ເມື່ອບໍ່ດົນມານີ້, ຢູ່ທີ່ຫ້ອງວ່າການເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ຈັດພິທີມອບ-ຮັບໂຄງການປັບປຸງສ້ອມແປງເສັ້ນທາງ ແລະ ສະໜາມຂີ້ເຫຍື້ອ ເມືອງວຽງພູຄາ ລະຫວ່າງ ບໍລິສັດ ປະນັດດາກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ ແລະ ພະແນກ ຊັບພະຍາກອນ ແລະ ສິ່ງແວດລ້ອມ ແຂວງ ໂດຍມີທ່ານ ອັອດ ສິງສະຫວັດ ຮັກສາການ ຫົວໜ້າພະແນກ ຊັບພະຍາກອນ ແລະ ສິ່ງແວດລ້ອມ ແຂວງ, ທ່ານ ບຸນຊົງ ວາໄຊຍີ ເລຂາພັກເມືອງ ເຈົ້າເມືອງວຽງພູຄາ, ທ່ານ ສີສະຫວາດ ຈັນທະລາ ປະທານບໍລິສັດປະນັດດາ ກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ, ມີພາກສວນທີ່ກ່ຽວຂ້ອງຕະຫຼອດຮອດພະນັກງານວິຊາການເຂົ້າຮວ່ມ.
ທ່ານ ເສົາສີ ແກ້ວມະນີຄໍາ ຕ່າງໜ້າບໍລິສັດ ປະນັດດາກໍ່ສ້າງຂົວ-ທາງ ຈໍາກັດ ຜູ້ດຽວໄດ້ລາຍງານສະພາບການຈັດຕັ້ງປະຕິບັດໂຄງການ, ໂຄງການປັບປຸງສ້ອມແປງເສັ້ນທາງ ແລະ ສະໜາມຂີ້ເຫຍື້ອ ເມືອງວຽງພູຄາ ໄດ້ເລີ່ມລົງມືກໍ່ສ້າງແຕ່ ວັນທີ 22 ພະຈີກ 2023 ແລະ ໄດ້ສໍາເລັດການກໍ່ສ້າງ ວັນທີ 7 ກຸມພາ 2024 ບໍລິສັດ ປະນັດດາ ກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຈົ້າຂອງໂຄງການ ໃນມູນຄ່າສັນຍາລວມທັງໝົດ 1 ຕື້ 443 ລ້ານກວ່າກີບ ເຊິ່ງໄດ້ຮັບການຊ່ວຍເຫຼືອລ້າ ຂອງກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ບັນດາໜ້າວຽກຫຼັກໃນການກໍ່ສ້າງ ເປັນຕົ້ນແມ່ນວຽກສ້ອມແປງເສັ້ນທາງ ຈາກສະໜາມແຍກທາງເລກທີ 1503 (ເສັ້ນທາງໄປຫາເມືອງລອງ) ເຂົ້າຫາສະໜາມ ຂີ້ເຫຍື້ອຄວາມຍາວ 1.350 ແມັດ ໜ້າທາງກວ້າງ 5 ແມັດ ລວມມີໜ້າວຽກຂຸດຮື້ໜ້າທາງເກົ່າ, ເຈາະຮອງລະບາຍນໍ້າ, ປັບເກດ ພ້ອມອັດແໜ້ນຄືນ, ຖົມດິນຍົກລະດັບດ້ວຍດິນວັດສະດຸຈາກບໍ່ CBR>8%; ປູໜ້າທາງດ້ວຍດິນວັດສະດຸຈາກບໍ່ CBR>30% ແລະ ອານະໄມທໍ່ລະບາຍນໍ້າ. ວຽກທັງໝົດໄດ້ສຳເລັດ 100%. ວຽກປັບປຸງສະ ໜາມຂີ້ເຫຍື້ອ ລວມມີເສັ້ນທາງເຂົ້າສະໜາມຂີ້ເຫຍື້ອດ້ານຊ້າຍ, ທາງເຂົ້າສະໜາມຂີ້ເຫຍື້ອ ດ້ານຂວາ, ທາງເຂົ້າຄັນຄູດ້ານຫຼັງ, ຖົມຄັນຄູກາງ, ອ່າງຄັນຄູກາງ ແລະ ທາງລົງເພື່ອປັບບ່ອນຖິ້ມຂີ້ເຫຍື້ອວຽກທັງໝົດນີ້ໄດ້ກໍ່ສ້າງຖືກຕາມແຜນຜັງ, ມາດຖານເຕັກນິກ, ຕາມສັນຍາ ແລະ ສຳເລັດ 100% ບໍລິສັດຜູ້ຮັບເໝົາໄດ້ຄໍ້າປະກັນ ເຕັກນິກການກໍ່ສ້າງ ເປັນເວລາ 6 ເດືອນ.
ໃນພິທີດັງກ່າວ, ທ່ານ ອັອດ ສິງສະຫວັດ, ທ່ານ ບຸນຊົງ ວາໄຊຍີ, ທ່ານ ສີສະຫວາດ ຈັນທະລາ ໄດ້ເຊັນບົດບັນທຶນມອບ-ຮັບໂຄງການຢ່າງເປັນທາງການ.
(ຂ່າວ: ມຸນຕີ)