ບານສົ່ງຊາຍ ມສ ກະລຶມ ຍາດໄດ້ອັັນດັບທີ I ສ່ວນປະເພດຍິງ ມສ ທ່າແຕງ

ບານສົ່ງຊາຍ ມສ ກະລຶມ ຍາດໄດ້ອັັນດັບທີ I ສ່ວນປະເພດຍິງ ມສ ທ່າແຕງ
ການແຂ່ງຂັນກິລາບານສົ່ງນັກຮຽນມັດທະຍົມສຶກສາທົ່ວແຂວງເຊກອງ ຄັ້ງທີ I ໄດ້ສໍາເລັດໃນວັນ 29 ກຸມພາ ຜ່ານມາ ທີ່ເດີ່ນກິລາໃນຮົ່ມຂອງແຂວງ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອົບມາ ລາດຕະກຸນ ຮອງປະທານສະຫະພັນບານເຕະແຂວງ ໄດ້ລາຍງານວ່າ: ການແຂ່ງຂັນກິລາບານສົ່ງນັກຮຽນມັດທະຍົມສືກສາທົ່ວແຂວງເຊກອງ ຄັ້ງທີ I ໄດ້ດຳເນີນມາ ແຕ່ວັນທີ 16 ຕຸລາ 2023 ຫາ ວັນທີ 29 ກຸມພາ 2024 ມີນັກກິລາຈາກໂຮງຮຽນແຫ່ງຕ່າງໆເຂົ້າຮ່ວມແຂ່ງຂັນທັງໝົດ 14 ທິມ. ໃນນີ້, ທິມຊາຍ 7 ທິມ ແລະ ທິມຍິງ 7 ທິມ; ຊຶ່ງຜົນການແຂ່ງຂັນປະເພດຊາຍ ອັນດັບທີ I ໂຮງຮຽນ ມສ ກະລຶມ ໄດ້ຮັບລາງຂັນ 1 ໜ່ວຍ ພ້ອມເງິນສົດ 6 ລ້ານກີບ; ອັນດັບທີ II ໂຮງຮຽນ ມສ ຈຸນລາ ໄດ້ຮັບລາງວັນເງິນສົດ 4 ລ້ານກີບ; ອັນດັບທີ III ໂຮງຮຽນ ມສ ເມືອງທ່າແຕງ ໄດ້ຮັບລາງວັນເງິນສົດ 3,5 ລ້ານກີບ. ສ່ວນປະເພດຍິງ ອັນດັບທີ I ໂຮງຮຽນ ມສ ທ່າແຕງ ໄດ້ຮັບລາງຂັນ 1 ໜ່ວຍ ພ້ອມເງິນສົດ 6 ລ້ານກີບ, ອັນດັບທີ II ໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດ ໄດ້ຮັບລາງວັນເງິນສົດ 4 ລ້ານກີບ, ອັນດັບທີ III ໂຮງຮຽນ ມສ ແຂວງ ໄດ້ຮັບລາງວັນເງິນສົດ 3,5 ລ້ານກີບ.
(ຂ່າວ: ພຸດທະສອນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2  ຢ່າງເປັນທາງການ

ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ

ໃນວັນທີ 21 ຕຸລານີ້, ໄດ້ຈັດພິທີເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ ຢູ່ທີ່ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ (ນວ), ໂດຍເປັນກຽດເຂົ້າຮ່ວມ ແລະ ເປີດປ້າຍຂອງທ່ານ ສາຍສະໝອນ ງາມສີ ວ່າການແທນ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ, ມີຄະນະອໍານວຍການ, ຜູ້ອໍານວຍການວິທະຍາໄລເຕັກນິກກະສິກໍາ, ວິທະຍາໄລເຕັກນິກວິຊາຊີບແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງວຽງຈັນ ພ້ອມດ້ວຍພະນັກງານວິຊາການ ແລະ ນັກສຶກສາເຂົ້າຮ່ວມເປັນສັກຂີພິຍານ.
ປະທານ ຄພລ ຕິດຕາມໃຫ້ກຳລັງໃຈທັບນັກກິລາຄົນພິການລາວ ສ້າງຜົນງານໃນເອຊຽນ ພາຣາເກມ ຄັ້ງທີ V ທີ່ປະເທດຍີ່ປຸ່ນ

ປະທານ ຄພລ ຕິດຕາມໃຫ້ກຳລັງໃຈທັບນັກກິລາຄົນພິການລາວ ສ້າງຜົນງານໃນເອຊຽນ ພາຣາເກມ ຄັ້ງທີ V ທີ່ປະເທດຍີ່ປຸ່ນ

ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ ທັງເປັນປະທານຄະນະກຳມະການພາຣາແລັມປິກແຫ່ງຊາດລາວ (ຄພລ) ເດີນທາງເຂົ້າຮ່ວມຢ້ຽມຢາມ ແລະ ໃຫ້ກຳລັງໃຈທັບນັກກິລາຄົນພິການທີມຊາດລາວ ໃນການແຂ່ງຂັນ ງານມະຫະກຳກິລາຄົນພິການອາຊີ ຄັ້ງທີ V ຫຼື (5th Asian Para Games Aichi-Nagoya 2026) ຈັດຂຶ້ນໃນລະຫວ່າງ ວັນທີ 18–24 ຕຸລາ 2026 ທີ່ປະເທດຍີ່ປຸ່ນ.
ແຂ່ງຂັນຄະນິດຄິດໄວ ຊີງແຊັມວຽງຈັນ ຄັ້ງທີ IX

