ພິທີສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 30 ປີ

ໂຮງຮຽນການເມືອງການປົກຄອງແຂວງຜົ້ງສາລີ ສະຫຼອງວັນຄູແຫ່ງຊາດຄົບຮອບ 30 ປີ.

ໂຮງຮຽນການເມືອງການປົກຄອງແຂວງຜົ້ງສາລີ ສະຫຼອງວັນຄູແຫ່ງຊາດຄົບຮອບ 30 ປີ.
ຕອນເຊົ້າຂອງວັນທີ 3 ຕຸລາ ນີ້, ໂຮງຮຽນການເມືອງການປົກຄອງແຂວງຜົ້ງສາລີ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 30 ປີ

(7 ຕຸລາ 1994-7 ຕຸລາ 2024) ຂຶ້ນຢູ່ທີ່ສະໂມສອນໂຮງຮຽນດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ຈັນສີ ແສງສົມພູ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງການປົກຄອງແຂວງ, ມີບັນດາຄູອາຈານ, ນັກສຶກສາລະບົນຂັ້ນກາງຮຸ່ນທີ II ແລະ ຂັ້ນຕົ້ນຮຸ່ນທີ I ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ, ທ່ານ ຈັນສີ ແສງສົມພູ ໄດ້ເລົ່າຄືນມູນເຊື້ອວັນຄູແຫ່ງຊາດຄົບຮອບ 30 ປີ ຊຶ່ງທ່ານ ໄດ້ຍົກໃຫ້ເຫັນພາລະບົດບາດຄວາມເປັນຄູລວມທັງການພັດທະນາຄູແຕ່ລະໄລຍະໃຫ້ມີຄູນນະພາບ, ຊຶ່ງຍາມໃດພັກ-ລັດຖະບານກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານການສຶກສາຄູ ແລະ ຖືເອົາຄູສອນເປັນກົກໃນການຍົກສູງຄຸນນະພາບຂອງການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດ, ຄູໄດ້ມີບົດບາດສໍາຄັນໃນການສ້າງອະນາຄົດໃຫ້ຄົນແຕ່ລະຫຸ່ນ ໃນພາລະກິດສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ຈົນຖືກສັງຄົມຂະໜານນາມວ່າ: ຄູແມ່ນແມ່ພິມຂອງຊາດ, ຄູແມ່ນວິສາວະກອນແຫ່ງດວງວິນຍານ, ຄູແມ່ນຜູ້ທີ່ມີຄວາມຮູ້ ແລະ ປະສົບການທີ່ສາມາດຖ່າຍທອດໃຫ້ຄົນອື່ນ, ຄູຄືຜູ້ນໍາພາການປ່ຽນແປງໃໝ່ ແລະ ອື່ນໆ.
ວັນທີ 7 ຕຸລາ ເປັນວັນປະຫວັດສາດວັນໜຶ່ງຂອງປະຊາຊົນລາວບັນດາເຜົ່າກໍຄືຄູ-ອາຈານທີ່ມີພັນທະສິດສອນເພື່ອສ້າງພາລະກິດໃນປະຫວັດສາດທຸກຍຸກສະໄໝໃຫ້ກາຍເປັນຊັບພະຍາກອນທີ່ດີ ແລະ ເປັນທຶນຮອນອັນປະເສີດຂອງຊາດ. ສ່ວນວ່າ ປະຫັວດສາດທີ່ມາຂອງວັນທີ 7 ຕຸລານັ້ນໄດ້ຖືເອົາວັນທີ່ນາຍຄູຄໍາໄດ້ເຂົ້າເປັນນາຍຄູມື້ທໍາອິດຂອງຄົນລາວໃນຍຸກຝຣັ່ງເຂົ້າມາປົກຄອງ ແລະ ເປັນຜູ້ທໍາອິດຂອງຄົນລາວ.
ໃນໂອກາດອັນມີຄວາມໝາຍຄວາມສຳຄັນນີ້ ນັກສຶກສາລະບົນຂັ້ນກາງ, ຂັ້ນຕົ້ນ ໄດ້ມອບຂອງຂວັນ ແລະ ຊຸດກິລາໃຫ້ກັບຄູອາຈານ ພ້ອມທັງສ້າງຂະບວນການແຂ່ງຂັນກິລາບານເຕະມິດຕະພາບລະຫ່ວາງຄູອາຈານ ແລະ ນັກສຶກ ຢ່າງເປັນຂະບວນຟົດຟື້ນ.
(ພາບ-ຂ່າວ: ແສງຄຳ ສາລີວັນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ທົດສອບປັນຍາ ນັກຮຽນ 120 ຄົນ ຈາກ 4 ໂຮງຮຽນ ແຂ່ງຂັນຖາມ-ຕອບວິທະຍາສາດ

