ເວທີປາໄສ ອາຊຽນ - ອົສຕຣາລີ ຄັ້ງທີ 36

ເວທີປາໄສ ອາຊຽນ - ອົສຕຣາລີ ຄັ້ງທີ 36
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 6 ກຸມພາ ຜ່ານມາ, ທ່ານ ໂດ້ຮຸງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຫົວໜ້າກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ (SOM) ຂອງ ຫວຽດນາມ, ພ້ອມກັບ ຫົວໜ້າ SOM ແລະ ຫົວໜ້າຄະນະຂອງບັນດາປະເທດ ອາຊຽນ ແລະ ອົສຕຣາລີ ໄດ້ເຂົ້າຮ່ວມເວທີປາໄສ ອາຊຽນ - ອົສຕຣາລີ ຄັ້ງທີ 36 ທີ່ຈັດຂຶ້ນຢູ່ ເມວເບີນ (ອົສຕຣາລີ).
ຂ່າວລະບຸວ່າ: ນອກຈາກວຽກງານກວດຄືນສະພາບການຮ່ວມມື ແລະ ແລກປ່ຽນບັນດາວິທີການຊຸກຍູ້ການພົວພັນໃນໄລຍະທີ່ຈະມາເຖິງ, ກອງປະຊຸມຄັ້ງນີ້ ຍັງແນໃສ່ກະກຽມໃຫ້ແກ່ ກອງປະຊຸມສຸດຍອດພິເສດ ອາຊຽນ - ອົສຕຣາລີ ເພື່ອສະເຫຼີມສະຫຼອງ ສາຍພົວພັນຄູ່ຮ່ວມເຈລະຈາ ລະຫວ່າງສອງຝ່າຍ ຄົບຮອບ 50 ປີ (1974 - 2024) ທີ່ຈະຈັດຂຶ້ນຢູ່ ເມວເບີນ ໃນເດືອນມີນາ ຈະມາເຖິງນີ້.
ໃນກອງປະຊຸມ, ສອງຝ່າຍເຫັນດີເປັນເອກະພາບ ເສີມສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ (CSP, ປີ 2021) ໃຫ້ເລິກເຊິ່ງຍິ່ງຂຶ້ນຕາມທິດມີປະສິດທິຜົນ, ແທດຈິງ ແລະ ພ້ອມກັນມີຜົນປະໂຫຍດ; ຜັນຂະຫຍາຍການເຈລະຈາສ້າງແຜນການການຮ່ວມມືໃນໄລຍະໃໝ່ (2025-2029) ເພື່ອລາຍງານບັນດາລັດຖະມົນຕີການຕ່າງປະເທດຮັບຮອງເອົາ ເນື່ອງໃນໂອກາດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຢູ່ລາວ ໃນເດືອນ ກໍລະກົດ 2024, ໃນນັ້ນ ໃຫ້ບຸລິມະສິດແກ່ວຽກງານຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ ແລະ ບຳລຸງສ້າງຊັບພະຍາກອນມະນຸດ, ຄຸ້ມຄອງໄພພິບັດ, ຮ່ວມມືທາງທະເລ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາອະນຸພາກພື້ນ ແລະ ຫຼຸດຄວາມແຕກໂຕນດ້ານການພັດທະນາ, ກໍຄືບັນດາຂົງເຂດໃໝ່, ທີ່ມີຫຼາຍທ່າແຮງບົ່ມຊ້ອນຄື: ການຫັນເປັນດີຈີຕອນ, ເສດຖະກິດສີຂຽວ, ພະລັງງານໝູນວຽນ ແລະ ພະລັງງານທົດແທນ.
       ກ່ຽວກັບການພັດທະນາອະນຸພາກພື້ນ ແລະ ຂໍ້ລິເລີ່ມເຊື່ອມໂຍງອາຊຽນ (IAI), ຕາງໜ້າ ອາຊຽນ ກ່າວຄຳເຫັນ ທ່ານ ໂດ້ຮຸງຫວຽດ ເນັ້ນໜັກເຖິງລະດັບຄວາມສຳຄັນຂອງການຮ່ວມມື ເພື່ອຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ ແລະ ພັດທະນາອະນຸພາກພື້ນ ຕໍ່ກັບຄວາມພະຍາຍາມສ້າງສາປະຊາຄົມອາຊຽນ; ຍົກບັນດາວິທີການແກ້ໄຂ ເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດນີ້. ໃນນັ້ນ, ສະເໜີ ອົສຕຣາລີ ຈັດຕັ້ງກົນໄກການຮ່ວມມື ເພື່ອປະສານສົມທົບແຫຼ່ງກຳລັງຢ່າງມີປະສິດທິພາບ ແລະ ເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນ ລະຫວ່າງ ອົສຕຣາລີ ແລະ ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ.

