ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊສົມບູນ ໄດ້ຈັດພິທີປະກາດສ້າງຕັ້ງຄະນະພັກຮາກຖານຂຶ້ນກັບຄະນະບໍລິຫານງານພັກ ແຂວງໄຊສົມບູນ ແລະ ສ້າງຕັ້ງ 3 ໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານ ຂຶ້ນໃນວັນທີ 22 ຕຸລາຜ່ນມານີ້ ຢູ່ທີ່ຫ້ອງປະຊຸມພະແນກດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ພອຍຄຳ ຮຸ່ງ ບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ, ມີສະຫາຍ ດົວຊົ່ງ ເລ່ຍໂກ້ ເລຂາຄະນະພັກຮາກຖານ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ພ້ອມດ້ວຍເລຂາ-ຮອງເລຂາໜ່ວຍພັກ ຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ໄດ້ຜ່ານບັນດາມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການສ້າງຕັ້ງຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຂຶ້ນກັບຄະນະບໍລິຫານງານພັກແຂວງໄຊສົມບູນ ແລະ ສ້າງຕັ້ງ 3 ໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານຄື: ຄະນະໜ່ວຍພັກ 3 ໜ່ວຍພັກທີ່ຂຶ້ນກັບ. ໃນນັ້ນ ມີໜ່ວຍພັກພະແນກເຕັກໂນໂລຊີ ແລະ ການສື່ສານ, ໜ່ວຍພັກບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນຈຳກັດ, ໜ່ວຍພັກບໍລິສັດອີທີແອວ-ໄປສະນີ, ມີຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີ 5 ສະຫາຍຄື: ສະຫາຍ ດົວຊົ່ງ ເລ່ຍໂກ້ ເປັນເລຂາຄະນະພັກຮາກຖານ, ສະຫາຍ ຄຳສຸກ ຜົງສະໄໝ ເປັນຮອງ ທັງເປັນຜູ້ກວດກາ, ສະຫາຍ ວຽງຄຳ ລີຫວັງເສີ ເປັນກຳມະການ, ສະຫາຍ ຄຳມ້າວ ສີວົງໄຊ ເປັນກຳມະການ, ສະຫາຍ ລ້ອງວື ເຍ່ຍຮົວ ເປັນກຳມະການ.
ໂອກາດນີ້, ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ໄດ້ມີຄໍາເຫັນໃຫ້ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ເຊື່ອມຊຶມບັນດາມະຕິ, ຄໍາສັ່ງ ໂດຍຫັນມາເປັນແຜນງານອັນລະອຽດ, ເອົາໃຈໃສ່ນໍາພາ-ຊີ້ນໍາບັນດາໜ່ວຍພັກທີ່ຂຶ້ນກັບ, ປັບປຸງແຜນການເຄື່ອນ ໄຫວວຽກງານວິຊາສະເພາະ ຕິດພັນກັບວຽກງານອົງການຈັດຕັ້ງມະຫາຊົນ ໃຫ້ມີປະສິດທິພາບ ແນໃສ່ກໍ່ສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ພ້ອມນີ້ ຕ້ອງເອົາໃຈໃສ່ໃນການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ເຄື່ອນໄຫວວຽກງານເປັນໝູ່ຄະນະ, ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມຂອງຄະນະພັກຮາກຖານໃນແຕ່ລະຄັ້ງ, ເອົາໃຈໃສ່ໃນການຕິດຕາມມະຊາຊົນກ້າວໜ້າ ເພື່ອຂະຫຍາຍສະມາຊິກພັກ ພ້ອມທັງເອົາໃຈໃສ່ປຸກລະດົມ, ສຶກສາອົບຮົມບັນດາສະມາຊິກພັກ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຫົວຄິດປະດິດສ້າງ, ມີຄວາມຫ້າວຫັນ ແລະ ເປັນເຈົ້າການປະຕິບັດລະບຽບຂອງພັກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ ເພື່ອສ້າງໃຫ້ກາຍເປັນສະມາຊິກພັກທີ່ດີ, ມີຄຸນນະພາບ, ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ໃນໜ້າທີ່ການເມືອງຂອງພັກ ໃນແຕ່ລະໄລຍະ.
(ຂ່າວ: ສີລິພອນ ສົງຄຳ)