![](nimg/100456456320250209_092922.jpg)
ຂ່າວສານຊີອາໄອລາຍງານ; ໃນໄລຍະເລີ່ມຕົ້ນຂອງປີ 2025, ພວກເຮົາໄດ້ຮັບຮູ້ສອງຂ່າວສ້າງຄວາມຕື່ນເຕັ້ນຍິນດີ ຄື: ປີ 2024 ຜ່ານມາ, ຍອດມູນຄ່າການຄ້າສອງຝ່າຍຈີນ-ລາວ ໄດ້ມີເຖິງ 58.6 ຕື້ຢວນ, ເພີ່ມຂຶ້ນ 16.9% ເມື່ອທຽບໃສ່ປີ 2023; ພ້ອມກັນນັ້ນ, ການກໍ່ສ້າງທາງລົດໄຟຈີນ-ໄທ ໄດ້ດຳເນີນໄປຢ່າງໝັ້ນທ່ຽງ, ການກໍ່ສ້າງໄລຍະທີໜຶ່ງ “ບາງກອກ-ນະຄອນຣາດຊະສີມາ” ກຳລັງດຳເນີນໄປຢ່າງເປັນລະບົບ, ສ່ວນການກໍ່ສ້າງໄລຍະທີສອງ “ນະຄອນຣາດຊະສີມາ-ໜອງຄາຍ” ໄດ້ຮັບການອະນຸມັດຈາກຄະນະລັດຖະບານໄທ ແລະ ຄາດວ່າການກໍ່ສ້າງຈະສຳເລັດພາຍໃນປີ 2030.
ຍ້ອນໄດ້ຮັບຜົນປະໂຫຍດຈາກການເປີດນຳໃຊ້ທາງລົດໄຟລາວ-ຈີນ, ໃນຫຼາຍປີມານີ້, ການຮ່ວມມືດ້ານເສດຖະກິດການຄ້າ ລະຫວ່າງຈີນກັບລາວ ສືບຕໍ່ເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ ແລະ ສະແດງໃຫ້ເຫັນທ່າອ່ຽງການເຕີບໂຕຢ່າງແຂງແຮງ. ນັບມາຮອດຕົ້ນເດືອນມັງກອນປີ 2025, ທາງລົດໄຟລາວ-ຈີນ ໄດ້ຂົນສົ່ງສິນຄ້າຫຼາຍກວ່າ 50 ລ້ານໂຕນ, ການຂົນສົ່ງສິນຄ້າຂ້າມຊາຍແດນໄດ້ເພີ່ມຂຶ້ນຈາກ 500 ກວ່າຊະນິດເປັນ 3.000 ກວ່າຊະນິດ. ການຂົນສົ່ງຢ່າງມີປະສິດທິພາບສູງ ເຮັດໃຫ້ຜະລິດຕະພັນກະສິກຳຂອງລາວສາມາດເຂົ້າສູ່ຕະຫຼາດຂອງຈີນໄດ້ຢ່າງວ່ອງໄວ, ພ້ອມກັນນັ້ນ, ຜະລິດຕະພັນກົນຈັກ ແລະ ເຄື່ອງໄຟຟ້າ, ຜະລິດຕະພັນເຕັກໂນໂລຊີທັນສະໄໝກ້າວໜ້າ ແລະ ສິນຄ້າອື່ນໆຂອງຈີນ ກໍສາມາດເຂົ້າສູ່ຕະຫຼາດຂອງລາວ ແລະ ປະເທດອື່ນໆໃນອາຊີຕາເວັນອອກສ່ຽງໃຕ້ໄດ້ຢ່າງວ່ອງໄວເຊັ່ນກັນ. ບໍ່ແຕ່ເທົ່ານີ້, ທາງລົດໄຟລາວ-ຈີນ ຍັງໄດ້ກາຍເປັນເສັ້ນທາງສຳຄັນສຳລັບການສົ່ງອອກສິນຄ້າຂອງບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ ໂດຍສະເພາະແມ່ນປະເທດໄທ. ໃນປີ 2024, ຈຸດປ່ຽນຖ່າຍສິນຄ້າສະຖານີວຽງ ຈັນໃຕ້ໄດ້ໃຫ້ບໍລິການແກ່ລົດໄຟຂົນສົ່ງສິນຄ້າ “ຈີນ-ລາວ-ໄທ” ຈໍານວນ 187 ຂະບວນ, ປ່ຽນຖ່າຍສິນຄ້າ 105,000 ໂຕນ, ເພີ່ມຂຶ້ນ 25% ເມື່ອທຽບປີ 2023.