ຄໍາເຫັນ

ຂ່າວຕ່າງປະເທດ

BWF ປະ​ຕິ​ຮູບລະບຽບການນັບຄະແນນການແຂ່ງຂັນດອກປີກໄກ່ແບບໃໝ່

BWF ປະ​ຕິ​ຮູບລະບຽບການນັບຄະແນນການແຂ່ງຂັນດອກປີກໄກ່ແບບໃໝ່

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 25 ເມ​ສາ​ ຜ່ານມາ (ຕາມ​ເວ​ລາ​ທ້ອ​ງ​ຖິ່ນ), ກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ຊິກ​ປະ​ຈຳ​ປີ​ ຄັ້ງ​ທີ 87 ຂອງ​ສະ​ຫະ​ພັນ​ດອກ​ປີກ​ໄກ່​ໂລກ ຫຼື BWF ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຮໍ​ເຊັນ​​ຂອງ​ດານ​ມາກ ໄດ້ລົງຄະແນນສຽງ​ຜ່ານ​ຮ່າງ​ມະ​ຕິ​ການ​ປະ​ຕິ​ຮູບ​ລະ​ບຽບການ​ນັບ​ຄະ​ແນນ​ການ​ແຂ່ງ​ຂັນ​ດອກ​ປີກ​ໄກ່. ລະ​ບຽບ​ໃໝ່​ຈະ​ນຳ​ໃຊ້ “​ການ​ນັບແບບ​ 15 ຄະ​ແນນໃນ 3 ນັດ” ໂດຍ​ໄດ້​ຜ່ານ​ການ​ລົງຄະແນນສຽງ​ຢ່າງ​ເປັນ​ທາງ​ການ​ ໃນນັ້ນ 198 ສຽງ​ເຫັນ​ດີ ແລະ 43 ສຽງ​ຄັດ​ຄ້ານ.
ເສດຖະກິດຫວຽດນາມ ຮັກສາທ່າເຕີບໂຕຢ່າງແຂງແຮງ

ເສດຖະກິດຫວຽດນາມ ຮັກສາທ່າເຕີບໂຕຢ່າງແຂງແຮງ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 26 ເມສາ ຜ່ານມາວ່າ: ເສດ​ຖະ​ກິດ ຫວຽດ​ນາມ ຮັກ​ສາ​ທ່າ​ເຕີບ​ໂຕ​ຢ່າງແຂງ​ແຮງ​ໃນ​ສະ​ພາບ​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ທົ່ວ​ໂລກ. ການ​ເຕີບ​ໂຕ​ໄດ້​ຮັບ​ການ​ປັບ​ປຸງ​ຍ້ອນ​ຂະ​ແໜງ​ການ​ຜະ​ລິດ​ກຳ​ນົດ​ທິດ​ການ​ສົ່ງ​ອອກ​ຢ່າງ​ແຮງ, ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ຍືນ​ຍົງ ແລະ ຄວາມ​ຕ້ອງ​ການ​ພາຍ​ໃນ​ມີ​ຄວາມເປັນປົກກະຕິ.
ຟີລິບປິນ ຍົກລະດັບການແຈ້ງເຕືອນແອວນີໂຢ