ທົດສອບປັນຍາ ນັກຮຽນ 120 ຄົນ ຈາກ 4 ໂຮງຮຽນ ແຂ່ງຂັນຖາມ-ຕອບວິທະຍາສາດ

ວັນທີ 6 ມັງກອນ ຜ່ານມາ ທີ່ໂຮງຮຽນ ມ.ສ ສາລະວັນ ແຂວງສາລະວັນ ໄດ້ຈັດກິດຈະກໍາຖາມ-ຕອບ ຄວາມຮູ້ວິທະຍາສາດປະຈໍາສົກຮຽນ 2025-2026, ໂດຍການເປັນປະທານຮ່ວມຂອງ ທ່ານ ວິແຊນ ແກ້ວມະນີ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ຈັນທະວີ ອິນທະດວງຈິດ ຜູ້ອຳນວຍການໂຮງຮຽນ ມ.ສ ສາລະວັນ, ທ່ານ ມີໂນ ໄຊຍະສານ ຮອງຫົວໜ້າຂະແໜງສາມັນ ພະແນກສຶກສາທິການ ແລະ ກິລາແຂວງ, ມີຂະແໜງການທີ່ກ່ຽວຂ້ອງ, ຄູ-ອາຈານ ແລະ ນັກຮຽນທີ່ເປັນຕົວແທນເຂົ້າຮ່ວມ.
ກະກຽມການຮຽນ-ການສອນ ຫຼັກສູດຕໍ່ເນື່ອງປະລິນຍາຕີການແພດສົກສຶກສາ 2025-2026

ກະກຽມການຮຽນ-ການສອນ ຫຼັກສູດຕໍ່ເນື່ອງປະລິນຍາຕີການແພດສົກສຶກສາ 2025-2026

ໃນວັນທີ 5 ມັງກອນ ນີ້ ທີ່ຫ້ອງປະຊຸມຂອງວິທະຍາໄລວິທະຍາສາດສຸຂະພາບ ແຂວງສະຫວັນນະເຂດ, ບັນດາທ່ານຄະນະອຳນວຍການ, ຄູ-ອາຈານ ແລະ ນັກສຶກສາແພດຊັ້ນສູງໄດ້ເຂົ້າຮ່ວມໃນກອງປະຊຸມກະກຽມ ເປີດການຮຽນ-ການສອນ ຫຼັກສູດຕໍ່ເນື່ອງປະລິນຍາຕີການແພດ ປະຈຳສົກສຶກສາ 2025-2026. ກອງປະຊຸມຄັ້ງນີ້, ເຂົ້າຮ່ວມເປັນປະທານຂອງທ່ານ ສຸຄັນທອນ ສິງພວງເພັດ ຜູ້ອຳນວຍການວິທະຍາໄລ ວິທະຍາສາດສຸຂະພາບ ແຂວງສະຫວັນນະເຂດ.
ເມືອງຕະໂອ້ຍ ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ປ5 ມ4 ມ7 ສົກປີ 2025-2026

ເມືອງຕະໂອ້ຍ ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ປ5 ມ4 ມ7 ສົກປີ 2025-2026

