ສານຊົມເຊີຍ ສະຫາຍ ໂຕເລິມ

ສານຊົມເຊີຍ ສະຫາຍ ໂຕເລິມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍ ເຖິງ ສະຫາຍ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຊຶ່ງມີເນື້ອໃນວ່າ: ສະຫາຍ ໂຕເລິມ ທີ່ນັບຖື ແລະ ຮັກແພງ,

 

ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈມາຍັງ ສະຫາຍ ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບເລືອກຕັ້ງ ໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນກອງປະຊຸມຄັ້ງປະຖົມມະລືກ ຂອງ ສະພາແຫ່ງຊາດຫວຽດນາມ ຊຸດທີ XVI.

ການທີ່ ສະຫາຍ ໄດ້ຮັບມອບໝາຍໜ້າທີ່ສຳຄັນໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນສູງ ຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ຄວາມປີຊາສາມາດໃນການຊີ້ນຳ-ນຳພາ ຂອງສະຫາຍ ແລະ ເປັນການຕີລາຄາສູງ ຕໍ່ຜົນງານອັນໃຫຍ່ຫຼວງ ແລະ ການປະກອບສ່ວນ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ຂອງ ສະຫາຍ ຕະຫຼອດໄລຍະຜ່ານມາ. ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ ແລະ ປະສົບການອັນອຸດົມສົມບູນຂອງສະຫາຍ, ສະຫາຍ ຈະຮ່ວມກັບບັນດາການນຳ ຂອງພັກ-ລັດ ຫວຽດນາມ ສືບຕໍ່ນຳພາປະເທດຊາດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ເພື່ອບັນລຸເປົ້າໝາຍປະຊາຊົນມີຄວາມຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

ຂ້າພະເຈົ້າ ມີຄວາມຍິນດີ ສືບຕໍ່ເຮັດວຽກຢ່າງໃກ້ຊິດກັບສະຫາຍ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນແລະ ໃນໂລກ.

ຂໍອວຍພອນໄຊອັນປະເສີດ ມາຍັງສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງ ໃນໜ້າທີ່ອັນມີກຽດສູງສົ່ງ ຂອງ ສະຫາຍ.

ດ້ວຍຄວາມນັບຖື ຖານສະຫາຍອ້າຍນ້ອງ.


ຄໍາເຫັນ

ແຈ້ງການ

ສະຫາຍ ໂຕ ເລິມສົ່ງຈົດໝາຍອວຍພອນປີໃໝ່ລາວ

ສະຫາຍ ໂຕ ເລິມສົ່ງຈົດໝາຍອວຍພອນປີໃໝ່ລາວ

ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນປີໃໝ່ລາວ ພ.ສ 2569 ເຖິງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍເນື້ອໃນຂອງຈົດໝາຍອວຍພອນ ມີດັ່ງນີ້:
ສານຊົມເຊີຍຮອງປະທານປະເທດຫວຽດນາມ

ສານຊົມເຊີຍຮອງປະທານປະເທດຫວຽດນາມ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ນາງ ຫວໍ ທິ ແອັງ ຊວນ ເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ຊຶ່ງມີເນື້ອໃນວ່າ: ສະຫາຍ ຫວໍ ທິ ແອັງ ຊວນ ທີ່ນັບຖື ແລະ ຮັກແພງ; ຂ້າພະ ເຈົ້າມີຄວາມຮູ້ສຶກປິຕິຍິນດີເປັນຢ່າງຍິ່ງເມື່ອຊາບຂ່າວວ່າ ໃນກອງປະຊຸມຄັ້ງປະຖົມມະລືກຂອງ ສະພາ ແຫ່ງຊາດ ແຫ່ງ ສສ ຫວຽດນາມ ຊຸດທີ XVI, ສະຫາຍໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງ ໃຫ້ສືບຕໍ່ດໍາ ລົງຕໍາແໜ່ງ ເປັນຮອງປະທານປະເທດ ແຫ່ງ ສສ ຫວຽດນາມ.
ສານຊົມເຊີຍ ຈາກສະຫາຍ ກິມ ເຈິງອຸນ

ສານຊົມເຊີຍ ຈາກສະຫາຍ ກິມ ເຈິງອຸນ

ສະຫາຍ ກິມ ເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານຄະນະກຳມະການກິດຈະການແຫ່ງລັດແຫ່ງ ສາທາລະນະລັດປະຊາຊົນ ປະຊາທິປະໄຕ ເກົາຫຼີ ໄດ້ສົ່ງສານຊົມເຊີຍເຖິງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ
ສານຊົມເຊີຍຈາກຜູ້ນຳ ເບລາຣຸດຊີ

ສານຊົມເຊີຍຈາກຜູ້ນຳ ເບລາຣຸດຊີ

ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ ປະທານາທິບໍດີແຫ່ງ ສາທາລະນະລັດ ເບລາຣຸດຊີ ໄດ້ສົ່ງສານ ຊົມເຊີຍເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ:
ສານຊົມເຊີຍ ສະຫາຍ ເຈິນແທັງເໝີີ້ນ

ສານຊົມເຊີຍ ສະຫາຍ ເຈິນແທັງເໝີີ້ນ

ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ເຈິນແທັງເໝີີ້ນ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຊຶ່ງມີເນື້ອໃນວ່າ:
ສານຊົມເຊີຍ

ສານຊົມເຊີຍ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ທີ່ ພຽງຢາງ ຊຶ່ງມີເນື້ອໃນວ່າ:
ແຈ້ງການຂອງ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ

ແຈ້ງການຂອງ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ,
ຜູ້ນຳພັກ-ລັດ ສສ ຫວຽດນາມ ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕຳແໜ່ງຂອງ ສປປ ລາວ

ຜູ້ນຳພັກ-ລັດ ສສ ຫວຽດນາມ ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕຳແໜ່ງຂອງ ສປປ ລາວ

ໃນວັນທີ 23 ມີນາ ນີ້ ບັນດາສະຫາຍ ການນຳພັກ-ລັດ ແຫ່ງ ສສ ຫວຽດນາມ ໄດ້ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕຳ ແໜ່ງ ການນຳພັກ-ລັດ ຂອງ ສປປ ລາວ ຕາມລຳດັບດັ່ງນີ້:
ສະຫາຍ ເລຂາທິການໃຫຍ່ ແລະ ປະທານປະເທດ ແຫ່ງ ສສ ຫວຽດນາມ ສົ່ງສານຊົມເຊີຍ ເຖິງສະຫາຍ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ແລະ ປະທານປະເທດ ແຫ່ງ ສສ ຫວຽດນາມ ສົ່ງສານຊົມເຊີຍ ເຖິງສະຫາຍ ທອງລຸນ ສີສຸລິດ

ໃນວັນທີ 23 ມີນານີ້, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍມີເນື້ອໃນວ່າ: ​ ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ຊາບຂ່າວວ່າ: ສະຫາຍໄດ້ຮັບເລືອກຕັ້ງ ເປັນປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອີກສະໄໝໜຶ່ງ ໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X. ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ສະໜິດສະໜົມທີ່ສຸດມາຍັງ ສະຫາຍ.
ເພີ່ມເຕີມ