ຟີລິບປິນ ຍົກລະດັບການແຈ້ງເຕືອນແອວນີໂຢ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ເມສາ ຜ່ານມາວ່າ: ອົງການບໍລິການດ້ານບັນຍາກາດ, ທໍລະນີຟີຊິກ ແລະ ດາລາສາດ ຂອງຟີລິບປິນ (PAGASA) ລາຍງານວ່າ, ຟີລິບປິນໄດ້ຍົກລະດັບການເຕືອນໄພກ່ຽວກັບປະກົດການແອວນິໂຢ ໂດຍໄດ້ເຕືອນວ່າ, ອາດຈະເກີດສະພາບແຫ້ງແລ້ງ ແລະ ໄພແຫ້ງແລ້ງອາດຈະເກີດຂຶ້ນໃນບາງພື້ນທີ່ໃນໄລຍະສອງສາມເດືອນຂ້າງໜ້າໄປຈົນເຖິງຕົ້ນປີ 2027. ອົງການດັ່ງກ່າວລະບຸວ່າ: ມີໂອກາດ 79% ທີ່ປະກົດການແອວນີໂຢ ຈະເກີດຂຶ້ນລະຫວ່າງເດືອນມິຖຸນາ ແລະ ສິງຫາ.
ລາຄານົມໂລກສືບຕໍ່ຫຼຸດລົງ ທ່າມກາງຄວາມເຄັ່ງຕຶງທາງພູມິສາດການເມືອງ

ລາຄານົມໂລກສືບຕໍ່ຫຼຸດລົງ ທ່າມກາງຄວາມເຄັ່ງຕຶງທາງພູມິສາດການເມືອງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ເມສາ ຜ່ານມາວ່າ: ລາຄາຜະລິດຕະພັນນົມທົ່ວໂລກຍັງສືບຕໍ່ຫຼຸດລົງໃນການປະມູນຄັ້ງຫຼ້າສຸດທີ່ຈັດຂຶ້ນໃນຫວ່າງມໍ່ໆມານີ້, ທ່າມກາງລະດັບການສະໜອງທີ່ຢູ່ໃນລະດັບສູງ ບວກກັບຄວາມເຄັ່ງຕຶງທາງດ້ານພູມິສາດການເມືອງທີ່ກຳລັງກົດດັນຄວາມຕ້ອງການ ແລະ ເຮັດໃຫ້ຕົ້ນທຶນເພີ່ມຂຶ້ນ.
ຈີນ​ ມີ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ດ້ານ​ກະ​ສິ​ກຳຫຼາຍກວ່າ 300,000 ​ລຳ

ຈີນ​ ມີ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ດ້ານ​ກະ​ສິ​ກຳຫຼາຍກວ່າ 300,000 ​ລຳ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 23 ເມ​ສາ​ ຜ່ານມາ, ຫ້ອງວ່າ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມຖ​ະ​ແຫຼງ​ຂ່າວໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ​ 5 ປີ​ຄັ້ງ​ທີ 14 ແຕ່​ປີ 2021-2025,
ທ່ານນາຍົກລັດຖະມົນຕີຫວຽດນາມ ພົບປະ ປະທານາທິບໍດີ ສ ເກົາຫຼີ

ທ່ານນາຍົກລັດຖະມົນຕີຫວຽດນາມ ພົບປະ ປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ເມສາ ຜ່ານມາ, ຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ, ເນື່ອງໃນໂອກາດມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 21 – 24 ເມສາ ນີ້.
ຈຳນວນຜູ້ອົບພະຍົບໃນ EU ບັນລຸເຖິງ 64.2 ລ້ານຄົນ