ທາງລົດໄຟລາວ-ຈີນ ທີ່ເປັນ “ເສັ້ນທາງເງິນ-ເສັ້ນທາງຄຳ” ໃນການເຊື່ອມໂຍງ-ເຊື່ອມຈອດກັນຂອງພາກພື້ນ ໄດ້ສະແດງໃຫ້ເຫັນເຖິງປະສິດທິຜົນໃນການຊຸກຍູ້ການພັດທະນາເສດຖະກິດຢ່າງແຂງແຮງ; ສ່ວນການກໍ່ສ້າງທາງລົດໄຟຈີນ-ໄທ ຈະປະກອບສ່ວນຊ່ວຍປັບປຸງເຄືອຂ່າຍຄົມມະນາຄົມໃນພາກພື້ນໃຫ້ດີຂຶ້ນຕື່ມອີກ ແລະ ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າ ຈີນ-ລາວ-ໄທ ໃຫ້ຂຶ້ນສູ່ລະດັບສູງກວ່າເກົ່າ. ການເຊື່ອມຕໍ່ຂອງທາງລົດໄຟຈີນ-ລາວ-ໄທ ຈະທຳລາຍຮູບແບບການຂົນສົ່ງ “ທາງລົດໄຟ+ທາງຫຼວງ” ໃນເມື່ອກ່ອນ, ຈະປະຢັດເວລາການຂົນສົ່ງໄດ້ເຖິງ 1 ວັນເຕັມໆ, ສາມາດຫຼຸດຕົ້ນທຶນການຂົນສົ່ງລົງ 20% ຂຶ້ນໄປ. ອີງຕາມສູນຄົ້ນຄວ້າກະສິກອນໄທຄາດຄະເນວ່າ: ໂດຍຜ່ານທາງລົດໄຟໄທ-ລາວ ແລະ ທາງລົດໄຟລາວ-ຈີນ, ການສົ່ງອອກສິນຄ້າຈາກໄທໄປຈີນ ໂດຍຜ່ານທາງບົກຈະເພີ່ມຂຶ້ນ 17% ໃນປີນີ້ ແລະ ຈະມີເຖິງເກືອບ 250 ຕື້ບາດ. ສຳລັບການຄ້າຜະລິດຕະພັນກະສິກຳ, ປຸ໋ຍເຄມີ, ຢາງພາລາ, ຜະລິດຕະພັນກົນຈັກ ແລະ ເຄື່ອງໄຟຟ້າ ແລະ ສິນຄ້າອື່ນໆ ລະຫວ່າງຈີນ-ລາວ-ໄທ ແລ້ວ, ຖ້າຂົນສົ່ງຜ່ານທາງລົດໄຟໝົດຈະເຮັດໃຫ້ຕົ້ນທຶນການຂົນສົ່ງຫຼຸດລົງຢ່າງຫຼວງຫຼາຍ ແລະ ມີປະສິດທິພາບສູງຂຶ້ນກວ່າເກົ່າ.
ທາງລົດໄຟເຊື່ອມຕໍ່ຈີນ-ລາວ-ໄທສາມາດເຊື່ອມຕໍ່ນະຄອນຄຸນໝິງ, ສິບສອງພັນນາ, ຫຼວງພະບາງ, ວຽງຈັນ, ບາງກອກ ແລະ ເມືອງທ່ອງທ່ຽວອື່ນໆ ທີ່ມີຊື່ສຽງ, ເຮັດໃຫ້ສາມາດ “ອອກເດີນທາງໃນຕອນເຊົ້າ ແລະ ຮອດຈຸດໝາຍປາຍທາງໃນຕອນແລງ”. ຄຽງຄູ່ກັບການປະຕິບັດມາດຕະການຕ່າງໆ ເຊັ່ນຍົກເວັ້ນວີຊາເປັນຕົ້ນ, ຈຳນວນນັກທ່ອງທ່ຽວຂ້າມຊາຍແດນໃນພາກພື້ນຈະສືບຕໍ່ເພີ່ມຂຶ້ນ. ຄວາມຈະເລີນຮຸ່ງເຮືອງຂອງຂະແໜງການທ່ອງທ່ຽວຈະຊຸກຍູ້ການພັດທະນາຂະແໜງການບໍລິການກ່ຽວກັບຮ້ານອາຫານ, ໂຮງແຮມ, ການຊື້ເຄື່ອງ, ການບັນເທິງ ແລະ ອື່ນໆ ຊຶ່ງຈະຊ່ວຍສ້າງລາຍຮັບດ້ານເສດຖະກິດ ແລະ ຊ່ວຍສ້າງວຽກເຮັດງານທໍາໃຫ້ແກ່ທ້ອງຖິ່ນ ຕື່ມອີກ.
ການຄ້າຈີນ-ລາວ ໄດ້ຮັບຜົນສຳເລັດຢ່າງພົ້ນເດັ່ນ ພາຍໃຕ້ການຊ່ວຍຊູຍູ້ໜູນຂອງທາງລົດໄຟລາວ-ຈີນ, ສ່ວນການຊຸກຍູ້ການກໍ່ສ້າງທາງລົດໄຟໄທ-ຈີນຈະສ້າງພະລັງຂັບເຄື່ອນໃໝ່ໃຫ້ແກ່ການພັດທະນາຂອງເສດຖະກິດພາກພື້ນ. ໃນອະຄາຄົດ, ຄຽງຄູ່ກັບການເຊື່ອມຕໍ່ທາງລົດໄຟຈີນ-ລາວ-ໄທ ບັນລຸຜົນເປັນຈິງ, ການຄ້າ, ການຈໍລະຈອນສິນຄ້າ ແລະ ການທ່ອງທ່ຽວໃນພາກພື້ນຈະໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ກວ້າງຂວາງຂຶ້ນກວ່າເກົ່າ.