ວັນທີ 5 ມັງກອນ ນີ້ ທີ່ສະໂມສອນໃຫຍ່ເມືອງຕະໂອ້ຍ ແຂວງສາລະວັນ, ໄດ້ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ປ5, ມ4, ມ7 ໂດຍການເຂົ້າຮ່ວມ ແລະ ເປີດຊອງຫົວບົດສອບເສັງຂອງທ່ານນາງ ບຸນຖິນ ແກ່ນພົມມາ ປະທານຄະນະກຳມະການປົກຄອງເມືອງຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມໃນທົ່ວເມືອງ, ມີບັນດາຄະນະກຳມະການ, ຄູ-ອາຈານ ແລະ ນັກຮຽນເກັ່ງທົ່ວເມືອງເຂົ້າຮ່ວມ.
ວສຊ ວາງສີລາເລີກກໍ່ສ້າງຫໍພັກຄູ-ອາຈານ ແລະ​ນັກສຶກສາ

ວສຊ ວາງສີລາເລີກກໍ່ສ້າງຫໍພັກຄູ-ອາຈານ ແລະ​ນັກສຶກສາ

ພິທີວາງສີລາເລີກ ໂຄງການກໍ່ສ້າງຫໍພັກນັກຮຽນ-ນັກສຶກສາ ແລະ ຄູ-ອາຈານ ວິທະຍາໄລສິລະປະແຫ່ງຊາດ (ວສຊ) ຈັດຂຶ້ນໃນວັນທີ 25 ທັນວານີ້ ທີ່ວິທະຍາໄລດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ); ມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ວທ, ມີພະເຖຣານຸເຖຣະ, ຕາງໜ້າກົມ, ຫ້ອງການ, ຄະນະຮັບຜິດຊອບໂຄງການ, ບໍລິສັດ, ແຂກຖືກເຊີນ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ຈັນທະບູລີ ເປີດການແຂ່ງຂັນກິລານັກຮຽນປະຈໍາສົກຮຽນ 2025-2026

ຈັນທະບູລີ ເປີດການແຂ່ງຂັນກິລານັກຮຽນປະຈໍາສົກຮຽນ 2025-2026

ພິທີແຂ່ງຂັນກິລານັກຮຽນສາມັນສຶກສາຂັ້ນເມືອງຈັນທະບູລີປະຈໍາສົກຮຽນ 2025-2026 ຈັດຂຶ້ນໃນວັນທີ 23 ທັນວາຜ່ານມາ ທີ່ເດີ່ນບານເຕະຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໂດຍການເຂົ້າຮ່ວມຂອງທ່ານນາງ ສຸດສະດາ ສີຫາວົງ ຮອງປະທານຄະນະກໍາມະການປົກຄອງເມືອງ, ທ່ານ ສີທົນ ດາວຜາສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍຫົວໜ້າ-ຮອງຫົວຫ້ອງການ, ນາຍບ້ານ, ພະນັກງານ, ຄູ-ອາຈານນັກຮຽນເຂົ້າຮ່ວມ.
"ສູນລາວ" ກຳລັງມີການຫັນປ່ຽນຢ່າງສິ້ນເຊີງ.

"ສູນລາວ" ກຳລັງມີການຫັນປ່ຽນຢ່າງສິ້ນເຊີງ.

ໃນເດືອນພະຈິກ 2025 ຄະນະຜູ້ແທນກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງທຸລະກິດຈີນ ແລະ ລາວ ແລະ ນັກຂ່າວຈາກແຂວງ ກວາງຊີ ໄດ້ມາຢ້ຽມຢາມສູນຮ່ວມມືການນຳໃຊ້ປັນຍາປະດິດຈີນ-ລາວ (ຊື່ງມີຊື່ຫຍໍ້ວ່າ "ສູນລາວ") ທີ່ນະຄອນຫຼວງວຽງຈັນ,ເພື່ອຮຽນຮູ້ເກັບກໍາສະພາບການຂອງສູນ ໃນປັດຈຸບັນ.
ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ເພີ່ມເຕີມ