ຈຳນວນຜູ້ອົບພະຍົບໃນ EU ບັນລຸເຖິງ 64.2 ລ້ານຄົນ

ຂ່າວຕ່າງປະເທດລາຍງານວ່າ: ສູນຄົ້ນຄວ້າ ແລະ ວິເຄາະການຍ້າຍຖິ່ນຖານຂອງ RFBerlin ໄດ້ເຜີຍແຜ່ບົດລາຍງານສະບັບຫຼ້າສຸດໃນວັນທີ 22 ເມສາ ຜ່ານມາວ່າ, ຈໍານວນຜູ້ອົບພະຍົບທີ່ອາໄສຢູ່ໃນສະຫະພາບເອີຣົບ (EU) ໄດ້ບັນລຸລະດັບສູງສຸດເປັນປະຫວັດການທີ່ 64.2 ລ້ານຄົນ ໃນປີ 2025, ເພີ່ມຂຶ້ນປະມານ 2.1 ລ້ານຄົນ ຈາກປີກ່ອນ.
ຫວຽດນາມ - ສ ເກົາຫຼີ ເພີ່ມທະວີການຮ່ວມມືຮອບດ້ານ

ຫວຽດນາມ - ສ ເກົາຫຼີ ເພີ່ມທະວີການຮ່ວມມືຮອບດ້ານ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 22 ເມ​ສາ ຜ່ານມາ ຢູ່​ທຳ​ນຽບ​ປະ​ທານ​ປະ​ເທດ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມມູ​ນິດ ຫວຽດ​ນາມ​ ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນ​ລະ​ຍາ ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ ທ່ານ ລີແຈມຽງ ປະ​ທາ​ນາ​ທິ​ບໍ​ດີ ສ ເກົາ​ຫຼີ ແລະ ພັນ​ລະ​ຍາ ທີ່ມາ​ຢ້ຽມ​ຢາມ​ທາງ​ລັ​ດ​ຖະ​ກິດ ຫວຽດ​ນາມ ແຕ່​ວັນ​ທີ 21 – 24 ເມ​ສາ ນີ້.
ຫຸ່ນຍົນ Humanoid ແລະ ປັນຍາປະດິດ ຈຸດເດັ່ນສຳຄັນຂອງງານ Hannover Messe 2026

ຫຸ່ນຍົນ Humanoid ແລະ ປັນຍາປະດິດ ຈຸດເດັ່ນສຳຄັນຂອງງານ Hannover Messe 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ເມສາ ຜ່ານມາວ່າ: ຫຸ່ນຍົນຮູບຮ່າງຄ້າຍຄືມະນຸດ (Humanoid) ທີ່ມີຄວາມສາມາດສູງຫຼາກຫຼາຍຊະນິດໄດ້ຖືກວາງສະແດງ ແລະ ດຶງດູດຜູ້ມາຢ້ຽມຊົມງານວາງສະແດງ Hannover Messe 2026, ງານວາງສະແດງອຸດສາຫະກຳຊັ້ນນຳຂອງເຢຍລະມັນ ຊຶ່ງໄດ້ເປີດຂຶ້ນທີ່ເມືອງຮັນໂນເວີ ປະເທດເຢຍລະມັນໃນວັນ 20 ເມສາ ຜ່ານມາ.
ອິນໂດເນເຊຍ ກຽມຈະຢຸດການນຳເຂົ້ານ້ຳມັນກາຊວນ

ອິນໂດເນເຊຍ ກຽມຈະຢຸດການນຳເຂົ້ານ້ຳມັນກາຊວນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ເມສາ ຜ່ານມາວ່າ: ທ່ານ ອັນດີ ອຳຣານ ສຸໄລມານ ລັດຖະມົນຕີກະຊວງກະສິກຳອິນໂດເນເຊຍ ໄດ້ປະກາດວ່າ: ອິນໂດເນເຊຍຈະຢຸດການນຳເຂົ້ານ້ຳມັນກາຊວນ ນັບແຕ່ວັນທີ 1 ກໍລະກົດເປັນຕົ້ນໄປ, ເນື່ອງວ່າລະບຽບການກ່ຽວກັບການນຳໃຊ້ນ້ຳມັນເຊື້ອໄຟໄບໂອດີເຊວ ຊະນິດໃໝ່ (B-50) ຈະມີຜົນບັງຄັບໃຊ້.
ເພີ່ມເຕີມ