ແຂ່ງຂັນຄະນິດຄິດໄວ ຊີງແຊັມວຽງຈັນ ຄັ້ງທີ IX

ເມື່ອບໍ່ດົນມານີ້, ທີ່ສະຖາບັນຣັຕນະບໍລິຫານທຸລະກິດ ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ສູນຄະນິດຄິດໄວສະມາດແມັດ (Smart Math) ຮ່ວມກັບພະແນກສຶກສາທິການ ແລະ ກິລາ ນວ ຈັດການແຂ່ງຂັນຄະນິດຄິດໄວ ຊີງແຊັມວຽງຈັນ ຄັ້ງທີ IX ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມເພັດ ຣັຕະນະສິມ ປະທານສະພາບໍລິຫານ ສະຖາບັນຣັຕະນະບໍລິຫານທຸລະກິດ, ໃຫ້ກຽດມອບລາງວັນໂດຍ ທ່ານ ນາງ ສຸກພາພອນ ຜານິດ ຫົວໜ້າຫ້ອງການ ສູນກາງສະຫະພັນແມ່ຍິງລາວ, ມີບັນດາຄະນະຜູ້ບໍລິ ຫານ, ຄູ-ອາຈານ, ນັກຮຽນ ພ້ອມດ້ວຍຜູ້ປົກຄອງເຂົ້າຮ່ວມ.
ນັກລອຍນໍ້າອ່າງຄໍາ ຍາດໄດ້ 66 ຫຼຽນຄຳ ຄອງແຊັມແຂ່ງຂັນລອຍນ້ຳວຽງຈັນແຊັມປ້ຽນຊິບ 2026

ນັກລອຍນໍ້າອ່າງຄໍາ ຍາດໄດ້ 66 ຫຼຽນຄຳ ຄອງແຊັມແຂ່ງຂັນລອຍນ້ຳວຽງຈັນແຊັມປ້ຽນຊິບ 2026

ນັກກິລາລອຍນໍ້າ ສະໂມສອນລອຍນໍ້າອ່າງຄໍາ ສາມາດປະກາດສັກດາໃນວົງການກິລາລອຍນໍ້າລາວ ຊຶ່ງເປັນຜົນງານຄັ້ງປະຫວັດສາດຂອງສະໂມສອນ ຍາດໄດ້ 66 ຫຼຽນຄຳ, 26 ຫຼຽນເງິນ ແລະ 16 ຫຼຽນທອງ ລວມ 108 ຫຼຽນ ຄອງເຈົ້າຫຼຽນຄຳ ໃນການແຂ່ງຂັນກິລາລອຍນ້ຳ "ວຽງຈັນແຊັມປ້ຽນຊິບ 2026 ຊີງຫຼຽນ ແລະ ຂັນປະທານສະຫະພັນກິລາລອຍນໍ້າ ແລະ ດຳນ້ຳແຫ່ງຊາດ.
ມອບ-ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ

ມອບ-ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົສຕຣາລີ ແລະ ລັດຖະບານຍີ່ປຸ່ນ ໃຫ້ການສະໜັບສະໜູນໂຮງຮຽນປະຖົມ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ຈະໄດ້ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນການສອນໄດ້.
ວິທະຍາໄລເຕັກນິກລາວ-ເຢຍລະມັນ ປະດັບຫຼຽນກາລະນຶກ 50 ປີ ພ້ອມສະຫຼອງວັນສ້າງຕັ້ງວິທະຍາໄລ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ປະດັບຫຼຽນກາລະນຶກ 50 ປີ ພ້ອມສະຫຼອງວັນສ້າງຕັ້ງວິທະຍາໄລ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 - 2 ທັນວາ 2025) ແລະ ຫຼຽນໄຊແຮງງານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງວິທະຍາໄລ ຄົບຮອບ 52 ປີ, 55 ປີ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 - 7 ຕຸລາ 2026) ຂຶ້ນເມື່ອບໍ່ດົນມານີ້ ທີ່ວິທະຍາໄລດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ, ອະດີດພະນັກງານອາວຸໂສບໍານານ, ຜູ້ຕາງໜ້າຈາກກົມອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ, ແຂກຖືກເຊີນ, ບໍລິສັດ ຕະຫຼອດຮອດພະນັກງານ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງສິງ ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ

ເມືອງສິງ ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ

ໃນວັນທີ 7 ຕຸລາ 2026 ນີ້ຢູ່ທີ່ສະໂມສອນຂອງເມືອງສິງ ແຂວງຫຼວງນໍ້າທາ ໄດ້ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ ( 7 ຕຸລາ 1994 – 7 ຕຸລາ 2026 ) ເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ - ປກສ ຂັ້ນເມືອງ,ທ່ານ ບຸນທັນ ປອນວັນນາ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດເມືອງ,ທ່ານ ສົມຊາຍ ວັດທະນະທອນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ,ມີຄະນະປະຈຳພັກເມືອງ,ກຳມະການພັກເມືອງ,ຫົວໜ້າຫ້ອງ-ຮອງຫ້ອງການ,ສອງກອງບັນຊາການ ປກຊ - ປກສ,ອາດີດພະນັກງານອາວຸໂສບໍານານ,ປະທານຄະນະກໍາມະການປົກຄອງຕາແສງ 4 ຕາແສງ,ຄູ-ອາຈານທັງພາກລັດ-ເອກະຊົນ ແລະ ຕະຫຼອດຮອດນັກຮຽນເຂົ້າຮ່ວມ.
ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ

ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ

ໃນກອງປະຊຸມໄດ້ສະເໜີບົດລາຍງານຜົນການຄົ້ນຄວ້າ ໂດຍ ສະຫາຍ ຫວູ ລຸກ ອານ ຊຶ່ງລາຍງານ 2 ຫົວຂໍ້ສຳຄັນ ຄື: “ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແລະ ການຄຸ້ມຄອງລັດ ຂັ້ນຕາແສງ”, ຫົວຂໍ້: “ການກໍ່ສ້າງອົງການຈັດຕັ້ງຮາກຖານພັກ, ພື້ນຖານຂອງພັກ, ແກ່ນສານດ້ານການເມືອງຢູ່ຮາກຖານ” ຊຶ່ງໄດ້ຍົກຂຶ້ນແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງພື້ນຖານພັກ: ບົດຮຽນຈາກ ສສ ຫວຽດນາມ ກໍຄືໃນໄລຍະຜ່ານມາ ເຖິງປັດຈຸບັນ ມີຫຼາຍຈຸດທີ່ມີຄວາມຄ້າຍຄືກັນ ຊຶ່ງພວກເຮົານັ້ນໄດ້ແລກປ່ຽນບົດຮຽນນຳກັນ. ສະເພາະມື້ນີ້, ຈະໄດ້ແລກປ່ຽນບົດຮຽນນຳກັນ ຄື: "ພື້ນຖານພັກ ແລະ ພັກຢູ່ຂັ້ນພື້ນຖານ". ຫົວຂໍ້ນີ້ແມ່ນເລື່ອງທີ່ ສສ ຫວຽດນາມ ຖືເປັນເລື່ອງສຳຄັນ ເນື່ອງຈາກວ່າ: ຖ້າວ່າສູນກາງພັກວາງທິດທາງ, ວາງແນວທາງ ຫຼື ວາງມະຕິໄດ້ຖືກຕ້ອງແລ້ວ ແຕ່ລະທ້ອງຖິ່ນບໍ່ນຳໄປປະຕິບັດ ຫຼື ທ້ອງຖິ່ນບໍ່ເຂົ້າໃຈ, ວຽກງານກໍຈະບໍ່ໄດ້ຮັບຜົນດີ. ໂດຍສະເພາະແມ່ນພະນັກງານຫຼັກແຫຼ່ງຢູ່ຂັ້ນພື້ນຖານ ຕ້ອງເປັນພະນັກງານທີ່ກຳໄດ້ແນວທາງ, ກຳໄດ້ມະຕິ, ໃກ້ຊິດກັບປະຊາຊົນ, ເກັບກຳໄດ້ບັນຫາຂອງປະຊາຊົນ ແລະ ຜັນຂະຫຍາຍມະຕິໄປສູ່ປະຊາຊົນ, ເມື່ອນັ້ນ ມະຕິຈຶ່ງຈະໄດ້ຮັບຜົນດີ.
ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງເປັນທາງການໃນວັນທີ 6 ຕຸລາ 2026 ຢູ່ທີ່ພະແນກການຂອງຕົນ , ໂດຍການເປັນປະທານຂອງທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາທ່ານໃນຄະນະພະແນກ, ຄະນະຂະແໜງການ,ພະນັກງານບໍານານແລະ ແຂກຖືກເຊີນ ເຂົ້າຮ່ວມ .
ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ຫຼາຍກວ່າ 40% ຂອງຫ້ອງຮຽນຊັ້ນປະຖົມໃນທົ່ວ ສປປ ລາວ ເປັນຫ້ອງຮຽນຄວບ, ເຊິ່ງມີນັກຮຽນ 2ຂັ້ນຮຽນຂຶ້ນໄປຮຽນຮ່ວມກັນໃນຫ້ອງດຽວ, ຫ້ອງຮຽນປະເພດນີ້ ແມ່ນຍັງມີຫຼາຍໂດຍສະເພາະໃນເຂດຫ່າງໄກ,ຄາດວ່າການຫຼຸດລົງຂອງຈຳນວນຄູໃນໄລຍະຜ່ານມາ ຈະເຮັດໃຫ້ຫ້ອງຮຽນປະເພດດັ່ງກ່າວມີຈຳນວນເພີ່ມຂຶ້ນຕື່ມອີກ.
ເພີ່ມເຕີມ