ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 9 ມີນາ ຜ່ານມາວ່າ: ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກໃນວັນທີ 8 ມີນາ, ລັດຖະມົນຕີການຕ່າງປະເທດ 4 ປະເທດເອີຣົບລວມມີ: ຝລັ່ງ, ເຢຍລະມັນ, ອີຕາລີ ແລະ ອັງກິດ ໄດ້ສະແດງການສະໜັບສະໜູນ ຕໍ່ແຜນການສ້າງສາເຂດກາຊາຄືນໃໝ່ ທີ່ສະເໜີໂດຍເອຢິບແລະ ໄດ້ຮັບການຮັບຮອງເອົາຈາກກອງປະຊຸມສຸດຍອດ ອາຣັບ ເມື່ອຕົ້ນອາທິດນີ້.ຖະແຫຼງການໄດ້ຍົກອອກຢ່າງຈະແຈ້ງວ່າ: ຈະສະໜັບສະໜູນແຜນການສ້າງສາເຂດ ກາຊາ ຄືນໃໝ່ໂດຍບັນດາປະເທດ ອາຣັບ ສະໜັບສະໜູນຄ່າໃຊ້ຈ່າຍ 53 ຕື້ໂດລາ ແລະ ຫຼີກລ່ຽງເລື່ອງຍົກຍ້າຍຊາວ ປາແລັດສະຕິນ ອອກຈາກດິນແດນແຫ່ງນີ້.
ກ່ອນໜ້ານັ້ນ, ກອງປະຊຸມສຸດຍອດວິສາມັນຂອງກຸ່ມ ອາຣັບ ຢູ່ ກາຍໂຣນະຄອນຫຼວງເອຢິບ ໄດ້ຮັບຮອງເອົາແຜນການສ້າງສາເຂດກາຊາ ຄືນໃໝ່ສະເໜີໂດຍ ເອຢິບ. ແຜນການດັ່ງກ່າວມີມູນຄ່າເຖິງ 53 ຕື້ໂດລາ, ລວມມີການຄົ້ນຫາ ແລະ ທຳລາຍລູກລະເບີດບໍ່ທັນແຕກ, ກໍ່ສ້າງບັນດາເຮືອນຢູ່ຊົ່ວຄາວ, ເຮືອນຢູ່ຖາວອນ, ຟື້ນຟູລະບົບການບໍລິການທີ່ຈຳເປັນທັງໝົດ.
ທ່ານ ອັບເດລ ຟັດຕາ ອັລຊີຊີ ປະທານາທິບໍດີ ເອຢິບ ໄດ້ຢັ້ງຢືນວ່າແຜນການສ້າງສາເຂດກາຊາ ຄືນໃໝ່ຈະຮັບປະກັນໃຫ້ຊາວປາແລັດສະຕິນສືບຕໍ່ດຳລົງຊີວິດບົນດິນແດນຂອງເຂົາເຈົ້າ. ມີຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນຕໍ່ແຜນການນີ້.