ສານຊົມເຊີຍຮອງປະທານປະເທດຫວຽດນາມ

ສານຊົມເຊີຍຮອງປະທານປະເທດຫວຽດນາມ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ນາງ ຫວໍ ທິ ແອັງ ຊວນ ເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ຊຶ່ງມີເນື້ອໃນວ່າ: ສະຫາຍ ຫວໍ ທິ ແອັງ ຊວນ ທີ່ນັບຖື ແລະ ຮັກແພງ; ຂ້າພະ ເຈົ້າມີຄວາມຮູ້ສຶກປິຕິຍິນດີເປັນຢ່າງຍິ່ງເມື່ອຊາບຂ່າວວ່າ ໃນກອງປະຊຸມຄັ້ງປະຖົມມະລືກຂອງ ສະພາ ແຫ່ງຊາດ ແຫ່ງ ສສ ຫວຽດນາມ ຊຸດທີ XVI, ສະຫາຍໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງ ໃຫ້ສືບຕໍ່ດໍາ ລົງຕໍາແໜ່ງ ເປັນຮອງປະທານປະເທດ ແຫ່ງ ສສ ຫວຽດນາມ.

 

ສິ່ງດັ່ງກ່າວ ສະແດງໃຫ້ເຫັນເຖິງ ຄວາມເຊື່ອໝັ້ນ ແລະ ຕີລາຄາສູງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ເຫັນໄດ້ຜົນສໍາເລັດ ແລະ ການທຸ້ມເທເສຍສະຫຼະຂອງສະຫາຍ ໃນໄລຍະຜ່ານມາ. ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ອົບອຸ່ນທີ່ສຸດມາຍັງສະຫາຍ ມານະໂອກາດນີ້.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ ແລະ ປະສົບການອັນກວ້າງ ຂວາງຂອງສະຫາຍ, ສະຫາຍຈະສືບຕໍ່ປະກອບສ່ວນຢ່າງສໍາຄັນເຂົ້າໃນ ພາລະກິດການສ້າງປະເທດ ຫວຽດນາມ ໃຫ້ນັບມື້ນັບມີຄວາມເຂັ້ມແຂງ, ຮັ່ງມີ ແລະ ຈະເລີນຮຸ່ງເຮືອງ, ຍົກສູງຖານະບົດບາດ ຂອງ ສສ ຫວຽດນາມ ໃນເວທີພາກພື້ນ ແລະ ສາກົນ ໃຫ້ນັບມື້ນັບສູງສົ່ງຂຶ້ນໄປເລື້ອຍໆ.

ຂ້າພະເຈົ້າ ມີີຄວາມຍິນດີທີ່ຈະຮ່ວມເຮັດວຽກກັບສະຫາຍຢ່າງໃກ້ຊິດ ເພື່ອປະກອບສ່ວນເຂົ້າໃນ ການຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງສອງຊາດພວກເຮົາ ໃຫ້ນັບມື້ນັບຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ຂໍອວຍພອນໄຊອັນປະເສີດ ມາຍັງສະຫາຍ ຈົ່ງມີພະລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນພາລະກິດອັນມີກຽດ ແລະ ສູງສົ່ງຂອງສະຫາຍ.

ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນ ຕະຫຼອດກາລະນານ.

ດ້ວຍຄວາມນັບຖື ແລະ ຮັກແພງ.

ຄໍາເຫັນ

ແຈ້ງການ

ສານຊົມເຊີຍ ຈາກສະຫາຍ ກິມ ເຈິງອຸນ

ສານຊົມເຊີຍ ຈາກສະຫາຍ ກິມ ເຈິງອຸນ

ສະຫາຍ ກິມ ເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານຄະນະກຳມະການກິດຈະການແຫ່ງລັດແຫ່ງ ສາທາລະນະລັດປະຊາຊົນ ປະຊາທິປະໄຕ ເກົາຫຼີ ໄດ້ສົ່ງສານຊົມເຊີຍເຖິງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ
ສານຊົມເຊີຍຈາກຜູ້ນຳ ເບລາຣຸດຊີ

ສານຊົມເຊີຍຈາກຜູ້ນຳ ເບລາຣຸດຊີ

ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ ປະທານາທິບໍດີແຫ່ງ ສາທາລະນະລັດ ເບລາຣຸດຊີ ໄດ້ສົ່ງສານ ຊົມເຊີຍເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ:
ສານຊົມເຊີຍ ສະຫາຍ ເຈິນແທັງເໝີີ້ນ

ສານຊົມເຊີຍ ສະຫາຍ ເຈິນແທັງເໝີີ້ນ

ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ເຈິນແທັງເໝີີ້ນ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຊຶ່ງມີເນື້ອໃນວ່າ:
ສານຊົມເຊີຍ ສະຫາຍ ໂຕເລິມ

ສານຊົມເຊີຍ ສະຫາຍ ໂຕເລິມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍ ເຖິງ ສະຫາຍ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຊຶ່ງມີເນື້ອໃນວ່າ: ສະຫາຍ ໂຕເລິມ ທີ່ນັບຖື ແລະ ຮັກແພງ,
ສານຊົມເຊີຍ

ສານຊົມເຊີຍ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ທີ່ ພຽງຢາງ ຊຶ່ງມີເນື້ອໃນວ່າ:
ແຈ້ງການຂອງ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ

ແຈ້ງການຂອງ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ,
ຜູ້ນຳພັກ-ລັດ ສສ ຫວຽດນາມ ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕຳແໜ່ງຂອງ ສປປ ລາວ

ຜູ້ນຳພັກ-ລັດ ສສ ຫວຽດນາມ ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕຳແໜ່ງຂອງ ສປປ ລາວ

ໃນວັນທີ 23 ມີນາ ນີ້ ບັນດາສະຫາຍ ການນຳພັກ-ລັດ ແຫ່ງ ສສ ຫວຽດນາມ ໄດ້ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕຳ ແໜ່ງ ການນຳພັກ-ລັດ ຂອງ ສປປ ລາວ ຕາມລຳດັບດັ່ງນີ້:
ສະຫາຍ ເລຂາທິການໃຫຍ່ ແລະ ປະທານປະເທດ ແຫ່ງ ສສ ຫວຽດນາມ ສົ່ງສານຊົມເຊີຍ ເຖິງສະຫາຍ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ແລະ ປະທານປະເທດ ແຫ່ງ ສສ ຫວຽດນາມ ສົ່ງສານຊົມເຊີຍ ເຖິງສະຫາຍ ທອງລຸນ ສີສຸລິດ

ໃນວັນທີ 23 ມີນານີ້, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍມີເນື້ອໃນວ່າ: ​ ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ຊາບຂ່າວວ່າ: ສະຫາຍໄດ້ຮັບເລືອກຕັ້ງ ເປັນປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອີກສະໄໝໜຶ່ງ ໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X. ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ສະໜິດສະໜົມທີ່ສຸດມາຍັງ ສະຫາຍ.
ເພີ່ມເຕີມ