ທ່ານ ໄຊວິມານ ກູ່ແກ້ວ ຮອງຜູ້ອໍານວຍການ ບໍລິສັດ ໂຮງງານປຸງແຕ່ມັນຕົ້ນຄູນມີໄຊ ໃຫ້ສໍາພາດຕໍ່ນັກຂ່າວແຂວງເຊກອງ ເມື່ອບໍ່ດົນມານີ້ວ່າ: ປີ 2023 ຜ່ານມາໂຮງງານຂອງພວກເຮົາໄດ້ມີແຜນເກັບຊື້ມັນຕົ້ນ (ມັນດິບ) 168.000 ໂຕນ, ປະຕິບັດໄດ້ 122.500 ໂຕນ, ຊຶ່ງໄດ້ນໍາມາຜະລິດເປັນແປ້ງສົ່ງອອກ 31.198 ໂຕນ ຄິດເປັນມູນຄ່າ 15.507.914 ໂດລາ, ກາກມັນ 1.805 ໂຕນ ຄິດເປັນມູນຄ່າ 99.200 ໂດລາ. 
ໃນໄລຍະຜ່ານມາ ໂຮງງານຂອງພວກເຮົາໄດ້ຊຸກຍູ້ປະຊາຊົນປູກມັນໃຫ້ຖືກວິທີ, ບຳລຸງປັບປຸງດິນຢ່າງສະຫໝໍ່າສະເໝີ ໂດຍແນະນຳວິທີການລຳລຸງດິນຄື: ນໍາເອົາເສດເປືອກມັນຕົ້ນທີ່ປະສົມດິນໃນໂຮງງານໄປໃສ່ພື້ນທີ່ປູກມັນຕົ້ນ. ບໍ່ສົ່ງເສີມໃຫ້ປະຊາຊົນບຸກລຸກພື້ນທີ່ ທີ່ເປັນປ່າທຳມະຊາດ ຫຼື ປ່າປ້ອງກັນ. ນອກຈາກນີ້, ໃນປີຜ່ານມາ ບໍລິສັດ ໄດ້ສະໜອງແນວພັນຈໍານວນໜຶ່ງໃຫ້ປະຊາຊົນທົ່ວແຂວງເຊກອງໄປປູກ ແລະ ສົ່ງຂາຍໃຫ້ ແຕ່ບໍ່ສາມາດເກັບຊື້ຄືນໄດ້ ເພາະປະຊາຊົນເຮັດມັນຕົ້ນແຫ້ງ ເພາະວ່າໂຮງງານພວກເຮົາແມ່ນເກັບຊື້ມັນຕົ້ນດິບເພື່ອຜະລິດເປັນແປ້ງ; ສຳລັບການເກັບຊື້ແມ່ນເກັບຊື້ກັບທີ່ໂຮງງານ ລາຄາສູງສຸດ 2 ລ້ານກີບ/ໂຕນ, ຕໍ່າສຸດ 1 ລ້ານ 8 ແສນກວ່າກີບ/ໂຕນ. ປັດຈຸບັນໄດ້ຂະຫຍາຍສາຂາລານເກັບຊື້ມັນຕົ້ນໄປທົ່ວແຂວງ.
        ທ່ານ ໄຊວິມານ ກູ່ແກ້ວ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາໂຮງງານຂອງພວກເຮົາ ໄດ້ປະກອບສ່ວນຊ່ວຍເຫຼືອຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດກໍຄືຂອງທ້ອງຖິ່ນ ໂດຍສະເພາະແມ່ນເມືອງທ່າແຕງ ແຂວງເຊກອງ ເປັນຕົ້ນແມ່ນໄດ້ນໍາເອົາຊຽວຊານແພດ ຈາກ ສສ ຫວຽດນາມ ມາກວດພະຍາດໃຫ້ປະຊາຊົນເມືອງທ່າແຕງ ແລະເທສະບານແຂວງເຊກອງ ໂດຍບໍ່ໄດ້ເສຍຄ່າ ແລະ ແຈກຢາຍຢາປົວພະຍາດ, ເຂົ້າສານອາຫານແຫ້ງ ແລະເງິນສົດຈໍານວນໜຶ່ງ ໃຫ້ປະຊາຊົນທີ່ມາກວດພະຍາດອີກດ້ວຍ. ນອກຈາກນີ້, ຍັງໄດ້ປະກອບສ່ວນໄຟເຍືອງທາງ (ໂຊລາເຊວ) ໃຫ້ເມືອງທ່າແຕງ ຈໍານວນ 86 ລ້ານກີບ, ຊ່ວຍອຸປະກອນການຮຽນໃຫ້ແກ່ນັກຮຽນທີ່ດ້ວຍໂອກາດພາຍໃນເມືອງ ຈໍານວນ 226 ຄົນ, ລວມເປັນເງິນ 33.900.000 ກີບ, ຊ່ວຍປູຫີນທາງເວັ້ນເຂົ້າໂຮງໝໍເມືອງ,  ຊ່ວຍປະກອບສ່ວນຊື້ເຂົ້າສານ, ຖ້ວຍ, ບ່ວງ ໃຫ້ໂຮງຮຽນຊົນເຜົ່າແຂວງຊກອງ ເປັນເງິນ 80.500.000 ກີບ,  ເງິນສົດ 9.500.000 ກີບ ແລະ ຊ່ວຍເຫຼືອດ້ານອື່ຍໆ ໃຫ້ເມືອງ.
(ຂ່າວ: ພຸດທະສອນ)