ການແຂ່ງຂັນກິລາປິ່ງປ່ອງໄດ້ຈັດຂຶ້ນໃນວັນທີ 16 ທັນວານີ້ ທີ່ສະໜາມກິລາຊາວໜຸ່ມແຂວງສາລະວັນ. ໃນງານມະຫາກຳກິລານັກຮຽນ ຄັ້ງທີ VII ທີ່ແຂວງສາລະວັນເປັນເຈົ້າພາບ, ການແຂ່ງຂັນກິລາປິ່ງປ່ອງ ມີນັກກິລາເຂົ້າຮ່ວມແຂ່ງຂັນ ທັງໝົດ 6 ແຂວງຄື: ແຂວງສາລະວັນເຈົ້າພາບ, ນະຄອນຫຼວງວຽງຈັນ, ແຂວງຈຳປາສັກ, ແຂວງຄຳມ່ວນ, ແຂວງຊຽງຂວາງ ແລະ ແຂວງຫຼວງພະບາງເພື່ອຊີງເອົາ 7 ຫຼຽນຄຳ ໃນປະເພດກິລາ 7 ລາຍການຄື: ດ່ຽວ ຊາຍ-ຍິງ, ປະເພດຄູ່ຊາຍ-ຍິງ, ປະເພດທີມຊາຍ-ຍິງ ແລະ ປະເພດຄູ່ປະສົມ.
ໃນການແຂ່ງຂັນນັດທໍາອິດປະເພດທີມຍິງ-ທີມຊາຍມີ 4 ທີມເຂົ້າແຂ່ງຂັນຄື: ນະຄອນຫຼວງວຽງຈັນ ພົບກັບ ແຂວງຈຳປາສັກ, ແຂວງສາລະວັນ ພົບກັບ ແຂວງຊຽງຂວາງ, ແຂວງຫຼວງພະບາງ ພົບກັບ ແຂວງສາລະວັນ, ນະຄອນຫຼວງ ພົບກັບ ແຂວງຊຽງຂວາງ.
ອີກລາຍການ, ສະຫະພັນກິລາໝາກເສິກແຂວງສາລະວັນ ໄດ້ເປີດການແຂ່ງຂັນກິລາ ໝາກເສິກຢ່າງເປັນທາງການ ໃນວັນທີ 16 ທັນວາ ນີ້ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ວັດທະນາ ໝັ້ນວິໄລ ປະທານສະຫະພັນກິລາໝາກເສິກແຂວງສາລະວັນ, ທ່ານ ອິນທະຫວາ ວິລາວັນ ຮອງປະທານສະຫະພັນກິລາໝາກເສິກແຫ່ງຊາດເລຂາສະຫະພັນກິລາໝາກເສິກອາຊຽນ, ມີນັກກິລາ, ຄູຝຶກ ແລະ ຄະນະກຳມະການຕັດສິນການແຂ່ງຂັນເຂົ້າຮ່ວມ.
ທ່ານ ວັດທະນາ ໝັ້ນວິໄລໄດ້ກ່າວວ່າ: ກິລາໝາກເສິກ ມີທັງໝົດ 9 ແຂວງເຂົ້າຮ່ວມແຂ່ງຂັນຄື: ນະຄອນຫຼວງວຽງຈັນ 9 ລາຍການ, ຫຼວງພະບາງ 9 ລາຍການ, ອຸດົມໄຊ 7 ລາຍການ, ບໍລິຄໍາໄຊ 7 ລາຍການ, ຄໍາມ່ວນ 5 ລາຍການ, ໄຊສົມບູນ 4 ລາຍການ, ຈໍາປາສັກ 9 ລາຍການ, ອັດຕະປື 8 ລາຍການ, ສໍາລັບແຂວງສາລະວັນເຈົ້າພາບ ກໍໄດ້ສົ່ງເຂົ້າແຂ່ງຂັນທັງໝົດ 9 ລາຍການ, ມີນັກກິລາເຂົ້າຮ່ວມແຂ່ງຂັນ 80 ກວ່າຄົນ, ສໍາລັບການແຂ່ງຂັນກິລາໝາກເສິກແມ່ນດຳເນີນການແຂ່ງຂັນຢູ່ ສູນການສຶກສານອກໂຮງຮຽນ ແຂວງສາລະວັນ.
(ຂ່າວ-ພາບ: ບຸນອຸ້ມ)