ຂ້າພະເຈົ້າຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງໃນຫຼາຍໆຂະແໜງການນັບຕັ້ງແຕ່ສອງ ປະເທດພວກເຮົາໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນປີ 1995 ເປັນຕົ້ນມາ. ພິເສດ ໃນປີ 2025 ທີ່ຜ່ານມາ, ສອງປະເທດພວກເຮົາ ໄດ້ຍົກລະດັບການພົວພັນຮ່ວມມື ຂຶ້ນເປັນຄູ່ຮ່ວມມືຮອບ ດ້ານໃນໂອກາດຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງສອງປະເທດ. ຂ້າພະເຈົ້າມີຄວາມຍິນດີທີ່ຈະເຮັດວຽກຮ່ວມກັບພະນະທ່ານຢ່າງໃກ້ຊິດ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມດັ່ງກ່າວລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ໃຫ້ຂະ ຫຍາຍຕົວຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາກໍຄື ເພື່ອ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າຂໍຖືໂອກາດນີ້ອວຍພອນມາຍັງ ພະນະທ່ານຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງ ຂອງພະນະທ່ານ.
ຄໍາເຫັນ