ການນໍາຂັ້ນສູງ ລາວ-ບຣູໄນ ເດີນທາງຊົມທີວທັດທໍາມະຊາດ ແລະ ສິນຄ້າກະສິກໍາ ທີ່ ເມືອງວັງວຽງ

ການນໍາຂັ້ນສູງ ລາວ-ບຣູໄນ ເດີນທາງຊົມທີວທັດທໍາມະຊາດ ແລະ ສິນຄ້າກະສິກໍາ ທີ່ ເມືອງວັງວຽງ
ໃນຕອນເຊົ້າຂອງວັນທີ 4 ຕຸລາ ນີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສອງປະເທດ ໄດ້ເດີນທາງດ້ວຍລົດໄຟຄວາມໄວສູງຖ້ຽວພິເສດຈາກ ສະຖານີລົດໄຟ ນະຄອນຫຼວງວຽງຈັນ ຫາ ສະຖານີລົດໄຟ ວັງວຽງ ແຂວງວຽງຈັນ ເພື່ອຊົມທີວທັດທໍາມະຊາດ, ການຜະລິດກະສິກໍາ ແລະ ວິຖີຊີວິດການເປັນຢູ່ຂອງປະຊາຊົນລາວ ຕາມເສັ້ນທາງລົດໄຟ ລາວ-ຈີນ.
    ໃນເວລາເດີນທາງເຖິງ ສະຖານີລົດໄຟ ວັງວຽງ, ການນໍາຂັ້ນສູງຂອງລາວ ແລະ ບຣູໄນ ພ້ອມດ້ວຍຄະນະ ໄດ້ຖືກຕ້ອນຮັບໂດຍ ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະນໍາຂອງແຂວງຈໍານວນໜຶ່ງ. ຈາກນັ້ນ, ຄະນະທັງໝົດ ກໍໄດ້ເດີນທາງໄປຍັງ ໂຮງແຮມເອັສບູຕິກ ແລະ ໄດ້ຊົມທີວທັດທໍາມະຊາດ ແລະ ທີວທັດຕົວເມືອງວັງວຽງ ພ້ອມທັງໄດ້ຖ່າຍຮູບຮ່ວມກັນ ເພື່ອເປັນທີ່ລະນຶກຢູ່ສະຖານທີ່ດັ່ງກ່າວ. ພ້ອມນີ້, ກໍໄດ້ຢ້ຽມຊົມບັນດາຮ້ານວາງສະແດງຜະລິດຕະພັນສິນຄ້າກະສິກໍາ ແລະ ຫັດຖະກໍາຂອງລາວ ປະກອບມີ: ຜະລິດຕະພັນເຂົ້າຈ້າວ, ເຂົ້າໜຽວ, ກາເຟ, ຊາ, ຜ້າໄໝລາວ, ສິ້ນໄໝລາວ, ປັກດິ້ງ, ຊານໍ້າກ້ຽງ, ຜະລິດຕະພັນເຈ້ຍສາ, ເຄື່ອງແກະສະຫຼັກລາຍລາວ ແລະ ອື່ນໆ.
    ຫຼັງຈາກນັ້ນ, ຜູ້ນໍາຂອງລາວ ແລະ ບຣູໄນ ພ້ອມດ້ວຍຄະນະ ກໍໄດ້ເດີນທາງກັບຄືນນະຄອນຫຼວງວຽງຈັນ ດ້ວຍລົດໄຟຄວາມໄວສູງຖ້ຽວພິເສດຈາກ ສະຖານີລົດໄຟວັງວຽງ ຫາ ສະຖານີລົດໄຟ ນະຄອນຫຼວງວຽງຈັນ. ໃນຕອນບ່າຍຂອງວັນດຽວກັນ, ຄະນະຜູ້ແທນຂັ້ນສູງຂອງບຣູໄນ ນໍາໂດຍ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ກໍໄດ້ເດີນທາງກັບຄືນປະເທດ ດ້ວຍຖ້ຽວບິນພິເສດ ຊຶ່ງອອກສົ່ງທີ່ສະໜາມບິນສາກົນວັດໄຕ ໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນລັດຖະມົນຕີກຽດຕິຍົດ ແລະ ຄະນະ.
ຂ່າວ:ກະຊວງການຕ່າງປະເທດ,ພາບ:ໂອເລ້

