື ແລະ ຮັກແພງ,
ສານຊົມເຊີຍ

ສານຊົມເຊີຍ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ທີ່ ພຽງຢາງ ຊຶ່ງມີເນື້ອໃນວ່າ:
ແຈ້ງການຂອງ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ

ແຈ້ງການຂອງ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ,
ຜູ້ນຳພັກ-ລັດ ສສ ຫວຽດນາມ ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕຳແໜ່ງຂອງ ສປປ ລາວ

ຜູ້ນຳພັກ-ລັດ ສສ ຫວຽດນາມ ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕຳແໜ່ງຂອງ ສປປ ລາວ

ໃນວັນທີ 23 ມີນາ ນີ້ ບັນດາສະຫາຍ ການນຳພັກ-ລັດ ແຫ່ງ ສສ ຫວຽດນາມ ໄດ້ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕຳ ແໜ່ງ ການນຳພັກ-ລັດ ຂອງ ສປປ ລາວ ຕາມລຳດັບດັ່ງນີ້:
ເພີ່ມເຕີມ