ສູນທອນພົດ ກ່າວປິດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ກ່າວໂດຍ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ນະຄອນຫຼວງວຽງຈັນ, ວັນທີ 8 ມັງກອນ 2026

ສູນທອນພົດ  ກ່າວປິດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ກ່າວໂດຍ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ  ນະຄອນຫຼວງວຽງຈັນ, ວັນທີ 8 ມັງກອນ 2026
- ຂໍນ້ອມ ນະມັດສະການ ພະເຖຣາ, ນຸເຖຣະ, ​- ຮຽນ ຄະນະປະທານ, - ບັນດາສະຫາຍຜູ້ແທນ ແລະ ແຂກ ທີ່ຮັກແພງ. ນັບແຕ່ວັນທີ 6 ມັງກອນ 2026 ເປັນຕົ້ນມາ, ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວ ມີຄວາມຍິນດີ ຊົມຊື່ນ ຫັນໜ້າເຂົ້າສູ່ກອງປະຊຸມໃຫຍ່ ແລະ ພ້ອມກັນຕິດຕາມ ຢ່າງຈົດຈໍ່ ຕໍ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນ ປະຕິວັດລາວ ຊຶ່ງແມ່ນເຫດການການເມືອງສໍາຄັນ ອີກບັ້ນໜຶ່ງ ບັນທຶກໄວ້ໃນໜ້າປະຫວັດສາດຂອງພັກເຮົາ ກໍຄື ຂອງຊາດເຮົາ. ດ້ວຍຄວາມຮັບຜິດຊອບການເມືອງອັນສູງສົ່ງ ຂອງສະຫາຍ ຜູ້ແທນ, ມາຮອດເວລານີ້ ກອງປະຊຸມໃຫຍ່ໃກ້ຈະສິ້ນສຸດລົງ ດ້ວຍ ຜົນສໍາເລັດຢ່າງສະຫງ່າງາມ.

ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າພິຈາລະນາ ຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບຢ່າງສົມບູນ ແລະ ເປັນເອກະສັນ ຕົກລົງ ແລະ ຮັບຮອງເອົາທຸກໆບັນຫາ ທີ່ຍົກຂຶ້ນໃນລະບຽບວາລະຂອງກອງປະຊຸມໃຫຍ່ ທຸກປະການ. ພິເສດ ແມ່ນການຮັບຮອງເອົາໂຄງການການເມືອງຂອງພັກ ສະບັບທີ III ຊຶ່ງຈະເປັນໂຄງການການເມືອງ ທີ່ຊີ້ທາງເດີນໃຫ້ພັກເຮົາ, ປວງຊົນລາວບັນດາເຜົ່າ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ, ເປັນລະບອບການເມືອງ ທີ່ໄດ້ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ ນັ້ນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ. ນັ້ນເປັນການຢືນຢັນຕື່ມອີກ ກ່ຽວກັບຄວາມເດັດດ່ຽວໜຽວແໜ້ນ ຕໍ່ອຸດົມການອັນສູງສຸດຂອງພັກ ກໍຄື ຄວາມຕັດສິນໃຈຢຶດໝັ້ນ ຢ່າງສະເໝີຕົ້ນ ສະເໝີປາຍ ຕໍ່ທາດແທ້ປະຕິວັດ ແລະ ມູນເຊື້ອອັນສະຫງ່າງາມຂອງພັກເຮົາ ໃນການນໍາພາປະເທດຊາດ ສູ່ຄວາມວັດທະນາຖາວອນ.

