ກອງບັນຊາ ປ້ອງກັນຄວາມສະຫງົບ (ປກສ) ເມືອງສຸຂຸມາ ແຂວງຈໍາປາສັກ ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫົງບ ຄົບຮອບ 63 ປີ (5 ເມສາ 1961-5 ເມສາ 2024) ຂຶ້ນໃນວັນທີ 26 ມີນາ ຜ່ານມາ, ທີ່ຫ້ອງການດັ່ງກ່າວ, ໂດຍມີພາກສ່ວນຕ່າງໆທີ່ກ່ຽວຂ້ອງພາຍໃນເມືອງເຂົ້າຮ່ວມ.
ການຈັດຕັ້ງແຂ່ງຂັນກິລາຄັ້ງນີ້, ແມ່ນເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫົງບ ຄົບຮອບ 63 ປີ ທັງເປັນເພື່ອຊຸກຍູ້ຂະບວນການກິລາໃຫ້ເຂົ້າເຖິງທຸກກ້ອນກຳລັງ ເປັນການປະກອບສ່ວນເຂົ້າໃນການພັດທະນາທາງດ້ານແນວຄິດ, ທາງດ້ານຮ່າງກາຍ ແລະ ຈິດໃຈ ເພື່ອສ້າງກຳລັງໃຫ້ມີຄວາມເຂັ້ມແຂງ ມີສຸຂະພາບພາລະໄມທີ່ສົມບູນ, ເພື່ອສືບຕໍ່ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງຂຶ້ນເທື່ອລະກ້າວ. ການແຂ່ງຂັນຄັ້ງນີ້, ມີ 3 ປະເພດກິລາເຂົ້າຮ່ວມຄື: ກິລາບານເຕະ, ກິລາກະຕໍ້ຫວາຍ ຊາຍ ແລະ ກິລາເປຕັງຊາຍ. ການແຂ່ງຂັນກິລາປະເພດຕ່າງໆແມ່ນເລີ່ມຕົ້ນແຂ່ງຂັນແຕ່ວັນທີ 26 ມີນາ -5 ເມສາ 2024 ຈຶ່ງຈະສຳເລັດ.
(ຂ່າວ-ພາບ: ປັນຍາ ແກ້ວພິລົມ)