ຄໍາເຫັນ

ຂ່າວເດັ່ນ

ເປີດກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນສິງຫາ

ເປີດກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນສິງຫາ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນສິງຫາ 2026 ໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນທີ 24 ສິງຫານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ, ຜູ້ຕາງໜ້າ ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນກັນຍາ2026.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ແຂວງບໍ່ແກ້ວ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ແຂວງບໍ່ແກ້ວ

ໃນວັນທີ 19 ສິງຫານີ້, ທີ່ສະໂມສອນໃຫຍ່ຂອງແຂວງບໍ່ແກ້ວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງແຂວງບໍ່ແກ້ວ ໂດຍນຳພາເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ ຂອງທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ປະທານຄະນະກໍາມະການປົກຄອງແຂວງ ຊຶ່ງທ່ານປະທານຄະນະກໍາມະການປົກຄອງແຂວງ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄລຍະ 6 ເດືອນຕົ້ນປີ 2026 ເຫັນວ່າ:
ຮອງປະທານປະເທດ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ແຂວງໄຊສົມບູນ

ຮອງປະທານປະເທດ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ແຂວງໄຊສົມບູນ

ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ຢູ່ແຂວງໄຊສົມບູນ ໂດຍມີ ທ່ານ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງໄຊສົມບູນ, ພ້ອມດ້ວຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກ ເຂົ້າຮ່ວມ.
ສມປຊ ຕ້ອນຮັບການຢ້ຽມຢາມ ພົບປະ ແລະ ໂອ້ລົມຊີ້ນຳ ຂອງສະຫາຍ ເລຂາທິການໃຫຍ່ ປະທານປະເທດ

ສມປຊ ຕ້ອນຮັບການຢ້ຽມຢາມ ພົບປະ ແລະ ໂອ້ລົມຊີ້ນຳ ຂອງສະຫາຍ ເລຂາທິການໃຫຍ່ ປະທານປະເທດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີຕ້ອນຮັບຢ່າງສົມກຽດ ໃນໂອກາດການເຂົ້າພົບປະຢ້ຽມຢາມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 18 ສິງຫານີ້. ໂດຍໄດ້ຮັບກຽດຕ້ອນຮັບຢ່າງອົບອຸ່ນຢູ່ໜ້າສະໂມສອນ ສມປຊ ຈາກ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າ ສມປຊ ພ້ອມດ້ວຍຄະນະພັກ ແລະ ຄະນະນຳ ສມປຊ.
ນາຍົກລັດຖະມົນຕີ ຊີ້ນຳວຽກງານ ຢູ່ຕາແສງຫຼວງຂອນ ເມືອງຫຼວງນໍ້າທາ

ນາຍົກລັດຖະມົນຕີ ຊີ້ນຳວຽກງານ ຢູ່ຕາແສງຫຼວງຂອນ ເມືອງຫຼວງນໍ້າທາ

ໃນວັນທີ 17 ສິງຫາຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ຕາແສງຫຼວງຂອນ ເມືອງ ແລະ ແຂວງຫຼວງນໍ້າທາ; ມີທ່ານເລຂາພັກແຂວງ; ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງຫຼວງນໍ້າທາ ແລະ ປະຊາຊົນທ້ອງຖິ່ນດັ່ງກ່າວ ໃຫ້ການຕ້ອນຮັບ.
ນາຍົກລັດຖະມົນຕີ ໂອ້ລົມການນຳ ແລະ ພະນັກງານຫຼັກແຫຼ່ງແຂວງຫຼວງນໍ້າທາ