ເພື່ອເຮັດໃຫ້ໂຄງການການເມືອງຂອງພັກ ໄດ້ຮັບການຈັດຕັ້ງຜັນຂະຫຍາຍສູ່ລວງເລິກນັ້ນ, ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບຮອງເອົາທັດສະນະ, ເນື້ອໃນການຕີລາຄາໝາກຜົນ ຂອງການປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານ ມີຫຼັກການຂອງພັກເຮົາ ໃນເກືອບ 40 ປີ ຜ່ານມາ ແລະ ການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ເພື່ອສະຫຼຸບຖອດຖອນບົດຮຽນ ແລະ ສືບຕໍ່ວາງຈຸດໝາຍ ເພື່ອນໍາພາ ພາລະກິດປະຕິວັດ ຮອດປີ 2055, ຍຸດທະສາດພັດທະນາ ໄລຍະ 10 ປີ (2026-2035) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ X (2026-2030) ໃຫ້ມີພື້ນຖານອັນໜັກແໜ້ນ ສໍາລັບບາດກ້າວເດີນຕໍ່ໄປຂອງປະເທດຊາດ. ນັ້ນຖືເປັນຂີດໝາຍສໍາຄັນປະຫວັດສາດ ທີ່ພັກເຮົາ ກໍຄືການນໍາພັກເຮົາຮຸ່ນນີ້ ໄດ້ມີຄວາມມຸ່ງໝັ້ນ ແລະ ສ້າງພື້ນຖານປະໄວ້ໃຫ້ຮຸ່ນສືບທອດຂອງພັກເຮົາ ສືບຕໍ່ດໍາເນີນພາລະກິດປະຕິວັດ ສູ່ຈຸດໝາຍທີ່ວາງໄວ້ ຢ່າງໜັກແໜ້ນ.

ບັນດາສະຫາຍ ທີ່ຮັກແພງ,

ກອງປະຊຸມໃຫຍ່ຂອງພັກເຮົາ ໄດ້ເປັນເອກະພາບໃນລະດັບສູງ ຮັບຮອງເອົາກົດລະບຽບຂອງພັກ ສະບັບປັບປຸງ ຊຶ່ງເປັນທໍາມະນູນ, ແມ່ນແນວທາງການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກເຮົາ ທີ່ໄດ້ຮັບການບູລະນະ ໃຫ້ສອດຄ່ອງກັບໂຄງການການເມືອງ ກໍຄື ແນວທາງການເມືອງ ໃນເງື່ອນໄຂໃໝ່ ທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກ.

ອັນສໍາຄັນໜຶ່ງ, ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ຊຸດໃໝ່ ທີ່ມີການສົມທົບຢ່າງກົມກຽວ ຂອງໂຄງປະກອບບຸກຄະລາກອນ ທີ່ເໝາະສົມ ລະຫວ່າງ ຮຸ່ນຄົນ, ອາຍຸກະສຽນ, ເພດ, ເຜົ່າ, ບັນລຸໄດ້ຕາມມາດຕະຖານ ແລະ ເງື່ອນໄຂທີ່ວາງອອກ, ເປັນຜູ້ມີມານະຈິດປະຕິວັດບຸກ. ກອງປະຊຸມໃຫຍ່ຂອງພວກເຮົາ ເຊື່ອໝັ້ນວ່າ ບັນດາສະຫາຍກໍາມະການສູນກາງພັກ ຊຸດນີ້ ຈະສືບຕໍ່ເປັນຄະນະນໍາຍຸດທະສາດ ທີ່ເຂັ້ມແຂງຂອງພັກ ສາມາດປະຕິບັດໜ້າທີ່ການເມືອງຂອງຕົນ ໄດ້ເປັນຢ່າງດີ. ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເຂົ້າໃຈດີວ່າ ນີ້ແມ່ນການມອບໝາຍພາລະອັນໜັກໜ່ວງ, ຮອບດ້ານ ຈາກທົ່ວພັກ ໃຫ້ສືບຕໍ່ແບກຫາບພາລະກິດປະຕິວັດຂອງພັກເຮົາ ໃນອີກ 5 ປີຕໍ່ໜ້າ, ທັງເປັນຫຼັກແຫຼ່ງແກ່ນສານ ແຫ່ງຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ໃນສັງຄົມ, ນໍາພາຊີ້ນໍາການຈັດຕັ້ງປະຕິບັດມະຕິ XII ຂອງພັກ ໃຫ້ບັນລຸຄາດໝາຍ ທີ່ວາງໄວ້.

- ຄະນະປະທານ ທີ່ນັບຖື,

- ບັນດາສະຫາຍ ທີ່ຮັກແພງທັງຫຼາຍ,

ກອງປະຊຸມໃຫຍ່ຂອງພັກເຮົາ ໄດ້ຮັບຜົນສໍາເລັດ ຢ່າງຈົບງາມ, ອັນໄດ້ຢັ້ງຢືນ ຢ່າງຈະແຈ້ງເຖິງຄວາມສາມັກຄີເປັນເອກະພາບສູງ ແລະ ຄວາມຮັບຜິດຊອບ ຢ່າງເຕັມປ່ຽມ ຂອງພັກເຮົາ ໃນການຕົກລົງບັນຫາທີ່ສໍາຄັນ ແລະ ເປັນພື້ນຖານຂອງພັກ, ຂອງການປະຕິວັດ ແລະ ຊາຕາກໍາຂອງປະເທດຊາດ.

