ສູນສະຖິຕິແຫ່ງຊາດຮ່ວມກັບທະນາຄານໂລກໄດ້ຈັດພິທິເປີດໂຄງການສ້າງຄວາມອາດສາມາດລະບົບສະຖິຕິແຫ່ງຊາດໄລຍະIIເພື່ອຍົກລະດັບລະບົບສະຖິຕິແຫ່ງຊາດແລະເພີ່ມທະວີການເຜີຍແຜ່ຂໍ້ມູນສະຖິຕິເຂົ້າໃນການຄົ້ນຄວ້າແລະວາງແຜນນະໂຍບາຍ ຂຶ້ນໃນວັນທີ 25 ພະຈິກ ນີ້ ທີ່ໂຮງແລນມາກ ນະຄອນຫຼວງວຽງຈັນ ຊຶ່ງມີ ທ່ານ ນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊດ ກະຊວງແຜນການ ແລະ ການລົງທຶນ,ທ່ານ ອາເລັກ ເຄລເມີ ຫົວໜ້າຫ້ອງການທະນາຄານໂລກປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການສ້າງຄວາມອາດສາມາດລະບົບສະຖິຕິແຫ່ງຊາດຈະຊ່ວຍສະໜັບສະໜູນສູນສະຖິຕິແຫ່ງຊາດໃຫ້ສາມາດຕອບສະໜອງຄວາມຕ້ອງການຕໍ່ຂໍ້ມູນສະຖິຕິິທີ່ເພີ່ມຂຶ້ນໃຫ້ມີຄຸນນະພາບເພື່ອນຳໃຊ້ເຂົ້າໃນສ້າງນະໂຍບາຍ,ການຕິດຕາມແລະການປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ.ໂຄງການຈະລົງເລິກສະໜັບສະໜູນໃຫ້ມີຂໍ້ມູນທັນເວລາເພື່ອໃຫ້ສາມາດຕອບສະໜອງຂໍ້ມູນທ່ວງທັນກັບການຕອບສະໜອງຄວາມຕ້ອງການຟື້ນໂຕຈາກສະພາບວິກິດການເສດຖະກິດມະຫາພາກໃນປັດຈຸບັນ.ໃນໄລຍະຍາວ,ໂຄງການຈະສະໜັບສະໜູນການສ້າງລະບົບເຊື່ອມໂຍງຂໍ້ມູນສະຖິຕິເສດຖະກິດມະຫາພາກ ເພື່ອຊ່ວຍລັດຖະບານໃນການຕັດສິນໃຈການລົງທຶນແລະການວາງແຜນນະໂຍບາຍການເງິນ ແລະ ການດຸ່ນດ່ຽງໜີ້ສິນ.
ທ່ານ ອາເລັກ ເຄລເມີກ່າວວ່າ:“ລັດຖະບານ,ບັນດາຫົວໜ່ວຍທຸລະກິດແລະພາກສ່ວນພັດທະນາລ້ວນແຕ່ຕ້ອງການຂໍ້ມູນສະຖິຕິິທີ່ເຊື່ອຖືໄດ້ເພື່ອຊ່ວຍໃນການຕັດສິນໃຈທີ່ມີປະສິດຕິພາບ”."ການຕັດສິນໃຈນັ້ນ,ແມ່ນມີຜົນກະທົບຕໍ່ຊີວິດແລະການດໍາລົງຊີວິດຂອງທຸກໆຄົນ,ຍ້ອນແນວນັ້ນຂໍ້ມູນທີ່ມີຄຸນນະພາບແລະທັນເວລາຈຶ່ງມີີຄວາມສໍາຄັນຢ່າງຍິ່ງ". ຄຽງຄູ່ກັບຜົນສໍາເລັດຫຼາຍດ້ານ,ວຽກງານສະຖິຕິຂອງສປປລາວຖ້າທຽບໃສ່ປະເທດອ້ອມຂ້າງເຫັນວ່າຍັງບໍ່ໄດ້ດີເທົ່າທີ່ຄວນ.ຕ້ອງໄດ້ສຸມໃສ່ປັບປຸງການເຜີຍແຜ່ແລະການເຊື່ອມໂຍງຂໍ້ມູນສະຖິຕິຈາກແຕ່ລະຂະແໜງການທີ່ມີຄວາມຈໍາເປັນໃນການນໍາໃຊ້ຂອງລັດຖະບານ.