ນາຍົກລັດຖະມົນຕີ ໂອ້ລົມການນຳ ແລະ ພະນັກງານຫຼັກແຫຼ່ງແຂວງຫຼວງນໍ້າທາ

ໃນວັນທີ 18 ສິງຫານີ້ ທີ່ສະໂມສອນແຂວງຫຼວງນໍ້າທາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນໍາ ແລະ ພະນັກງານຫຼັກແຫຼ່ງແຂວງຫຼວງນໍ້າທາ ຊຶ່ງມີເລຂາພັກແຂວງ ແລະ ປະທານຄະນະກຳມະການປົກຄອງແຂວງ ນຳພາຄະນະເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ.
ຮອງປະທານປະເທດ ຢ້ຽມຢາມໂຄງການຫ້ວຍຊາຍ ບໍລິສັດພູເບ້ຍ

ຮອງປະທານປະເທດ ຢ້ຽມຢາມໂຄງການຫ້ວຍຊາຍ ບໍລິສັດພູເບ້ຍ

ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານ ປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ໂຄງການຫ້ວຍຊາຍ ຂອງບໍລິສັດ ພູເບ້ຍ ມາຍນິງ ໃນວັນທີ 17 ສິງຫາຜ່ານມານີ້ ເຊິ່ງມີ ທ່ານ ພົວຈ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງໄຊສົມບູນ ຮ່ວມຕິດຕາມນຳ, ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ເດວິດ ຣີດ (David Reid) ຜູ້ອຳນວຍການໃຫຍ່ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ພ້ອມດ້ວຍທິມງານ ຂອງບໍລິສັດ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ນາຍົກລັດຖະມົນຕີ ຊີ້ນໍາວຽກງານຢູ່ຕາແສງຫຼວງຂອນ ເມືອງຫຼວງນໍ້າທາ

ນາຍົກລັດຖະມົນຕີ ຊີ້ນໍາວຽກງານຢູ່ຕາແສງຫຼວງຂອນ ເມືອງຫຼວງນໍ້າທາ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ຕາແສງຫຼວງຂອນ ເມືອງຫຼວງນໍ້າທາ ແຂວງຫຼວງນ້ຳທາ ໃນວັນທີ 17 ສິງຫາຜ່ານມາ ໂດຍມີທ່ານ ເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະ ແລະ ການນຳເມືອງຫຼວງນໍ້າທາ ໃຫ້ການຕ້ອນຮັບ.
ນາຍົກລັດຖະມົນຕີເຂົ້າຢ້ຽມຊົມບູດວາງສະແດງໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ

ນາຍົກລັດຖະມົນຕີເຂົ້າຢ້ຽມຊົມບູດວາງສະແດງໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ

ໃນລະຫວ່າງວັນທີ11-12 ສິງຫາ ຜ່ານມາ, ບໍລິສັດ ໄຟຟ້າຫົງສາ ຈຳກັດ ໄດ້ນຳຂໍ້ມູນຂອງໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາເຂົ້າຮ່ວມວາງສະແດງໃນງານວາງສະແດງຜົນງານໂຄງການລົງທຶນພາກເອກະຊົນໃນກອງປະຊຸມສົ່ງເສີມ ແລະ ຄຸ້ມຄອງການລົງທຶນຄັ້ງທີ 1 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ຈັດໂດຍຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຫ່ງ ສປປ ລາວ. ໂດຍມີທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ແລະ ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເປັນປະທານ.
ຈີນ ກຳລັງກ້າວໄປຢ່າງຮອບດ້ານໃນການສ້າງປະເທດທີ່ສວຍງາມ

ຈີນ ກຳລັງກ້າວໄປຢ່າງຮອບດ້ານໃນການສ້າງປະເທດທີ່ສວຍງາມ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວພາຍໃຕ້ຫຼາຍຫົວຂໍ້ກ່ຽວກັບ “ການເລີ່ມຕົ້ນຈັດຕັ້ງປະຕິບັດແຜນພັດທະນາ 5 ປີຄັ້ງທີ 15”. ເຈົ້າໜ້າທີ່ຈາກກະຊວງນິເວດວິທະຍາ ແລະ ສິ່ງແວດລ້ອມຈີນໄດ້ແຈ້ງໃຫ້ຮູ້ກ່ຽວກັບຄວາມກ້າວໜ້າຢ່າງຮອບດ້ານຂອງການຊຸກຍູ້ການສ້າງປະເທດຈີນທີ່ສວຍງາມ.
ເພີ່ມເຕີມ