ຜົນສໍາເລັດຂອງກອງປະຊຸມໃຫຍ່ ໄດ້ຢືນຢັນເຖິງມານະຈິດປະຕິວັດ ອັນໜຽວແໜ້ນ ແລະ ທັດສະນະຫຼັກໝັ້ນຊົນຊັ້ນກໍາມະກອນຂອງພັກເຮົາ ທີ່ຍາມໃດກໍຈົງຮັກພັກດີ ຕໍ່ຜົນປະໂຫຍດຂອງຊາດ ແລະ ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນບັນດາເຜົ່າ; ພ້ອມກັນນັ້ນ, ກໍສ່ອງແສງໃຫ້ເຫັນເຖິງຄວາມບຸກບືນສູ້ຊົນ ແລະ ຄວາມຮັບຜິດຊອບສູງ ຂອງຜູ້ແທນກອງປະຊຸມໃຫຍ່ທຸກສະຫາຍ ກໍຄືທຸກພາກສ່ວນທີ່ໄດ້ຕັ້ງໜ້າກະກຽມ ເຮັດໃຫ້ກອງປະຊຸມໃຫຍ່ ຄັ້ງນີ້ ສາມາດດໍາເນີນໄປດ້ວຍດີ.

ກອງປະຊຸມໃຫຍ່ ຂໍສະແດງຄວາມຂອບອົກຂອບໃຈຕໍ່ທຸກພາກສ່ວນ, ພະນັກງານ, ສະມາຊິກພັກ, ນັກປະຕິວັດອາວຸໂສ, ຕົວແທນຂອງປະຊາຊົນບັນດາເຜົ່າ ແລະ ບັນດາຊັ້ນຄົນ, ພາກທຸລະກິດ ທັງພາກລັດ, ເອກະຊົນພາຍໃນ ລວມໄປເຖິງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສື່ມວນຊົນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການກະກຽມວຽກຮອບດ້ານ ໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ແລະ ໄດ້ນໍາເອົາການສະໜັບສະໜູນອຸ້ມຊູ ທາງດ້ານວັດຖຸ ແລະ ຈິດໃຈ ມາສູ່ກອງປະຊຸມໃຫຍ່ຂອງພວກເຮົາ.

ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ໄປຍັງບັນດາພັກອ້າຍ ນ້ອງ ແລະ ພັກການເມືອງຕ່າງໆ ໃນທົ່ວໂລກ ທີ່ໄດ້ສົ່ງສານອວຍພອນ ສະແດງຄວາມຂໍ່ານັບຊົມເຊີຍ ແລະ ໃຫ້ການສະໜັບສະໜູນ ຕໍ່ກອງປະຊຸມໃຫຍ່ຂອງພັກພວກເຮົາໃນຄັ້ງນີ້ ທີ່ສະແດງອອກເຖິງນ້ໍາໃຈສາກົນອັນຜ່ອງໃສ ແລະ ເປັນການປຸກລະດົມໃຫ້ກໍາລັງໃຈ ອັນໃຫຍ່ຫຼວງຕໍ່ກອງປະຊຸມໃຫຍ່ ແລະ ຕໍ່ພັກປະຊາຊົນ ປະຕິວັດລາວ ຂອງພວກເຮົາ.

ບັນດາສະຫາຍ ທີ່ຮັກແພງທັງຫຼາຍ,

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກເຮົາ ໄດ້ສໍາເລັດລົງ ຢ່າງຈົບງາມແລ້ວ, ແຕ່ພວກເຮົາ ຍັງຕ້ອງມີຄວາມຮັບຜິດຊອບສູງ ແລະ ເອົາຈິງເອົາຈັງຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍ ທີ່ກອງປະຊຸມໃຫຍ່ຄັ້ງນີ້ ວາງອອກ ໃຫ້ປະກົດຜົນເປັນຈິງ.