ການສໍາຫຼວດສະຖິຕິໂລກຍັງຊີ້ໃຫ້ເຫັນຈຸດອ່ອນຄົງຄ້າງໃນການຈັດຕັ້ງປະຕິບັດການສໍາຫຼວດໃຫຍ່,ການເກັບຂໍ້ມູນລາຍງານບໍລິຫານແລະຂໍ້ມູນພູມສັນຖານແລະລະບອບກວິທີການສັງ ລວມຂໍ້ມູນສະຖິຕິໃນສປປລາວ.ໂຄງການສະໜັບສະໜູນການສ້າງຄວາມອາດສາມາດໃຫ້ແກ່ອົງກອນສະຖິຕິແລະຄວາມອາດສາມາດໃນການຄຸ້ມຄອງບໍລິຫານໂຄງການໃຫ້ແກ່ສູນສະຖິຕິແຫ່ງຊາດເພື່ອໃຫ້ສາມາດເປັນໃຈກາງໃນການປະສານງານປັບປຸງການຜະລິດ,ຄຸນນະພາບແລະການນໍາໃຊ້ຂໍ້ມູນສະຖິຕິໃນທົ່ວລະບົບລັດຖະບານ.ການຈັດຕັ້ງປະຕິບັດນີ້ແມ່ນແນໃສ່ຊຸກຍູ້ການຕິດຕາມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ5ປີຄັ້ງທີIX,ການປະຕິບັດເປົ້າໝາຍພັດທະນາແບບຍືນຍົງSDG ຂອງອົງການສະຫະປະຊາຊາດ,ນອກນັ້ນຍັງຊ່ວຍສະໜັບສະໜູນວຽກງານບົດບາດຍິງ-ຊາຍໂດຍສະເພາະ ການຕິດຕາມຄວາມຄືບໜ້າໃນການປັບປຸງສະພາບຄວາມເປັນຢູ່ຂອງແມ່ຍິງ ແລະ ເດັກ.
ທ່ານ ນາງ ພອນສະຫຼີ ສຸກສະຫວັດກ່າວວ່າ:"ສປປລາວນັບມື້ນັບເປີດກວ້າງການ ເຊື່ອມໂຍງກັບພາກພື້ນແລະສາກົນທາງດ້ານການຄ້າແລະບັນດາອົງການ,ເສດຖະກິດບໍ່ມີພົມແດນແລະປ່ຽນແປງຢ່າງສັບສົນ”“ອີງໃສ່ສະພາບການນີ້,ຂໍ້ມູນແລະຫຼັກຖານແມ່ນມີຄວາມສໍາຄັນຫຼາຍໃນການຊ່ວຍເປັນບ່ອນອີງໃນການຕັດສິນໃຈ.ໂຄງການນີ້ຈະຊ່ວຍສູນສະຖິຕິແຫ່ງຊາດໃນການປະຕິບັດການຜະລິດສະຖິຕິຕາມມາດຖານສາກົນເປັນຕົ້ນແມ່ນສະຖິຕິການບັນຊີແຫ່ງຊາດ,ດຸນການຊໍາລະລະຫວ່າງປະເທດ,ສະຖິຕິການເງິນແລະໜີ້ສິນ”.ຜົນໄດ້ຮັບຂອງໂຄງການວັດແທກໂດຍການຜະລິດຂໍ້ມູນສະຖິຕິ,ຄຸນນະພາບ ແລະການນໍາໃຊ້ຂໍ້ມູນເສດຖະກິດຕົ້ນຕໍແລະສະຖິຕິເສດຖະກິດແລະສັງຄົມ.ເປັນຕົ້ນແມ່ນລວມຍອດ ຜະລິດຕະພັນພາຍໃນ(GDP),ດັດຊະນີລາຄາຜູ້ຊົມໃຊ້(CPI),ດຸນການຊຳລະກັບລະຫວ່າງ ຕ່າງປະເທດ (BOP), ສະຖິຕິປະຊາກອນ ແລະ ຂໍ້ມູນຄວາມທຸກຍາກ. ໂຄງການດັ່ງກ່າວຈະໄດ້ຮັບທຶນກູ້ຢືມຈາກອົງການການພັດທະນາສາກົນ IDA ຂອງທະນາຄານໂລກຈຳນວນ 21 ລ້ານໂດລາ.
(ຂ່າວ-ພາບ:ສຳນານ)