ພັກເຮົາ, ຍັງມີເສັ້ນທາງກ້າວເດີນທີ່ຍາວໄກ, ອຸດົມການ ແລະ ຈຸດໝາຍສັງຄົມນິຍົມ ບໍ່ອາດເກີດເປັນຈິງໄດ້ດ້ວຍຕົວມັນເອງ ຖ້າບໍ່ມີສະມາຊິກພັກ ທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນຫຼັກແຫຼ່ງ, ເປັນຜູ້ນໍາພາ. ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງທົ່ວພັກ ໂດຍສະເພາະ ບັນດາສະຫາຍກໍາມະການສູນກາງພັກ ສະໄໝ ທີ XII ທີ່ໄດ້ຮັບຄວາມໄວ້ວາງໃຈຈາກກອງປະຊຸມໃຫຍ່ຄັ້ງນີ້ ຈົ່ງເຊີດຊູມານະຈິດປະຕິວັດ, ຄວາມຮັບຜິດຊອບການເມືອງ, ຍົກສູງຄວາມເປັນແບບຢ່າງນໍາໜ້າ; ຝຶກຝົນຫຼໍ່ຫຼອມຕົນເອງຮອບດ້ານ; ປັບປຸງແບບແຜນການນໍາພາ-ແບບແຜນວິທີເຮັດວຽກ ທີ່ຖືກຕ້ອງ, ສອດຄ່ອງ ແລະ ແທດກັບຕົວຈິງ ເພື່ອນໍາພາການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ ທີ່ກອງປະຊຸມໃຫຍ່ຄັ້ງນີ້ ວາງອອກ ໃຫ້ມີຜົນສໍາເລັດ.

ຄະນະພັກແຕ່ລະຂັ້ນ ຈົ່ງພ້ອມກັນເສີມຂະຫຍາຍຄວາມເປັນເຈົ້າການ ໃນການຜັນຂະຫຍາຍແນວທາງ, ແຜນນະໂຍບາຍ ທີ່ກອງປະຊຸມໃຫຍ່ຄັ້ງນີ້ ວາງອອກ ຢ່າງປະດິດສ້າງ ແລະ ປຸກລະດົມ ມະຫາຊົນ ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ຕໍ່ເນື່ອງ ເພື່ອເລັ່ງໃສ່ສ້າງການແຂ່ງຂັນ ແລະ ການສ້າງກໍາລັງແຮງ ໃຫ້ແກ່ການພັດທະນາປະເທດຊາດ ໃນຊຸມປີຕໍ່ໜ້າ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍແນວທາງປ່ຽນແປງໃໝ່ ອັນຖືກຕ້ອງ ກໍຄື ບົດຮຽນພຶດຕິກໍາຕົວຈິງ ທີ່ໄດ້ຜ່ານການທົດສອບ ແລະ ໄດ້ຮັບຜົນຢ່າງດີມາແລ້ວ, ບວກກັບແນວທາງທີ່ກອງປະຊຸມໃຫຍ່ຄັ້ງນີ້ ຂອງພັກວາງອອກ, ດ້ວຍການເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ ແລະ ຂອງຊາດ ຕິດພັນກັບການຍົກສູງນ້ໍາໃຈຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງປວງຊົນລາວທັງຊາດ; ດ້ວຍການສະໜັບສະໜູນຮ່ວມມືຂອງປະເທດອ້າຍນ້ອງ ເພື່ອນມິດ ຜູ້ຢູ່ໃກ້ ແລະ ຢູ່ໄກໃນໂລກ, ອົງການຈັດຕັ້ງສາກົນຕ່າງໆ ພາລະກໍາປະຫວັດສາດຂອງພັກເຮົາ ທີ່ຕອບສະໜອງຄວາມມຸ່ງຫວັງຂອງປະຊາຊົນລາວບັນດາເຜົ່າ ທີ່ຈະນໍາເອົາປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍປາຍທາງນັ້ນ ຈະໄດ້ຮັບການປະຕິບັດທີ່ມີຜົນສໍາເລັດ ຢ່າງແນ່ນອນ.

ໃນທ່າມກາງບັນຍາກາດ ມີຄວາມຫມາຍສໍາຄັນປະຫວັດສາດ ປ່ຽມລົ້ນໄປດ້ວຍນ້ໍາໃຈຟົດຟື້ນປະຕິວັດບຸກ, ໃນນາມຄະນະປະທານ, ຂ້າພະເຈົ້າ ຂໍປະກາດ ປິດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ.

(ຂໍຂອບໃຈ)

ຄໍາເຫັນ

ແຈ້ງການ

ສານຊົມເຊີຍ

ສານຊົມເຊີຍ

ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍແຫ່ງ ບຣູໄນ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງພະນະທ່ານ ເນື່ອງໃນໂອກາດທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ການເລືອກຕັ້ງດັ່ງກ່າວສະແດງໃຫ້ເຫັນເຖິງການປະກອບສ່ວນສຳຄັນ ແລະ ຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງ ພະນະທ່ານ ໃນການຮັກສາສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງ ສປປ ລາວ.
ສານສະແດງຄວາມເຫັນໃຈ

ສານສະແດງຄວາມເຫັນໃຈ

ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ
ສານອວຍພອນວັນຊາດ ສປ ຈີນ

ສານອວຍພອນວັນຊາດ ສປ ຈີນ

ວັນທີ 1 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ. ທີ່ ນະຄອນຫຼວງປັກກິ່ງ ຊຶ່ງມີເນື້ອໃນວ່າ:
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທ,​
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄຳເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
ສານອວຍພອນວັນຊາດ ສປປ ເກົາຫຼີ

ສານອວຍພອນວັນຊາດ ສປປ ເກົາຫຼີ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສົ່ງສານອວຍພອນ ເຖິງ ສະຫາຍ ກິມເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ ຜູ້ບັນຊາການສູງສຸດກຳລັງປະກອບອາວຸດ ແຫ່ງ ສປປ ເກົາຫຼີ ທີ່ ນະຄອນຫຼວງພຽງຢາງ ຊຶ່ງມີເນື້ອໃນວ່າ: ສະຫາຍ ກິມເຈິງອຸນ ທີ່ນັບຖື; ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄໍາອວຍພອນອັນອົບອຸ່ນ ແລະ ຊົມເຊີຍຢ່າງສຸດໃຈມາຍັງສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ ແລະ ປະຊາຊົນ ສປປ ເກົາຫຼີ ອ້າຍນ້ອງທຸກຖ້ວນໜ້າເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ.
ສານອວຍພອນ

ສານອວຍພອນ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສົມເດັດຊຸນຕານອິບຣາຮິມ ລາຊາທິບໍດີ ແຫ່ງ ມາເລເຊຍ ທີ່ກົວລາລໍາເປີ ຊຶ່ງມີເນື້ອໃນວ່າ: ສົມເດັດ; ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສົມເດັດ ແລະ ປະຊາຊົນມາເລເຊຍທຸກຖ້ວນໜ້າເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 69 ປີ.
ສານອວຍພອນວັນຊາດຫວຽດນາມ

ສານອວຍພອນວັນຊາດຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ນາງ ສູນທອນ ໄຊຍະຈັກ ຮັກສາການປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ: ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ; ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ; ສະຫາຍ ເຈິນ ແທັງ ເໝິນ ປະທານສະພາແຫ່ງຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ຕາມລຳດັບ ຊຶ່ງມີເນື້ອໃນວ່າ: ບັນດາສະຫາຍທີ່ຮັກແພງ; ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ (2/9/1945 - 2/9/2026), ຕາງໜ້າໃຫ້ຄະນະ ບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ບັນດາເຜົ່າ, ພວກຂ້າພະເຈົ້າ ຂໍສົ່ງຄວາມຂໍ່ານັບຊົມເຊີຍອັນອົບອຸ່ນ, ໄມຕີຈິດມິດຕະພາບອັນດູດດື່ມ ແລະ ພອນໄຊອັນປະເສີດຖານສະຫາຍອ້າຍນ້ອງ ມາຍັງ ບັນດາສະຫາຍ ແລະ ຜ່ານບັນດາສະຫາຍ ໄປຍັງຄະນະ ບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທຸກຖ້ວນໜ້າ.
ສານອວຍພອນວັນຊາດຫວຽດນາມ

ສານອວຍພອນວັນຊາດຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ນາງ ສູນທອນ ໄຊຍະຈັກ ຮັກສາການປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ: ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ; ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ; ສະຫາຍ ເຈິນ ແທັງ ເໝິນ ປະທານສະພາແຫ່ງຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ຕາມລຳດັບ ຊຶ່ງມີເນື້ອໃນວ່າ: ບັນດາສະຫາຍທີ່ຮັກແພງ;
ເພີ່ມເຕີມ